
ພາບ-ຂ່າວ: ຈັນທະສອນ ມະນີວົງ,ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນປະຈຸບັນ ອັດຕາເງິນເຟີ້ຂອງ ສປປ ລາວ ມີເປີເຊັນທີ່ສູງຂື້ນ ອັນເປັນສາເຫດຫຼັກທີ່ເຮັດໃຫ້ລາຄາອາຫານເພີ່ມຂຶ້ນຢ່າງຫຼວງຫຼາຍ ຖ້າທຽບໃສ່ຄືນຫຼັງ. ນອກຈາກນີ້, ການຕິດເຊື້ອພະຍາດຂອງສັດປີກຕ່າງໆເຊັ່ນ: ພະຍາດ ນີວຄາເຊີນ, ໄຂ້ຫວັດສັດປີກ ແລະ ກາຝາກ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມັນເປັນສີ່ງທ້າທາຍສໍາລັບຊາວກະສິກອນຂະໜາດນ້ອຍທີ່ຈະສ້າງກໍາໄລຈາກການລ້ຽງໄກ່ພື້ນເມືອງ. ເພື່ອເປັນການຜ່ານຜ່າ ແລະ ແກ້ໄຂສະພາບການດັ່ງກ່າວ, ຊາວກະສິກອນຈໍາເປັນຈະຕ້ອງມີຄວາມຮູ້ ແລະ ຈະຕ້ອງໄດ້ຮັບການສະໜັບສະໜູນໂດຍສະເພາະແມ່ນກຸ່ມຄົນພິການ ແລະ ແມ່ຍິງທີ່ເປັນຫົວໜ້າຄອບຄົວຖືວ່າແມ່ນກຸ່ມທີ່ມີຄວາມສ່ຽງທີ່ສຸດ ທີ່ຈະພົບບັນຫາໃນຊ່ວຍເຫຼືອຕົນເອງ ແລະ ຊອກຫາແຫຼ່ງລາຍຮັບເພື່ອມາເບີ່ງແຍງຄອບຄົວ.
ເພື່ອສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IXຂອງລັດຖະບານ ແລະ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ຊົນນະບົດ ຄັ້ງທີ VIຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນການຄ້ຳປະກັນສະບຽງອາຫານເພື່ອໃຫ້ປະຊາຊົນລາວໄດ້ບໍລິໂພກຊີ້ນ 73 ກິໂລ ແລະ ສະໜອງ 2 ວາລະແຫ່ງຊາດ ຂອງລັດຖະບານໂດຍສະເພາະແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ – ການເງີນໂດຍການຜະລິດເພື່ອຫຼຸດຜ່ອນການນໍາເຂົ້າ; ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ ຮ່ວມມືກັນກັບອົງການ ກູດຟາມເມີ ເພື່ອຈັດຕັ້ງປະຕິບັດໂຄງການ ລ້ຽງໄກ່ແບບປະສົມປະສານ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ໂດຍມີຈຸດປະສົງຫຼັກເພື່ອສ້າງຄວາມເຂັ້ມແຂງທາງດ້ານການຄົ້ນຄວ້າ ແລະ ການຜະລິດແນວພັນສັດປີກໃຫ້ແກ່ສູນຄົ້ນຄວ້າການລ້ຽງສັດ ເຊັ່ນ: ການສ້າງຄອກໄກ່ພໍ່ແມ່ພັນ ຈໍານວນ 2 ຄອກ, ສ້າງໂຮງງານປຸງແຕ່ງອາຫານສັດຈໍານວນ 1 ຫຼັງ, ໂຮງຂ້າໄກ່ 1 ຫຼັງ ແລະ ຫ້ອງການຂະໜາດນ້ອຍ 1 ຫຼັງ ແລະ ເປັນການສ້າງແຫຼ່ງລາຍຮັບທີ່ເປັນມິດກັບສະພາບແວດລ້ອມໃຫ້ແກ່ສະມາຊິກຊາວກະສິກອນ ທີ່ເປັນກຸ່ມຄົນພິການ ແລະ ຜູ້ຍິງເປັນຫົວໜ້າຄອບຄົວທີ່ທຸກຍາກ ເຊິ່ງຕັ້ງເປົ້າໝາຍເລືອກເອົາກຸ່ມຄົນທີ່ມີຄວາມສ່ຽງປະເຊີນກັບສິ່ງທ້າທາຍຈໍານວນ 90 ຄອບຄົວ. ໂຄງການນີ້ຈະເປັນຕົວຊຸກຍູ້ໜຶ່ງເພື່ອສ້າງຄວາມເຂັ້ມແຂງໃຫ້ເຂົາເຈົ້າໃນອະນາຄົດ. ໂຄງການດັ່ງກ່າວນີ້ ຈະມີໄລຍະເວລາການຮ່ວມມືຕາມບົດບັນທຶກຄວາມເຂົ້າໃຈ ເຊິ່ງເລີ່ມແຕ່ມື້ອະນຸມັດຮັບເອົາໂຄງການຈາກກະຊວງການຕ່າງປະເທດ ຄື ວັນທີ 11 ກໍລະກົດ 2025 ຈົນເຖິງ 31 ທັນວາ 2026. ໃນຕອນບ່າຍວັນທີ 31 ກໍລະກົດ 2025 ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການ ລ້ຽງໄກ່ແບບປະສົມປະສານ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ຕາງໜ້າໂດຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊັນໂດຍ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ອົງການ ກູດຟາມເມີ ເຊັນໂດຍທ່ານ ດຣ Yong Seung Park ຫົວໜ້າອົງການ ກຸດໂາມເມີ ປະຈຳ ສປປ ລາວ, ມີທ່ານ ນ. ທອງຈັນ ອາຄະມາເຂດ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ນອກນີ້ຍັງມີບັນດາແຂກຮັບເຊີນຕາງໜ້າຈາກ ກະຊວງການຕ່າງປະເທດ, ຄະນະ ສະຖາບັນ, ຄະນະພະແນກ ບໍລິຫານ ແລະ ແຜນການ, ສູນຄົ້ນຄວ້າການລ້ຽງສັດ ແລະ ອົງການ ກຸດຟາມເມີ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.






Users Today : 288
Users Yesterday : 54
This Month : 342
This Year : 79768
Total Users : 787758