National Agriculture and Forestry Research Institute

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າຂອງ ກໍາມະບານ ໜ່ວຍສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2024

ໃນຕອນເຊົ້າຂອງວັນທີ 13/9/2024 ເວລາ 9:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2024, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ນາງ ຕຸ່ງລ່ຽນ ວິໄລພອນ  ປະທານກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີ ຜ່ານມາ […]