

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້
ໃນ ສປປ ລາວ, ສັດປີກຖືວ່າເປັນແຫຼ່ງຊັບພະຍາກອນທີ່ສໍາຄັນໃນການປະກອບສ່ວນອັນໃຫຍ່ຫຼວງຕໍ່ການຄ້ຳປະກັນ ສະບຽງອາຫານ ແລະ ການດຳລົງຊີວິດ. ໂດຍສະເພາະ ການຜະລິດໄກ່ແມ່ນສະໜອງແຫຼ່ງທາດໂປຼຕີນຈາກສັດ ແລະ ລາຍຮັບເປັນເງິນສົດໃຫ້ແກ່ຄອບຄົວຊົນນະບົດ, ພ້ອມທັງສ້າງໂອກາດການຈ້າງງານໃຫ້ແກ່ແມ່ຍິງ ແລະ ໄວໜຸ່ມຕາມລະ ບົບຕ່ອງໂສ້ມູນຄ່າ. ເຖີງວ່າຈະມີການປະກອບສ່ວນເລົ່ານີ້ ການລ້ຽງສັດປີກດັ່ງກ່າວຍັງເປັນແບບດັ້ງເດີມ ແລະ ດ້ອຍພັດ ທະນາ. ການຜະລິດສັດປີກສ່ວນໃຫຍ່ແມ່ນການລ້ຽງໃນຮູບແບບຂະຫນາດນ້ອຍ ແລະ ລ້ຽງແບບຄົວເຮືອນ ທີ່ມີລັກສະ ນະການຜະລິດຕໍ່າ, ແຫຼ່ງພັນທຸກໍາທີ່ບໍ່ດີ, ອັດຕາການຕາຍສູງ, ການເຂົ້າເຖີງອາຫານທີ່ມີຄຸນນະພາບຍັງຈໍາກັດ ແລະ ການ ບໍລິການສັດຕະວະແພດ ແລະ ພື້ນຖານໂຄງລ່າງຕະຫຼາດທີ່ອ່ອນແອ. ນອກຈາກນັ້ນ, ຄ່າໃຊ້ຈ່າຍອາຫານທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດໄດ້ຂົ່ມຂູ່ຕໍ່ຄວາມຍືນຍົງຂອງການຜະລິດສັດປີກ.
ໃນຊຸມປີມໍ່ໆມານີ້ ລັດຖະບານ ແຫ່ງ ສປປ ລາວ ແລະ ຄູ່ຮ່ວມພັດທະນາ ໄດ້ມີຄວາມພະຍາຍາມຫຼາຍຢ່າງ ເພື່ອສະໜັບ ສະໜູນການພັດທະນາການລ້ຽງສັດ. ເຖີງຢ່າງໃດກໍຕາມ ການລິເລີ່ມພັດທະນາເລົ່ານີ້ມັກຂາດແນວທາງຍຸດທະສາດຮອບ ດ້ານ ເພື່ອເປັນຕົວນໍາທາງໃຫ້ມີການຂະຫຍາຍໂຕຂອງຂະແໜງການຢ່າງສອດຄ່ອງມີປະສິດທິພາບ. ເພື່ອປັບປຸງຊ່ອງ ຫວ່າງດັ່ງກ່າວ ກະຊວງກະສິກໍາ ແລະ ປ່າໄມ້ (MAF) ກໍຄື ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ສະຖາບັນຄົ້ນຄວ້າການລ້ຽງສັດສາກົນ (ILRI) ໄດ້ລິເລີ່ມການສ້າງ ຍຸດທະສາດການພັດທະນາສັດປີກ 10 ປີ (2026-2035). ຍຸດທະສາດນີ້ມີເປົ້າໝາຍແນໃສ່ສ້າງແຜນການທີ່ຮອບດ້ານ ເພື່ອຫັນຂະແໜງສັດປີກໃຫ້ກາຍເປັນພາກສ່ວນປະກອບອາຊີບລ້ຽງສັດຂອງປະເທດໃຫ້ຍືນຍົງ, ຢືດຢຸ່ນ ແລະ ສາມາດແຂ່ງຂັນໄດ້. ຍຸດທະສາດດັ່ງກ່າວ ຈະກໍານົດບູລິມະສິດຍຸດທະສາດ ແລະ ການຈັດຕັ້ງປະຕິບັດກິດຈະກໍາ ເພື່ອການປັບປຸງພັນ ແລະ ພັນທຸກໍາ, ຊັບພະຍາກອນອາຫານ, ການຄຸ້ມຄອງສຸຂະພາບສັດ, ການເຊື່ອມໂຍງລະ ບົບຕ່ອງໂສ້ມູນຄ່າ, ສະພາບແວດລ້ອມນະໂຍບາຍ ແລະ ການພັດທະນາຄວາມສາມາດ.
ໃນວັນທີ 30 ຕຸລາ 2025, ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມປຶກສາຫາລືຍຸດທະສາດການພັດທະນາສັດປີກຢູ່ ສປປ ລາວ ແລະ ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເສີມສ້າງການຮ່ວມມືໃນການຄົ້ນຄວ້າ ແລະ ພັດທະນາການລ້ຽງສັດປີກ ໂດຍການເປັນປະທານ ແລະ ລົງນາມເຊັນບົດບັນທຶກຂອງ ທ່ານ ສິຣິພົນ ພິທັກສູນ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ແລະ ດຣ. ຮຸ່ງ ຫງວຽນ, ຜູ້ອຳນວຍການພາກພື້ນຂອງ ILRI ອາຊີ, ທ່ານ ດຣ.ວັນນະພອນ ພູທະນາ, ຄະນະບໍດີ ກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ທ່ານ ອຸ່ນເຮືອນ ໄຊຍະສິດ ຜູ້ຈັດການພາກພື້ນອາຊີຕາເວັນອອກສ່ຽງໃຕ້, ACIAR, ມີຜູ້ຕາງໜ້າຈາກ ກົມລ້ຽງສັດ ແລະ ການປະມົງ, ມະຫາວິທະຍາໄລແຫ່ງຊາດລາວ, ສູນຄົ້ນຄວ້າກະສິກຳສາກົນອົດສະຕຣາລີ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າພາກເອກະຊົນ, ແລະ ອົງການຊາວກະສິກອນ ແລະ ພະນັກງານ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງເພື່ອປຶກສາຫາລືຜູ້ມີສ່ວນຮ່ວມກ່ຽວກັບຍຸດທະສາດການພັດທະນາສັດປີກຂອງ ສປປ ລາວ (2026-2035) ເປັນບາດກ້າວສໍາຄັນໃນຂະບວນການມີສ່ວນຮ່ວມຂອງການພັດທະນາຍຸດທະສາດແຫ່ງຊາດ. ເພື່ອແນໃສ່ເຕົ້າໂຮມບັນດາສະຖາບັນຂອງລັດ, ສະຖາບັນການຄົ້ນຄວ້າ, ຂະແໜງວິຊາການ, ຜູ້ຕາງໜ້າພາກເອກະຊົນ, ບັນດາສະຫະ ກອນ ແລະ ຄູ່ຮ່ວມມືພັດທະນາ ເພື່ອສົມທົບກັນກຳນົດວິໄສທັດ, ບຸລິມະສິດຍຸດທະສາດ, ເຂດປະຕິບັດການຫັນເປັນຂະແໜງສັດປີກແບບຍືນຍົງ.









Users Today : 196
Users Yesterday : 54
This Month : 250
This Year : 79676
Total Users : 787666