National Agriculture and Forestry Research Institute

ກອງປະຊຸມຝຶກອົບຮົມ ພາກປະຕິບັດໃນການຜະລິດເຂົ້າທັນສະໄຫມ ແລະ ການປູກແບບຍືນຍົງ

ໃນລະຫວ່າງ ວັນທີ 26-27 ກຸມພາ 2025 ນີ້, ທີ່ສູນຄົ້ນຄວ້າກະສິກຳເຂດເນີນສູງ, ບ້ານ ຫ້ວຍໂຄດ ເມືອງ ຊຽງເງິນ ແຂວງຫຼວງພະບາງ ໄດ້ມີພິທີເປີດຊຸດຝຶກອົບຮົມ ພາກປະຕິບັດການຜະລິດເຂົ້າທັນສະໄໜ ແລະ ການປູກແບບຢືນຍົງ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສີວຽງແຂກ ພົມມະລາດ ຫົວໜ້າສູນຄົ້ນຄວ້າ ແລະ ພືດເສດຖະກິດ ກະຊວງ ກະສິກຳ ແລະ ປ່າໄມ້, ທ່ານ ຢີຢາງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງຫຼວງພະບາງ, ທ່ານ ນາງ ສິລິພອນ ຈັນທະລາ ຫົວໜ້າຫ້ອງການຄົ້ນຄວ້າເຂົ້າສາກົນ ປະຈຳ ສປປ ລາວ IRRI, ມີທ່ານ ຄຳຫຼ້າ ພັນທະບູນ ຫົວໜ້າ ສູນຄົ້ນຄວ້າກະສິກຳ ເຂດເນີນສູງ, ທ່ານ ນ. ຄຳໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້ນຄວ້າເຂົ້າ ແລະ […]