

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້
ໃນປັດຈຸບັນຊາວກະສິກອນ ໃນ ສປປ ລາວ ສ່ວນໃຫຍ່ປະກອບອາຊີບປູກເຂົ້າ. ຖ້າປີໃດຝົນຕົກຕາມລະດູການເປັນປົກກະຕິ, ຊາວກະສິກອນກໍຈະໄດ້ຮັບຜົນຜະລິດພຽງພໍສຳລັບການບໍລິໂພກ ແລະ ຖ້າເຫຼືອກໍສາມາດນຳໄປຂາຍເພື່ອເປັນລາຍໄດ້ເສີມສຳລັບຄອບຄົວເພື່ອໃຊ້ຈ່າຍໃນການດຳລົງຊີວິດຕໍ່ໄປ. ແຕ່ຖ້າປີໃດທີ່ເກີດໄພແຫ້ງແລ້ງຫຼືວິກິດການ, ຊາວກະສິກອນກໍ່ຈະຂາດແຄນຜົນຜະລິດສຳລັບການບໍລິໂພກຢ່າງໜັກ, ລວມເຖິງການຂາດແຫຼ່ງເງິນທຶນສຳລັບປັດໄຈການຜະລິດ ແລະ ຄວາມຮູ້ໃນເລື່ອງການປູກຝັງໃຫ້ໄດ້ມາດຕະຖານ, ພື້ນທີ່ສ່ວນໃຫຍ່ຂອງ ສປປ ລາວ ເປັນພື້ນທີ່ທາງການກະສິກຳ, ອາຊີບຫຼັກຄືການເຮັດນາ, ເຮັດໄຮ່, ເຮັດສວນ ແລະ ຊາວກະສິກຳຍັງທຸກຍາກ. ບາງຄອບຄົວບໍ່ມີລາຍໄດ້, ບໍ່ມີພື້ນທີ່ໃນການເຮັດກະສິກຳ ແລະ ຖືກພໍ່ຄ້າຄົນກາງກົດລາຄາ. ນອກນັ້ນ ກຸ່ມຊາວກະສິກຳມັກຂາດໂອກາດການເຂົ້າເຖິງແຫຼ່ງເງິນທຶນດ້ານປັດໄຈການຜະລິດ, ຕົ້ນທຶນການຜະລິດສູງ ຫຼື ຂາດການໃຊ້ປຸ໋ຍທີ່ມີຄຸນນະພາບບໍ່ຄົບຕາມທີ່ພືດຕ້ອງການ. ພາວະດິນຊຸດໂຊມເຫຼົ່ານັ້ນເຮັດໃຫ້ຜົນຜະລິດຕົກຕ່ຳ, ເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເດືອດຮ້ອນ ແລະ ຄຸນນະພາບຊີວິດຂອງຊາວກະສິກອນ ແລະ ບັນຫາທາງເສດຖະກິດໂດຍລວມ.
ອີງໃສ່ ດຳລັດວ່າດ້ວຍນະໂຍບາຍແຫ່ງຊາດວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວສະບັບເລກທີ 226/ນຍ, ລົງວັນທີ10 ກໍລະກົດ 2023; ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບໃນການຮ່ວມມືກັນກັບບໍລິສັດ ເກີນກິນ ເກີນໃຊ້ ຈໍາກັດ ເພື່ອຈັດຕັ້ງປະຕິບັດ ໂຄງການທົດລອງຝຸ່ນ ແລະ ປັບປຸງແນວພັນພືດ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງຊາວກະສິກອນ ໃນ ສປປ ລາວ ເປັນໂຄງການ ຮ່ວມມືທາງດ້ານວິຊາການ ໃນການທົດລອງນໍາໃຊ້ປຸ໋ຍທີ່ມີຄຸນນະພາບ ເຂົ້າໃນຂົງເຂດວຽກງານການຄົ້ນຄວ້າແນວພັນພືດ ໂດຍສະເພາະແມ່ນເຂົ້າ, ພືດເສດຖະກິດ, ພືດຜັກ ແລະ ໄມ້ໃຫ້ໝາກ ທີ່ບັນດາສູນຄົ້ນຄວ້າທີ່ຂື້ນກັບ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ກ້າວໄປສູ່ການເຜີຍແຜ່ຄວາມຮູ້ກ່ຽວກັບການນໍາໃຊ້ປຸ໋ຍໃຫ້ຖືກກັບຊະນິດພືດຢ່າງມີປະສິດທິພາບ. ໂຄງການນີ້ ຈະມີໄລຍະເວລາການຮ່ວມມືຕາມສັນຍາ ທັງໝົດ 05 ປີ, ແລະ ຍັງໄດ້ມອບທຶນການສຶກສາໃຫ້ກັບນັກສຶກສາລະດັບຊັ້ນປະລິນຍາຕີ ສາຂາກະເສດສາດ, ສະໜັບສະໜູນສານປັບສະພາບດິນ ແລະ ປຸ໋ຍສູດເຄມີນ້ຳເພື່ອໃຊ້ໃນໂຄງການທົດລອງແປງສາທິດຮ່ວມກັນ ໃນການທົດລອງນໍາໃຊ້ປຸ໋ຍທີ່ມີຄຸນນະພາບ ເຂົ້າໃນຂົງເຂດວຽກງານການຄົ້ນຄວ້າແນວພັນພືດ ໂດຍສະເພາະແມ່ນເຂົ້າ, ພືດເສດຖະກິດ, ພືດຜັກ ແລະ ໄມ້ໃຫ້ໝາກ ທີ່ບັນດາສູນຄົ້ນຄວ້າໃຫ້ກ້າວໄປສູ່ການເຜີຍແຜ່ຄວາມຮູ້ກ່ຽວກັບການນໍາໃຊ້ປຸ໋ຍໃຫ້ຖືກກັບຊະນິດພືດຢ່າງມີປະສິດທິພາບ. ໃນຕອນແລງວັນທີ 26 ກັນຍາ 2025 ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດ ພິທີເຊັນບົດບັນທຶກຂໍ້ຕົກລົງ ກ່ຽວກັບໂຄງການທົດລອງຝຸ່ນ ແລະ ປັບປຸງແນວພັນພືດ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງຊາວກະສິກອນ ໃນ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ເຊັນໂດຍ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ) ກັບ ບໍລິສັດ ເກີນກິນ ເກີນໃຊ້ ຈໍາກັດ ໄດ້ຈັດ (ເຊັນໂດຍ ທ່ານ ປະວັດ ວົງຊູແກ້ວ, ປະທານບໍລິສັດ ເກີນກິນ ເກີນໃຊ້ ຈໍາກັດ) ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ປອ. ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ປອ. ຄໍາພູ ຜຸຍຍະວົງ, ຮອງຫົວໜ້າຫ້ອງການກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.









Users Today : 288
Users Yesterday : 54
This Month : 342
This Year : 79768
Total Users : 787758