National Agriculture and Forestry Research Institute

ກອງປະຊຸມປຶກສາຫາລືຍຸດທະສາດການພັດທະນາສັດປີກຢູ່ ສປປ ລາວ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ, ສັດປີກຖືວ່າເປັນແຫຼ່ງຊັບພະຍາກອນທີ່ສໍາຄັນໃນການປະກອບສ່ວນອັນໃຫຍ່ຫຼວງຕໍ່ການຄ້ຳປະກັນ ສະບຽງອາຫານ ແລະ ການດຳລົງຊີວິດ. ໂດຍສະເພາະ ການຜະລິດໄກ່ແມ່ນສະໜອງແຫຼ່ງທາດໂປຼຕີນຈາກສັດ ແລະ ລາຍຮັບເປັນເງິນສົດໃຫ້ແກ່ຄອບຄົວຊົນນະບົດ, ພ້ອມທັງສ້າງໂອກາດການຈ້າງງານໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມຕາມລະ ບົບຕ່ອງໂສ້ມູນຄ່າ. ເຖີງວ່າຈະມີການປະກອບສ່ວນເລົ່ານີ້ ການລ້ຽງສັດປີກດັ່ງກ່າວຍັງເປັນແບບດັ້ງເດີມ ແລະ ດ້ອຍພັດ ທະນາ. ການຜະລິດສັດປີກສ່ວນໃຫຍ່ແມ່ນການລ້ຽງໃນຮູບແບບຂະຫນາດນ້ອຍ ແລະ ລ້ຽງແບບຄົວເຮືອນ ທີ່ມີລັກສະ ນະການຜະລິດຕໍ່າ, ແຫຼ່ງພັນທຸກໍາທີ່ບໍ່ດີ, ອັດຕາການຕາຍສູງ, ການເຂົ້າເຖີງອາຫານທີ່ມີຄຸນນະພາບຍັງຈໍາກັດ ແລະ ການ ບໍລິການສັດຕະວະແພດ ແລະ ພື້ນຖານໂຄງລ່າງຕະຫຼາດທີ່ອ່ອນແອ. ນອກຈາກນັ້ນ, ຄ່າໃຊ້ຈ່າຍອາຫານທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດໄດ້ຂົ່ມຂູ່ຕໍ່ຄວາມຍືນຍົງຂອງການຜະລິດສັດປີກ. ໃນຊຸມປີມໍ່ໆມານີ້ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ມີຄວາມພະຍາຍາມຫຼາຍຢ່າງ ເພື່ອສະໜັບ ສະໜູນການພັດທະນາການລ້ຽງສັດ. ​ເຖີງ​ຢ່າງ​ໃດ​ກໍ​ຕາມ ການລິເລີ່ມພັດທະນາເລົ່າ​ນີ້​ມັກ​ຂາດ​ແນວທາງ​ຍຸດ​ທະ​ສາດ​ຮອບ […]