National Agriculture and Forestry Research Institute

ກອງປະຊຸມວິຊາການ ສ້າງແຜນດຳເນີນງານການສົ່ງເສີມພັດທະນາການຜະລິດງົວເປັນສິນຄ້າແບບມີສ່ວນຮ່ວມ

ໃນລະຫວາ່ງວັນທີ 28-29 ມິຖຸນາ 2023, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດເຝິກອົບຮົມໃນຫົວຂໍ້ “ສ້າງແຜນດຳເນີນງານນະໂຍບາຍການຜະລິດງົວເປັນສິນຄ້າແບບມີສ່ວນຮ່ວມ” ຈັດຂຶ້ນທີ່ ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນປະທານຮ່ວມຂອງທ່ານ ຈັນພະສຸກ ຕາມທະພອນ ຫົວໜ້າສູນຄົ້ນຄວ້າເສດຖະກິດພັດທະນາຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ ແລະ ທ່ານ ສົມສະໝອນ ພະລິຈັນ, ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ໂດຍໄດ້ຮັບກຽດເປັນຄູຝຶກຂອງທ່ານ ນາງ ພິໄລລັກ ພິໄຊວັດ, ຜູ້ຊ່ວຍກຳມະການ, ຜູ້ຈັດການ ບໍລິສັດຊີພີ, ປະເທດໄທ.ມີທ່ານ ປອ ພອນວິໄລ ສີນະວົງ, ຮອງຫົວຫົວໜ້າພະແນກບໍລິຫານ ແລະ ແຜນການ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າຈາກ ກົມລ້ຽງສັດ ແລະ […]