National Agriculture and Forestry Research Institute

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້

ໃນຕອນເຊົ້າວັນທີ 4 ພະຈິກ 2025, ກຸ່ມວຽກຄົ້ນຄວ້າການລ້ຽງສັດປີກ, ສູນຄົ້ນຄວ້າການລ້ຽງສັດ ຮ່ວມກັບ ໂຄງການ ກູດຟາມເມີ ຈັດກິດຈະກຳຝຶກອົບຮົມພາກປະຕິບັດຕົວຈິງ ໃນການສັກວັກຊີນປ້ອງກັນພະຍາດອະຫິວາສັດປີກ ໃຫ້ນັກສຶກສາປີທີ 4 ພາກວິຊາ ສັດຕະວະແພດ, ຄະນະ ກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ສຸສຳລານ ຄຳພູມີ, ຮອງຫົວໜ້າ ສູນຄົ້ນຄວ້າການລ້ຽງສັດ ແລະ ທ່ານ ປອ ສົມບູນ ອຳນວຍການໂຄງການ ກູດຟາມເມີ, ເຂົ້າຮ່ວມ ມີອາຈານ ສຸລະສັກ ມະຫາໄຊ ຮອງຫົວໜ້າ ພາກວິຊາ ສັດຕະວະແພດ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຄູຝຶກຈາກ ສູນຄົ້ນຄວ້າການລ້ຽງສັດ ແລະ ໂຄງການ ກູດຟາມເມີ ເຂົ້າຮ່ວມ ຈຳນວນທັງໝົດ 50 ທ່ານ ຍິງ 29 ທ່ານ.

          ຈຸດປະສົງ 1) ເພື່ອໃຫ້ນັກສຶກສາ ເຂົ້າໃຈໃນການນຳໃຊ້ວັກຊີນອະຫິວາສັດປີກ 2) ການນຳໃຊ້ວັກຊີນປ້ອງການພະຍາດໄຂ້ຫວັດສັດປີກ AI. ເພື່ອເປັນການຮ່ວມມືລະຫວ່າງ ກຸ່ມວຽກຄົ້ນຄວ້າການລ້ຽງສັດປີກ ແລະ ພາກວິຊາ ສັດຕະວະແພດ ໃນການສ້າງກິດຈະກຳ ໃນພາກປະຕິບັດຕົວຈິງ ຂອງນັກສຶກສາໃຫ້ມີຄວາມຊຳນິຊຳນານໃນການປ້ອງກັນພະຍາດສັດປີກ.

ໃນການຝຶກອົບຮົມຄັ້ງນີ້ ທ່ານ ບຸນເສັງ ພົມປີດາ ຫົວໜ້າ ກຸ່ມວຽກຄົ້ນຄວ້າການລ້ຽງສັດປີກ ແລະ ວິຊາການຈາກໂຄງການ ກູດຟາມເມີ ໄດ້ນຳພາ ນັກສຶກສາລົງປະຕິບັດຕົວຈິງ ແລະ ນຳໃຊ້ວັກຊິນ 2 ຊະນິດຄື: ວັກຊີນປ້ອງກັນພະຍາດອະຫິວາສັດປີກ ແລະ ວັກຊີນປ້ອງກັນພະຍາດໄຂ້ຫວັດສັດປີກ. ການຝຶກອົບຮົມຄັ້ງນີ້ ສາມາດສັກວັກຊີນໄກ່ທັງໝົດ 665 ໂຕ, ໄກ່ຕ໋ອກ ຈຳນວນ 241 ໂຕ ແລະ ໄກ່ລາດ 424 ໂຕ.