National Agriculture and Forestry Research Institute

ກອງປະຊຸມຄະນະຮັບຜິດຊອບດ້ານແນວພັນ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄັ້ງທີ I

          ໃນວັນທີ 01 ເມສາ 2022 ທີ່ ສະໂມສອນ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບດ້ານແນວພັນເພື່ອປຶກສາຫາລື ແບ່ງຄວາມຮັບຜິດຊອບດ້ານ ແລະ ແຜນດຳເນີນງານຄະນແຮັບຜິດຊອບດ້ານແນວພັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າ/ຮອງສູນ ແລະ ຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ລວມຜູ້ເຂົ້າທັງໝົດ 45 ທ່ານ (ເຂົ້າຢູ່ສະໂມສອນ 20 ທ່ານ ແລະ ທາງໄກ 25 ທ່ານ). ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນການຜ່ານຂໍ້ຕົກລົງສະບັບເລກທີ່ 0631/ກປ ລົງວັນທີ 16 ມີນາ 2022 […]