
ກອງປະຊຸມເປີດບັ້ນສ້າງຂະບວນການແຂ່ງຂັນໄລຍະໃໝ່ ຮັກຊາດ ແລະ ພັດທະນາ ສູນຄົ້ນຄວ້າການປະມົງ ໄດ້ໄຂຂຶ້ນຢູ່ ຫ້ອງປະຊຸມຂອງສູນ ໃນຕອນເຊົ້າຂອງວັນທີ 28 ກຸມພາ 2018 ໂດຍການເປັນປະທານຮ່ວມຂອງ ທ່ານ ດວງຄຳ ສິງຫານຸວົງ ວ່າການຫົວໜ້າສູນຄົ້ນຄວ້າການປະມົງ ແລະ ສະຫາຍ ອຸ່ນຄຳ ຄຳໝື່ນສົດ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າການປະມົງ. ໃນກອງປະຊຸມແມ່ນມີພະນັກງານ ຂອງ 5 ຂະແຫນງການ ທີ່ຂື້ນກັບສູນ ເຊັ່ນ: ຂະແໜງບໍລິຫານ-ແຜນການ, ຂະແໜງຄົ້ນຄ້າຊັບພະຍາກອນປະມົງ, ຂະແໜງຄົ້ນຄວ້າການລ້ຽງປາ ແລະ ສັດນໍ້າ, ຂະແໜງຄົ້ນຄ້ວາ ສຸກຂະພາບສັດນໍ້າ ແລະ ຂະແໜງຜະລິດ ແລະ ຮັກສາແນວພັນປາ ແລະ ສັດນໍ້າ ໄດ້ພ້ອມກັນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງລວມຂອງກອງປະຊຸມ ກໍ່ແມ່ນເພື່ອສ້າງຂະບວນການເປີດບັ້ນແຂ່ງຂັນ-ຍ້ອງຍໍ ໃນໄລຍະໃໝ່ “ຮັກຊາດ ແລະ ພັດທະນາ” ຕິດພັນກັບ ຂໍ້ແຂ່ງຂັນ “3 ເນື້ອໃນ 4 ເປົ້າໝາຍ” ຂອງກະຊວງກະສິກໍາ ແລະ ປ່າໄມ້ ແລະ “3 ເນື້ອໃນ 6 ເປົ້າຫມາຍຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກໍ່ຄື 3 ເນື້ອໃນ 5 ເປົ້າໝາຍ ຂອງສູນ ໃຫ້ປະກົດຜົນເປັນຈິງ. ການສ້າງຂະບວນການແຂ່ງຂັນແມ່ນ ເພື່ອໃຫ້ບັນລຸຈຸດປະສົງ ແລະ ເປົ້າໝາຍຂອງສະຖາບັນທີ່ໄດ້ກຳນົດແລະວາງໄວ້ໃນແຜນ VIII (2016-2020) ໂດຍອີງໃສ່ 4 ແຜນງານຫລັກ (ຄູ້ມຄອງ ແລະ ນໍາໃຊ້ຊີວະນາໆພັນກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມຍືນຍົງ; ຄົ້ນເພື່ອຍົກຜະລິດຕະພາບ ກະສິກໍາ ແລະປ່າໄມ້ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ເປັນສິນຄ້າ; ຄົ້ນຄ້ວາຮູບແບບການຜະລິດກະສິກໍາ ຕໍ່ກັບການປ່ຽນແປງດິນຟ້າອາກາດ; ແລະ ຄົ້ນຄວ້າເສດຖະກິດກະສິກໍາ ແລະ ພັດທະນາຊົນນະບົດ) ແລະ ມີ 2 ແຜນງານສະຫນັບສະຫນຸນ (ພັດທະ ນາແລະປັບປູງ ຄວາມເຂັ້ມແຂງ ແລະ ຄວາມອາດສາມາດ; ແລະ ສະໜັບສະໜູນ ເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານ ການຄົ້ນຄວ້າກະສິກໍາປ່າໄມ້).
ຈຸດປະສົງສະເພາະ ກໍ່ແມ່ນເພື່ອແຂ່ງຂັນກັນສູ້ຊົນເພື່ອບັນລຸຕົວເລກຊີ້ວັດ ການຜະລິດ ແລະ ສະໜອງແນວພັນປາ ແລະ ສັດນໍ້າ ທີ່ໄດ້ກໍານົດໃວ້ໃນຍຸດທະສາດການຄົ້ນຄວ້າ ແລະ ແຜນ VIII ແຕ່ນີ້ຮອດປີ 2020 ຂອງກະຊວງກະສິກໍາ ແລະ ປ່າໄມ້ ຄື: ສະໜອງແນວພັນປາ ໃຫ້ໄດ້ 3,5 ລ້ານໂຕ (ສະເພາະສູນ ແລະ ເຄືອຄ່າຍຫັລກຂອງສູນ) ແລະ ໃນທົ່ວປະເທດໃຫ້ໄດ້ 450 ລ້ານໂຕ; ເພື່ອສ້າງໃຫ້ໄດ້ນັກຄົ້ນຄ້ວາສະເພາະດ້ານທີ່ດີເດັ່ນເຊັ່ນ: ຊ່ຽວຊານປັບປຸງພັນປາ, ຊ່ຽວຊານລ້ຽງປາ, ຊ່ຽວຊານດ້ານກໍາມະພັນ ແລະ ອ່ືນໆ; ແລະ ເຮັດໃຫ້ການຈັດຕັ້ງມີຄວາມເຂັ້ງແຂງ, ມີແບບແຜນວິທີເຮັດວຽກທີ່ດີ, ມີຄາດໝາຍ ແລະ ຕົວຊີ້ວັດ ທີ່ ຈະແຈ້ງ, ມີລະບົບການຄຸ້ມຄອງທີ່ດີ, ສາມາດປະເມີນຜົນ ແລະ ກວດສອບໄດ້.
ພາຍຫລັງທີ່ບັນດາຫົວໜ້າຂະແໜງໄດ້ຜ່ານ ຂໍ້ແຂ່ງຂັນ ແລະ ຄໍາຂັວນຂອງແຕ່ລະຂະແໜງແລ້ວ ຕາງໜ້າໃຫ້ແຕ່ລະຂະແໜງໄດ້ມີການຈັບມືແຂ່ງຂັນກັນ ເພື່ອປະກາດບັ້ນສ້າງຂະບວນການ ຮັກຊາດ ແລະພັດທະນາ ຢ່າງເປັນທາງການ. ໃນນີ້ກໍ່ເພື່ອແນ່ໃສ່ ຈັດຕັ້ງປະຕິບັດຄໍາຂັວນຂອງສູນ: “ຄົ້ນຄວ້າໃຫ້ໄດ້ແນວພັນປາທີ່ດີ, ຜະລິດໃຫ້ໄດ້ຫລາຍ ແລະ ກະຈາຍໃຫ້ທົ່ວເຖິງ” ໃຫ້ປະກົດຜົນເປັນຈິງ. ກອງປະຊຸມໄດ້ປິດລົງໃນເວລາ 15:45 ໂມງ ຂອງວັນດຽວກັນ.




Users Today : 345
Users Yesterday : 54
This Month : 399
This Year : 79825
Total Users : 787815