National Agriculture and Forestry Research Institute

ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023

          ໃນວັນທີ 31 ສິງຫາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6  ແລະ ປິດໂຄງການ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ລະມາມ, ແຂວງ ເຊກອງ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ ແລະ ທ່ານ ລໍຣິສ ປາເລນຕີນີ […]

ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023

         ໃນວັນທີ 11 ພຶດສະພາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6 ປະຈຳປີ 2022 ແລະ ຜ່ານແຜນປະຈຳປີ 2023 ຂຶ້ນທີ່ ໂຮງແຮມສິນສະໄໝ, ເມືອງ ສາລະວັນ, ແຂວງ ສາລະວັນ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ.ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ວັງປະເສີດ ບຸນເອື້ອວົງສາ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງສາລະວັນ, ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ […]