National Agriculture and Forestry Research Institute

ກອງປະຊຸມຝືກອົບຮົມເຕັກນິກການຜະລິດເມັດພັນຜັກໃຫ້ມີຄຸນນະພາບ

ໃນວັນທີ 28 ພະຈິກ 2024 ທີ່ຜ່ານມານີ້ ທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບສູນໂກເປຍ ປະຈໍາ ສປປລາວ (KOPIA), ໄດ້ເປີດກອງປະຊຸມຝືກອົບຮົມຫົວຂໍ້: ເຕັກນິກການຜະລິດເມັດພັນຜັກໃຫ້ມີຄຸນນະພາບ. ທີ່ຫ້ອງປະຊຸມຫ້ອງການບ້ານ ບ້ານ ຂັນໝາກ ເມືອງວັງວຽງ ແຂວງວຽງຈັນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ເຮີຈູ່ຕູ້ ຫົວໜ້າຫ້ອງການກະສິກຳ, ປ່າໄມ້ ແລະ ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 25 ທ່ານ, ຍິງ 17 ທ່ານ, ຈາກພາກສ່ວນເຊັ່ນ: ພະນັກງານວິຊາການເມືອງ, ພະນັກງານວິຊາການພະແນກ, ທີມງານວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ນັກສໍາມະນາກອນ ບ້ານຂັນໝາກ. ການຝືກອົບຮົມໄດ້ດຳເນີນເປັນເວລາເຄິ່ງວັນ ໂດຍການເປັນຄູ່ຝືກຂອງວິຊານການຂອງສູນຄົ້ນຄວ້າພືດຜັກ ແລະ […]