National Agriculture and Forestry Research Institute

ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍກຳມະບານສູນຄົ້ນຄວ້າການປະມົງ

ໃນຕອນບ່າຍຂອງວັນ ອັງຄານ, ວັນທີ 11 ມີຖຸນາ 2024 ເວລາ 13:30 ໂມງ ທີ່ຜ່ານມານີ້ ໜ່ວຍກຳມະບານ ສູນຄົ້ນຄວ້າການປະມົງ (ກມບ.ສປມ) ໄດ້ສຳເລັດການເປີດກອງປະຊຸມໃຫຍ່ ຄັ້ງທີ VII  ຂອງຕົນ. ໂດຍເປັນປະທານ ຮ່ວມຂອງ ທ່ານ ສະຫາຍ ປອ ສົມບູນ ໄຊຍະວົງ ຄະນະສະຫະພັນກຳມະບານ ກະຊວງກະສິກຳ ແລະ ປ່າໄມ້ ປະທານກຳມະບານ ຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສະຫາຍ ບຸນ ສົງ ວົງວິຈິດ ເລຂາໜ່ວຍພັກ ສູນຄົ້ນຄວ້າການປະມົງ ແລະ ສະຫາຍ ສົມພັນ ພິລາວົງ ປະທານ ໜ່ວຍກຳມະບານ ສູນຄົ້ນຄວ້າການປະມົງ. ເຊິ່ງກອງປະຊຸມມີສະມາຊິກ ແລະ ແຂກຖືກເຊີນເຂົ້າຮ່ວມ ຈຳນວນ ທັງໝົດ 26 ສະຫຍ, ຍິງ […]