National Agriculture and Forestry Research Institute

ກອງປະຊຸມປຶກສາຫາລື ກອບວາງແຜນ ລູລິມະສິດ ຄົ້ນຄວ້າຄັງຄວາມຮູ້ ດ້ານນະໂຍບາຍ ປີ 2025-2030 ເພື່ອຂັບເຂື່ອນການແກ້ໄຂບັນຫາສິ່ງທ້າທາຍກ່ຽວກັບການຜະລິດກະສິກຳ ແລະ ການພັດທະນາຊົນນະບົດ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃນຕອນເຊົ້າຂອງວັນທີ 7 ພະຈິກ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດກໍຄື ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ການພັດທະນາຊົນນະບົດ ຈັດກອງປະຊຸມຂຶ້ນທີ່ ໂຮງແຮມ ເອັສ ວັງວຽງ ບູຕິກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Mark Dubois, ຜູ້ຕາງໜ້າ IWMI ປະຈຳ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີຫົວໜ້າ/ຮອງຫົວໜ້າສູນ, ຮອງຫົວໜ້າພະແນກ ພາຍໃນສະຖາບັນ, ຕາງໜ້າຈາກຂະແໜງການຫຼັກດ້ານ ກະສິກຳ ແລະ ພັດທະນາຊົນນະບົດ ແລະ ຂະແໜງການຍ່ອຍປິ່ນອ້ອມ […]