National Agriculture and Forestry Research Institute

ກອງປະຊຸມຂອງເຄືອຂ່າຍການທົດສອບອາຫານປັບປຸງພັນທຸກໍາອາຊຽນຄັ້ງທີ 20 (20th ASEAN GMF NET)

          ກອງປະຊຸມເຄືອຂ່າຍອາຫານດັດແປງພັນທຸກຳອາຊຽນຄັ້ງທີ 20 (20th ASEAN GMF NET) ຈັດຂຶ້ນໃນລະຫວ່າງວັນທີ 11-12 ກຳລະກົດ 2023 ທີ່ ໂຮງແຮມແລນມາກ ໂດຍການເປັນເຈົ້າພາບຂອງ ສປປລ ລາວ, ຕົວແທນຈັດກອງປະຊຸມແມ່ນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ (ແບບອອນລາຍ ແລະ ແບບເຊິ່ງໜ້າ) ໃຫ້ກຽດເປັນປະທານຂອງທ່ານ ນາງ ວຽງໄຊ ວັນສີລາລົມ, ຮອງຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະສະສຸກ, ມີບັນດາຜູ້ແທນຈາກປະເທດສະມາຊິກ ອາຊຽນ, ຕາງໜ້າຈາກ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າ, ຮອງຫົວໜ້າສູນອ້ອມຂ້າງສະຖາບັນ ພ້ອມດ້ວຍພະນັກງານນັກຄົ້ນຄວ້າທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແຜນການຈັດຕັ້ງປະຕິບັດ ແລະ ວາງແຜນວາລະອັນສໍາຄັນທີ່ຈະປະກອບສ່ວນໃນການພັດທະນາເຄືອຂ່າຍການກວດສອບອາຫານດັດແປງພັນທຸກໍາອາຊຽນ. ການຜະລິດອາຫານແມ່ນມີຄວາມຫຍຸ້ງຍາກສະຫລັບສັບຊ້ອນຂຶ້ນກວ່າເກົ່າທຽບກັບທີ່ຜ່ານມາ. ນັ້ນ  ໝາຍຄວາມວ່າພືດຕັດແຕ່ງພັນທຸກໍາຕ່າງໆ ມີຫຼາກຫຼາຍ […]