ກອງປະຊຸມຝຶກອົບຮົມກ່ຽວກັບທາງເຕັກນິກການປຸງແຕ່ງອາຫານ ປະເພດເຂົ້າ ແລະ ໄມ້ໃຫ້ໝາກ ເປັນສິນຄ້າ (ໃຫ້ຄູຝຶກ ແລະ ສະຫະພັນແມ່ຍິງໃນຊຸມຊົນ)

ການແປຮູບຜະລິດຕະພັນ ຫຼື ການປຸງແຕ່ງອາຫານໃຫ້ເປັນຜະລິດຕະພັນເພື່ອສ້າງມູນຄ່າເພີ່ມໃຫ້ປະເພດພືດ ກະສິກຳ, ໃຫ້ມີຄວາມຫຼາກຫຼາຍໃນຮູບແບບເປັນຜະລິດຕະພັນແຫ່ງ, ການໝັກດອງ, ເປັນຜັງ, ການກວນ, ເປັນນໍ້າແລະ ອື່ນໆ ໃນຮູບແບບທີ່ເປັນເຄື່ອງບໍລິໂພກ ແລະ ອຸປະໂພກ, ຊຶ່ງມີລົດຊາດ ແຕກຕ່າງກັນຕາມແຕ່ລະຊະນິດຂອງຜະລິດຕະ ພັນ, ເພື່ອໃຫ້ຜູ້ບໍລິໂພກສາມາດເລືອກໃຊ້ບໍລິການໄດ້ຫຼາຍຮູບແບບ, ການນໍາຜະລິດຕະພັນຈາກພືດກະສິກຳມາແປຮູບ ຫຼື ປຸງແຕ່ງ ກໍ່ແມ່ນການຍົກລະດັບ ແລະ ຮັບປະກັນເລື່ອງສະບຽງອາຫານໃນເວລາຂາດແຄນອາຫານ ຫຼື ຜົນຜະລິດນອກ ລະດູທີ່ຫາຍາກ. ທັງນີ້ຍັງສາມາດເກັບຮັກສາໄວ້ກິນໄດ້ດົນນານ ຫຼື ເປັນການຖະໜອມອາຫານໄດ້ເປັນຢ່າງດີ. ທີ່ສໍາຄັນ ຊ່ວຍເພີ່ມມູນຄ່າ ຈາກຜະລິດຕະພັນສິດ ມາເປັນສິນຄ້າທີ່ມີລາຄາສູງຂື້ນ ແລະ ຍັງເປັນການຫຼຸດບັນຫາຜົນຜະລິດໃນ ລະດູການລົ້ນຕະຫຼາດ ທີ່ເຮັດໃຫ້ລາຄາຕົກຕໍ່າ ແລະ ເສຍຫາຍຈາກການບໍລິໂພກບໍ່ຫວງທັນ, ພ້ອມນີ້ ຍັງ ເປັນການເພີ່ມ ລາຍຮັບ ແລະ ສ້າງອາຊີບ ວຽກເຮັດງານທຳໃຫ້ຄອບຄົວ ຫຼື ຊຸມຊົນ. ທັງນີ້ການທີ່ຈະຮຽນຮູ້ເຕັກນິກວິທີການແປຮູບ ຫຼື ປຸງແຕ່ງໃຫ້ຖືກຕ້ອງ ໃຫ້ຜົນໄດ້ຮັບທີ່ດີ ແລະ ມີຄຸນນະພາບ, ຕ້ອງໄດ້ຮຽນຮູ້ຈາກວິຊາການທີ່ມີຄວາມຊຳນິຊຳນານ, […]



Users Today : 319
Users Yesterday : 54
This Month : 373
This Year : 79799
Total Users : 787789