

ຮຽບຮຽງໂດຍ: ທ. ອັ໋ນ ສີວົງສາ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນວັນທີ 16/12/2025 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຮ່ວມກັບ ອົງການ SNV ປະຈຳ ສປປ ລາວ ໄດ້ຕ້ອນຮັບການທັດສະນະຂອງທີມງານວິຊາການຂັ້ນແຂວງ, ຂັ້ນເມືອງ ແລະ ກຸ່ມບ້ານ ທີ່ມາຈາກ ແຂວງ ຄຳມ່ວນ ເມືອງ ບົວລະພາ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ. ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 16 ທ່ານ ຍິງ 5 ທ່ານ ແລະ ທີມງານວິຊາການຂອງສູນ (ສຜໝ) ຈໍານວນໜຶ່ງເຂົ້າຮ່ວມ ຈຸດປະສົງ: 1). ເພື່ອຢ້ຽມຢາມກິດຈະກໍາພາຍໃນສູນ 2). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງໂດຍສະເພາະເຕັກນິກການປູກ ແລະ ການແປຮູບຈາກຜະລິດຕະພັນຈາກກ້ວຍ.
ການດໍາເນີນການລົງຢ້ຽມຢາມໃນຄັ້ງນີ້, ທີມງານຂອງສູນໄດ້ນໍາພາໃຫ້ຄຳແນະນຳທາງດ້ານທິດສະດີ ແລະລົງພາກສະໜາມຕົວຈິ່ງເບິ່ງພື້ນທີ່ອະນຸລັກ ແລະ ເຕົ້າໂຮມແນວກ້ວຍ, ທີ່ສ່ວນອະນຸແນວພັນກ້ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ໄດ້ນໍາສະເໜີປະຫວັດຄວາມເປັນມາ ແລະ ພາລະບົດບາດ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໃນນັ້ນໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າການປູກ ແລະ ການແປຮູບຜະລິດຕະພັນຈາກກ້ວຍເພື່ອສ້າງມູນຄ່າເພີ່ມ. ຈາກນັ້ນ, ທາງຄະນະຮັບຜິດຊອບວຽກງານການປູກ ແລະ ການແປຮູບຜະລິດຕະພັນກໍ່ຄື: ກຸ່ມວຽກຄົ້ນຄວ້າໄມ້ໃຫ້ໝາກ – ມອນມ້ອນ ແລະ ກຸ່ມວຽກຄົ້ນຄວ້າເຕັກນິກຫຼັງການເກັບກ່ຽວ – ປຸງແຕ່ງໄດ້ແນະເຕັກນິກການປູກ, ບົວລະບັດຮັກສາ, ການແປຮູບຜະລິດຕະພັນຈາກກ້ວຍ. ນອກຈາກນັ້ນຍັງໄດ້ລົງຢ້ຽມຢາມເບິ່ງພື້ນທີ່ສວນອະນຸລັກເຕົ້າໂຮມແນວພັນກ້ວຍ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ໃນການລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ທາງດ້ານທິດສະດີ ແລະ ພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງເຕັກນິກການປູກ, ການບົວລະບັດຮັກສາ ຈົນຮອດການແປຮູບຜະລິດຕະພັນຈາກກ້ວຍ .
ຜົນຈາກການລົງຢ້ຽມຢາມເຫັນວ່ານັກວິຊາການໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເຖິງບັນຫາ, ຄວາມສໍາຄັນ ແລະ ສະພາບຄວາມຈໍາເປັນຂອງການປູກ, ບົວລະບັດຮັກສາ ແລະ ການປຸງແຕ່ງແປຮູບຜະລິດຕະພັນ ເຊິ່ງນັກວິຊາການແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດ ເຊັ່ນ: ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ສາມາດຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນ່ນອນ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາທີ່ສໍາຄັນອີກອັນໜຶ່ງກໍ່ແມ່ນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ທີ່ນັບມື້ນັບຫຼາຍຂຶ້ນ.




Users Today : 177
Users Yesterday : 54
This Month : 231
This Year : 79657
Total Users : 787647