

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້.
ໃນລະຫວ່າງວັນທີ 25-26 ທັນວາ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບ ອົງການ ອ໋ອກສຟາມ (OXFAM) ຈັດກອງປະຊຸມ ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສົ່ງເສີມການຜະລິດກະສິກຳສະຫຼາດ ແລະ ແນວພັນພືດ ປະຈໍາປີ 2025, ທິດທາງແຜນການ ປີ 2026 ແລະ ປຶກສາຫາລື ຮ່າງນະໂຍບາຍແນວພັນພືດແຫ່ງຊາດ ຂຶ້ນ ທີ່ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ນະຄອນໄກສອນ ແຂວງ ສະຫວັນນະເຂດ, ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ ໂກສົນ ໄຊພະກັດສາ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແລະ ທ່ານ ນາງ ໃຈປະເສີດ ພັນພູວັນນະ ຫົວໜ້າແຜນງານສົ່ງເສີມສິດສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມ ອົງການ ອ໋ອກສຟາມ (OXFAM) ມີຫົວໜ້າ/ຮອງຫົວໜ້າສູນ ອ້ອມຂ້າງສະຖາບັນ, ຕາງໜ້າພະແນກກະສິກຳ ແລະ ປ່າໄມ້, ບັນດາພະແນກການອ້ອມຂ້າງ ແຂວງສະຫວັນນະເຂດ, ຫຼວງພະບາງ ແລະ ຈຳປາສັກ, ພ້ອມດ້ວຍນັກວິຊາການ, ຜູ້ປະກອບການ, ຕາງໜ້າກຸ່ມຜະລິດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ດັ່ງທີ່ພວກເຮົາຮັບຮູ້ກັນດີວ່າ ສປປ ລາວ ມີທ່າແຮງທາງດ້ານຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນ ໂດຍສະເພາະແນວພັນພືດພື້ນເມືອງທີ່ມີຫຼາຍກວ່າ 14,000 ຕົວຢ່າງໃນທະນາຄານເຊື້ອພັນ. ແຕ່ເຖິງຢ່າງໃດກໍຕາມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດທຳມະຊາດ ໄດ້ສົ່ງຜົນກະທົບໂດຍກົງຕໍ່ການຜະລິດ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ. ພ້ອມດຽວກັນນັ້ນ, ວຽກງານແນວພັນພືດຂອງພວກເຮົາ ຍັງພົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນ ລະບົບການຜະລິດ ແລະ ສະໜອງແນວພັນທີ່ມີຄຸນນະພາບຍັງບໍ່ທັນພຽງພໍ, ການນຳເຂົ້າແນວພັນຈາກຕ່າງປະເທດຍັງສູງ ແລະ ກົນໄກການເຊື່ອມໂຍງລະຫວ່າງການຜະລິດ ແລະ ຕະຫຼາດ ຍັງບໍ່ທັນເຂັ້ມແຂງ.
ດ້ວຍເຫດຜົນ ແລະ ຄວາມຈຳເປັນດັ່ງກ່າວ, ກະຊວງກະສິກຳ ແລະ ສິງແວດລ້ອມ ຈຶ່ງໄດ້ມອບໝາຍໃຫ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ຄູ່ຮ່ວມພັດທະນາ ຄົ້ນຄວ້າສ້າງ “ນະໂຍບາຍແນວພັນພືດແຫ່ງຊາດ” ຂຶ້ນ.
ຈຸດປະສົງສຳຄັນຂອງກອງປະຊຸມໃນ 2 ວັນນີ້ ແມ່ນ:
- ເພື່ອຮວບຮ່ວມບົດຮຽນ ແລະ ຜົນສຳເລັດຈາກການຈັດຕັ້ງປະຕິບັດໂຄງການຮ່ວມມື ດ້ານ CSA ລະຫວ່າງ OXFAM ແລະ NAFRI ພ້ອມທັງຄວາມຄິດເຫັນ ແລະ ຄວາມຕ້ອງການຈາກພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ເອກະຊົນເຂດເປົ້າຫມາຍໂຄງການ.
- ເພື່ອປຶກສາຫາລືສະເໜີທາງເລືອກດ້ານນະໂຍບາຍ ແລະ ຍຸດທະກຳທີ່ສະທີ່ສະໜອງຕໍ່ຄວາມທ້າທາຍຂອງການປ່ຽນແປງດີນຟ້າອາກາດ, ການຮັກສາຄວາມຫຼາກຫຼາຍທາງຊີວະພາບ ແລະ ຄວາມໜັ້ນຄົງດ້ານສະບຽງອາຫານ.
- ເພື່ອເສີມຂະຫຍາຍການຮ່ວມມື ແລະ ການປະສານງານລະຫວ່າງສະຖາບັນຄົ້ນຄວ້າ,ອົງການພັດທະນາ,ຫົວໜ່ວຍທຸລະກິດ ແລະ ຊຸມຊົນ ໃນການຂະຫຍາຍໂຄງການ CSA ແລະ ລະບົບເມັດພັນທ້ອງຖີ່ນໃນລະດັບທ້ອງຖີ່ນ.
- ເພື່ອປະກອບຄໍາຄິດຄໍາເຫັນຕໍ່ ຕໍ່ການປັບປຸງສະບັບຮ່າງ “ນະໂຍບາຍແນວັນພືດແຫ່ງຊາດ” ໃນຂັ້ນພູມິພາກ.
ການຈັດກອງປະຊຸມຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຮ່ວມມືໃນໂຄງການກະສິກຳປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ (Climate-Smart Agriculture – CSA) ລະຫວ່າງ ອົງການ OXFAM ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI). ໂຄງການດັ່ງກ່າວມີຈຸດປະສົງສະໜັບສະໜູນການປັບປຸງຄວາມອາດສາມາດຂອງລະບົບກະສິກຳ, ການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ການພັດທະນາຊີວິດການເປັນຢູ່ຂອງຊາວກະສິກອນໃນສະພາບການປ່ຽນແປງດິນຟ້າອາກາດ, ຜົນສຳເລັດ ແລະ ການຂະຫຍາຍໂຄງການຮ່ວມມື OXFAM-NAFRI ໄດ້ປະກອບສ່ວນສຳຄັນໃນການພັດທະນາ ແລະ ທົດລອງພືດຜັກທີ່ທົນທານຕໍ່ສະພາບແວດລ້ອມ (ຄວາມແຫ້ງແລ້ງ, ນໍ້າຖ້ວມ) ໃນເຂດພາກກາງ ແລະ ພາກເໜືອຂອງປະເທດ, ສ້າງເຄືອຄ່າຍຊາວກະສິກອນຜະລິດເມັດພັນພືດທ້ອງຖິ່ນ ເພື່ອຮັກສາ ແລະ ເຜີຍແຜ່ພັນພືດທີ່ມີຄຸນນະພາບ ແລະ ເໝາະສົມກັບແຕ່ລະທ້ອງຖິ່ນ, ສົ່ງເສີມການນຳໃຊ້ເຕັກໂນໂລຢີ ແລະ ການປະຕິບັດທາງດ້ານ CSA ຜ່ານການຝຶກອົບຮົມ ແລະ ການສະໜັບສະໜູນດ້ານວິຊາການ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບ ຂອງຊຸມຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ການປ່ຽນແປງດິນຟ້າອາກາດ. ການຈັດກອງປະຊຸມຄັ້ງນີ້ ຈຶ່ງເປັນຂັ້ນຕອນທີ່ສຳຄັນໃນການຮວບຮວມບົດຮຽນ, ຜົນສຳເລັດ ແລະ ຄວາມທ້າທາຍຈາກການຈັດຕັ້ງປະຕິບັດໂຄງການຮ່ວມມື ເພື່ອນຳມາປະກອບສ່ວນໃນການປັບປຸງນະໂຍບາຍ ແລະ ຍຸດທະສາດລະດັບຊາດ. ການມີສ່ວນຮ່ວມຂອງຜູ້ປະສົບການຈິງຈາກແຂວງຫຼວງພະບາງ ແລະ ແຂວງຕ່າງໆ ໃນພາກໃຕ້ ຈະຊ່ວຍສ້າງມູມມອງທີ່ຄົບຖ້ວນ ແລະ ສະທ້ອນເຖິງຄວາມຕ້ອງການທີ່ແຕກຕ່າງກັນຂອງແຕ່ລະພາກພື້ນ, ເຮັດໃຫ້ເອກະສານຍຸດທະສາດ ແລະ ນະໂຍບາຍທີ່ກຳລັງພັດທະນາມີຄວາມເໝາະສົມ, ສາມາດນຳໃຊ້ໃນການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ແລະ ເປັນເອກະພາບທົ່ວປະເທດ. ກອງປະຊຸມໄດ້ປິດລົງໃນເວລາ 12:00 ວັນທີ 26 ທັນວາ 2025









Users Today : 176
Users Yesterday : 54
This Month : 230
This Year : 79656
Total Users : 787646