ກອງປະຊຸມຝືກອົບຮົມເຕັກນິກການປູກພືດທີ່ມີຄວາມທົນທານຕໍ່ໄພແຫ້ແລ້ງ

ຮຽບຮຽງໂດຍ: ແສງທຽນ ສີສະເກດ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນວັນທີ 21/5/2025 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນຄົ້ນຄ້ວາເສດຖະກິດຊົນນະບົດ ແລະ ຕໍ່ການປັບຕົວປ່ຽນແປງດິນຟ້າອາກາດ ໄດ້ເປີດການຝຶກອົບຮົມໃນຫົວຂໍ້ ເຕັກນິກການປູກພືດທີ່ມີຄວາມທົນທານຕໍ່ໄພແຫ້ແລ້ງ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ, ຂັ້ນເມືອງ ແລະ ຊາວກະສິກອນທີ່ມາຈາກແຂວງ ຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ສຸລິວົງ ໄຊຍະວົງ ຄະນະສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 19 ທ່ານ ແລະ ທີມຄູຝຶກແມ່ນວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະເຕັກນິກການປູກພືດຜັກໃນເຮືອນຮົ່ມແບບ(CSA)ພາຍໄຕ້ການປ່ຽນແປງດິນຟ້າອາກາດ, ເຕັກນິກການປູກ, ບົວລະບັດຮັກສາ, ການຂະຫຍາຍພັນລໍາໃຍ ແລະ ກະທັນ. ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ແມ່ນປະກອບມີ 2 […]



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786