National Agriculture and Forestry Research Institute

ຂຽນໂດຍ: ແສງທຽນ ສີສະເກດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນວັນທີ 12 ກັນຍາ 2025 ທີ່ຜ່ານມານີ້ ທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບສູນໂກເປຍ ປະຈໍາ ສປປລາວ (KOPIA), ໄດ້ເປີດກອງປະຊຸມຝືກອົບຮົມຫົວຂໍ້: ຝືກອົບຮົມເຕັກນິກການຍົກສະມັດຕະພາບຜົນຜະລິດຜັກບົ່ວແບ່ງ ແລະ ພືດຜັກໃນລະດູຝົນ ທີ່ຫ້ອງປະຊຸມຫ້ອງການບ້ານ ບ້ານ ຜາໂປ່ງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ.  ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ແຫ້ ເພັງສີ ຮອງຫ້ອງການກະສິກໍາ, ປ້າໄມ້ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 34 ທ່ານ, ຍິງ 15 ທ່ານ, ຈາກພາກສ່ວນເຊັ່ນ: ພະນັກງານວິຊາການເມືອງ, ທີມງານວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ນັກສໍາມະນາກອນ ບ້ານຜາໂປ່ງ. ການຝືກອົບຮົມໄດ້ດຳເນີນເປັນເວລາເຄິ່ງວັນ ໂດຍການເປັນຄູ່ຝືກຂອງວິຊານການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຈຸດປະສົ່ງໃນການຝືກຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດເມັດພັນຜັກເຜີຍແຜ່ໃຫ້ແກ່ຊາວກະສິກອນໂດຍສະເພາະເຕັກນິກ ແລະ ຄຸນປະໂຫຍດຂອງເຮືອນຮົມ, ເຕັກນິກການປູກພືດຜັກໃນຊວງລະດູຝົນເປັນສິນຄ້າ,  ນອກຈາກນັ້ນທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງມອບເມັດພັນພືດຜັກ ຈໍານວນພືດ 2 ຊະນິດຄື: ຜັກຫົ່ມ, ຜັກກາດຊອມ ຈໍານນວນໜຶ່ງໃຫ້ຊາວກະສິກອນ.  ການຝືກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ວ່າການແລກປ່ຽນທາງດ້ານປະສົບການໃນການປະຕິບັດຕົວຈິງ ເຊິ່ງນັກສຳມະນາກອນສ່ວນໃຫ່ຍໄດ້ໃຫ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຜະລິດເມັດພັນຜັກຂອງຊາວກະສິກອນແຕ່ລະທ້ອງຖິ່ນ ເຊິ່ງການຝືກອົບຮົມໃນຄັ້ງນີ້ຈະເປັນບາດກ່າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່, ປັບໃຊ້ເຂົ້າໃນການຜະລິດ ແລະ ເຮັດໃຫ້ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ.