
ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນລະຫວ່າງວັນທີ 22 – 23 ຕຸລາ 2025 ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ເປີດກອງປະຊຸມວາງແຜນປະຈໍາປີໃນການຈັດຕັ້ງກິດຈະກໍາ ການພັດທະນາເຕັກນິກການຜະລິດພືດຜັກ ພາຍໃຕ້ໂຄງການ ໂຄງການຄົ້ນຄວ້າ ແລະ ພັດທະນາເຕັກນິກ ແລະ ລະບົບຕ່ອງໂສ້ການຜະລິດ ໃນການເພີ່ມຜະລິດຕະພາບ ແລະ ຄວາມປອດໄພພືດຜັກ ຂອງຊາວກະສິກອນຂະໜາດນ້ອຍ ໃນ ສປປ ລາວ. ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 20 ຄົນ ໃນນັ້ນປະກອບມີຫຼາຍພາກສ່ວນທີ່ໃຫ້ກຽດເຂົ້າຮ່ວມໃນການຄັ້ງນີ້ຄື: ກົມປູກຝັງ, ກົມສົ່ງເສີມກະສິກໍາ ແລະ ສະຫະກອນ, ມະຫາວິທະຍາໄລແຫ່ງຊາດ, ພະແນກບໍລິຫານ ແລະ ສັງລວມ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຜູ້ປະສານໂຄງການ ນອກຈາກນີ້ຍັງມີທີມງານຈາກ ສະຖາບັນຄົ້ນຄວ້າກະສິກໍາສາກົນຂອງອົສຕຣາລີ (Australian Centre for International Agricultural Research (ACIAR) ທີ່ໄດ້ເຂົາຮ່ວມຄື: ທ່ານ Prof. Jeremy Badgery-parker ພ້ອມດ້ວຍຄະນະສ່ຽວຊານຈາກອົສຕຣາລີ ຈຸດປະສົງ 1) ເພື່ອຂໍທິດຊີ້ນໍາ ແລະ ປືກສາຫາລື ໃນການວາງແຜນດໍາເນີນກິດຈະກໍາ ຂອງໂຄງການໃນຕໍ່ໜ້າ.
ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ນໍາສະເໜີຈຸດປະສົງຂອງກອງປະຊຸມ ກ່ຽວກັບການຄົ້ນຄວ້າ ແລະ ພັດທະນາເຕັກນິກ ແລະ ລະບົບຕ່ອງໂສ້ການຜະລິດ ໃນການເພີ່ມຜະລິດຕະພາບ ແລະ ຄວາມປອດໄພພືດຜັກ ຂອງຊາວກະສິກອນຂະໜາດນ້ອຍ. ນອກຈາກນັ້ນ ທ່ານ Prof. Jeremy Badgery-parker ຍັງໄດ້ລາຍງານເຖິງຈຸດປະສົ່ງ ແລະ ເປົ້າໝາຍຂອງໂຄງການ ໂດຍການນໍາສະເໜີເຖິງບັນດາກິດຈະກໍາທີ່ຈະໄດ້ຈັດຕັ້ງປະຕິບັດ ໃນກອງປະຊຸມແຕ່ລະພາກສ່ວນທີ່ມີສ່ວນຮ່ວມໂຄງການ ຍັງໄດ້ປຶກສາຫາລືປະກອບຄໍາຄິດຄໍາເຫັນໃນການວາງແຜນຄັດເລືອກເອົາເຂດພື້ນທີ່ເປົ້າໝາຍຂອງໂຄງການ ແລະ ໄດ້ແບ່ງໜ້າທີ່ຄວາມຮັບຮັບຜິດຊອບໃຫ້ແກ່ແຕ່ລະພາກສ່ວນ.
ຜົນຂອງການປຶກສາຫາລືເປັນເອກະພາບກັນໃນການຄັດເລືອກເອົາພື້ນທີ່ເປົ້າໝາຍ ທີ່ມີທ່າແຮງໃນການເຂົ້າຮ່ວມໂຄງການ ມີຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ນອກຈາກນັ້ນຍັງໄດ້ແບ່ງຄວາມຮັບຜິດຊອບຮັບໜ້າທີ່ເປັນຫຼັກຂອງແຕ່ລະກິດຈະກໍາມີຄື: ຄະນະວິທິຍາສາດສັງຄົມ ຮັບໜ້າທີ່ໃນການສໍາຫຼວດເກັບກໍາຂໍ້ມູນກຸ່ມເປົ້າໝາຍ , ກົມສົ່ງເສີມ ແລະ ສະຫະກອນ ຮັບໜ້າທີ່ໃນການສ້າງຕັ້ງກຸ່ມ, ກົມປູກຝັງ ຮັບໜ້າທີ່ໃຫ້ຄໍາແນະນໍາໃນການປ້ອງກັນພືດ ແລະ ການຢັ້ງຢືນຄວາມປອດໄພພືດ, ສະຖາບັນ ແລະ ຄະນະກະເສດສາດ ຮັບໜ້າທີ່ໃນການຈັດການຫຼັງການເກັບກ່ຽວ ການຈັດການເລື່ອງການຕະຫຼາດ ກອງປະຊຸມໄດ້ດໍາເນີນມາຮອດເວລາ 17 :30 ໂມງ ຂອງວັນທີ 23 ຕຸລາ 2025 ແລະ ປິດລົງດ້ວຍໝາກຜົນສໍາເລັດອັນຈົບງາມ.










Users Today : 273
Users Yesterday : 54
This Month : 327
This Year : 79753
Total Users : 787743