

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້
ໃນຕອນເຊົ້າຂອງວັນທີ 7 ພະຈິກ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດກໍຄື ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ການພັດທະນາຊົນນະບົດ ຈັດກອງປະຊຸມຂຶ້ນທີ່ ໂຮງແຮມ ເອັສ ວັງວຽງ ບູຕິກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ວິລະພົນ ນວນແສງສີ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Mark Dubois, ຜູ້ຕາງໜ້າ IWMI ປະຈຳ ສປປ ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີຫົວໜ້າ/ຮອງຫົວໜ້າສູນ, ຮອງຫົວໜ້າພະແນກ ພາຍໃນສະຖາບັນ, ຕາງໜ້າຈາກຂະແໜງການຫຼັກດ້ານ ກະສິກຳ ແລະ ພັດທະນາຊົນນະບົດ ແລະ ຂະແໜງການຍ່ອຍປິ່ນອ້ອມ ຕະຫຼອດເຖິງ ຂະແໜງການອື່ນໆ ທີ່ຮັບຜິດຊອບດ້ານນະໂຍບາຍການຜະລິດສະບຽງອາຫານ, ການຄຸ້ມຄອງ ແລະ ພັດທະນາທີ່ດິນ, ການຄຸ້ມຄອງຊັບພະຍາກອນນ້ຳ, ອົງການຈັດຕັ້ງຊາວກະສິກອນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 38 ທ່ານ ຍິງ 10 ທ່ານ.
ຈັດປະສົມແມ່ນ ເພື່ອເປັນເວທີປຶກສາຫາລືກອບແຜນງານການຄົ້ນຄວ້າ ຄັງຄວາມຮູ້ດ້ານນະໂຍບາຍ ສຳລັບພາກສ່ວນຄູ່ຮ່ວມພັດທະນາ ແລະ ຂະແໜງການກ່ຽວຂ້ອງ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການປະສານງານ ແລະ ແລກປ່ຽນຂໍ້ມູນ ການຈັດຕັ້ງປະຕິບັດ, ການລາຍງານຜົນສຳເລັດ ແລະ ແຜນການເຄື່ອນໄຫວ ແລະ ການຮ່ວມມືຂະແໜງການໃນຕໍ່ໜ້າ.
ເພື່ອນຳສະເໜີຍຸດທະສາດ ການຄົ້ນຄວ້າວິທະຍາສາດ ກະສິກຳ ແລະ ສິ່ງແວດລ້ອມ ຮອດປີ 2035 ແລະ ວິໄສທັດຮອດ ປີ 2050 ທີ່ຕິດພັນກັບແຜນງານ ການຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍກະສິກຳ ແລະ ການພັດທະນາຊົນນະບົດ; ເພື່ອນຳສະເໜີແຜນ ບຸລິມະສິດ ການຄົ້ນຄວ້າຄັງຄວາມຮູ້ດ້ານນະໂຍບາຍ ກະສິກຳ, ປ່າໄມ້, ສິ່ງແວດລ້ອມ ແລະ ພັດທະນາຊົນນະບົດ ປະຈຳປີ 2025-2030; ສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານຄັງຄວາມຮູ້ນະໂຍບາຍກະສິກຳ ແລະ ການພັດທະນາຊົນນະບົດ ແລະ ເພີ່ມທະວີການຮ່ວມມືລະຫວ່າງຂະແໜງການ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດນະໂຍບາຍ.









Users Today : 196
Users Yesterday : 54
This Month : 250
This Year : 79676
Total Users : 787666