
ໃນຕອນເຊົ້າ ວັນທີ 27 ສິງຫາ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຈັດພິທີມອບຮັບສາງເຢັນໃໝ່, ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ໂດຍເປັນປະທານຂອງທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ປອ ພູມີ ອິນທິຈັກ ຮອງຫົວໜ້າ ກົມແຜນການ ແລະ ການຮ່ວມມື, ທ່ານ ນ. ສຸດາຄໍາ ພິມມະສອນ ຮອງຫົວໜ້າຫ້ອງການກະຊວງ, ທ່ານ ບຸນຊູ ສຸດທະມາລີ ຮອງຫົວໜ້າກົມປູກຝັງ ພ້ອມດ້ວຍຄະນະສູນ ແລະ ພະນັກງານຫຼັກແຫຼ່ງ ຂອງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ຜູ້ມອບ ແມ່ນທ່ານ ນາງ Oya Yazar, ເອກອັກຄະຣາຊະທູດແຫ່ງ ສາທາລະນະລັດຕຸລະກີ ປະຈຳ ສປປ ລາວ, ທ່ານ Mr. Yavuz Bahadir Caymaz, ເລຂານຸການທີສາມ, ສະຖານທູດຕຸລະກີ, ທ່ານ Mr. Dursun Ali Yaşacan, ຫົວໜ້າພະແນກອາຊີຕາເວັນອອກ ແລະ ອາຊີໃຕ້, ອົງການ TIKA ແລະ ທ່ານ Mr. Mehmed Sulku, ຜູ້ຊ່ຽວຊານປະຈຳໂຕະອາຊີຕາເວັນອອກສ່ຽງໃຕ້, ອົງການ TIKA. ຜ່ານທາງສະຖານທູດ Turkiye ທີ່ໄດ້ໃຫ້ການສະໜັບສະໜູນອັນລ້ຳຄ່າແກ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕະຫຼອດໄລຍະປີ 2023 ແລະ 2024 ຜ່ານມາ.
ໃນພິທີດັ່ງກ່າວ, ທ່ານ. ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວຫນ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ ເຊິ່ງຍົກໃຫ້ເຫັນວ່າ: ໃນເດືອນ 11 ປີ 2023, ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບທືນສະຫນັບສະຫນູນຈາກ ອົງການ TIKA ໃນການຈັດຊື້ເມັດພັນເຂົ້າ ແລະ ຄ່າຂົນສົ່ງ ຈໍານວນ 30 ໂຕນ ໃນມູນຄ່າ 33,000 ໂດລາ, ໃນນັ້ນໄດ້ຕອບສະໜອງໃຫ້ແກ່ເມືອງຄູນຄໍາ ແຂວງຄໍາມ່ວນ ຈໍານວນ 20 ໂຕນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈໍານວນ 10 ໂຕນ ເພື່ອແຈກຢາຍໃຫ້ກັບຊາວນາ ນໍາໃຊ້ບັນເທົາທຸກ ເນື່ອງຈາກຜົນກະທົບຂອງພະຍຸ ຂະໜຸນທີ່ໄດ້ພັດຜ່ານປະເທດລາວໃນເດືອນ 8 ປີ 2023 ແລະ ໄດ້ຮັບງົບປະມານໃນການຈັດຊື່ ເຄື່ອງຄັດເມັດພັນເຂົ້າຈໍານວນ 1 ຊູດ ໃນມູນຄ່າ 20,000 ໂດລາ ເຊິ່ງສາມາດຄັດເມັດພັນໄດ້ 1 ໂຕນ/ຊົວໂມງ, ຮອດປະຈຸບັນ ສາມາດຄັດເມັດພັນເຂົ້າ ໄດ້ຫລາຍກວ່າ 450 ໂຕນ (ລວມເຂົ້າລຸ້ນ 1, ລຸ້ນ 2 ແລະ ລຸ້ນ 3) ໃນນີ້ ສາມາດລຸດການປົນຂອງເມັດວັດສະພືດໄດ້ ຈາກ 12-15% ລົງມາເຫຼືອ 5-8%.
ໃນປີ 2024 ໄດ້ຮັບໂຄງການປັບປຸງສາງ ແລະ ຕິດຕັ້ງລະບົບສາງເຢັນ ລວມມູນຄ່າ 100.000 ໂດລາສະຫະລັດ, ໂຄງການນີ້ມີ ຈຸດປະສົງ ເພື່ອປັບປຸງລະບົບເກັບຮັກສາແນວພັນພືດໃນຫ້ອງເຢັນ ເພື່ອຄຸນນະພາບຂອງເມັດພັນພືດສຳລັບເຂົ້າໃນ ສປປລາວ ໂດຍການປັບປຸງເອົາສາງເກົ່າ ແລະ ສ້າງຫ້ອງເກັບຄວາມເຢັນໃນອຸນນະພູມ 5 ຫາ 10 ອົງສາ ຈໍານວນ 2 ຫ້ອງ, ແຕ່ລະຫ້ອງມີຂະໜາດ 320 ແມັດກ້ອນ (4 x 4 x 20 ແມັດ) ສາມາດເກັບເມັດພັນໄດ້ 30 ໂຕນ/ຫ້ອງ ລວມ 60 ໂຕນ ເພື່ອຮັກສາເມັດພັນເຂົ້າໃຫ້ມີຄຸນນະພາບດີ ເພື່ອເປັນຄັງແຮ່ແນວພັນສໍາລັບນໍາໃຊ້ ໃນກໍລະນີທີ່ເກີດໄພນໍ້າຖ້ວມ ຫຼື ໄພແຫ້ງແລ້ງ. ນັບແຕ່ ເດືອນເມສາ 2024 ມາຮອດປະຈຸບັນແມ່ນສາມາດເກັບຮັກສາເມັດພັນເຂົ້າລຸ້ນ 2 (R2) ໝູນວຽນຫລາຍກວ່າ 240 ໂຕນ ທີ່ຜະລິດໂດຍ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຫລັງຈາກທີ່ໄດ້ຮັບສາງເຢັນນີ້ ເຫັນວ່າເປີເຊັນເຂົ້າຄວາມງອກຕົກ (ຄວາມງອກຕໍ່າກວ່າ 80%) ເຫັນວ່າຫລູດລົງຈາກຜ່ານມາເຮົາຂາຍເຂົ້າຄວາມງອກຕົກ ເປັນເຂົ້າບໍລິໂພກ ແມ່ນປະມານ 12-15 ໂຕນ/ປີ ໃນປີ 2025 ເຮົາມີເຂົ້າຄວາມງອກຕົກພຽງແຕ່ 8ໂຕນ ເຫັນວ່າສາມາດຫລຸດຜ່ອນເຂົ້າຄວາມງອກຕົກ ໄດ້ເຖີງ 40-50%. ພ້ອມດ່ຽວກັນນັ້ນສາງເຢັນໃຫມ່ຍັງເປັນ ສາງສໍາລັບເກັບເມັດພັນເຂົ້າຄັງແຮ ສໍາລັບກໍລະນີເກີດໄພພິບັດ ນໍ້າຖ້ວມ ຫລື ແຫ້ງແລ້ງ ໃນນີ້ຈະເກັບໄວ້ປະມານ 20 ໂຕນ ເພື່ອເປັນຄັງແຮ.
ຈາກນັ້ນ, ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມໄດ້ຂຶ້ນ ຄຳຂອບໃຈ ແລະ ກໍ່ໄດ້ຮ່ວມກັນຕັດແຖບຜ້າເພື່ອເປີດນໍາໃຊ້ສາງເຢັນ ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຢ່າງເປັນທາງການ.



Users Today : 288
Users Yesterday : 54
This Month : 342
This Year : 79768
Total Users : 787758