
ຂຽນໂດຍ: ຄໍາຈັນ ເດັດສະໄໝ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC)
ໃນລະຫວ່າງວັນທີ 11-12 ກໍລະກົດ 2025 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ມີການສະໜັບສະໜູນທາງດ້ານວັດຖຸອຸປະກອນໃນການປຸກສ້າງເຮືອນຮົ່ມ ແລະ ໄດ້ສາທິດເຕັກນິກການປຸກສ້າງເຮືອນຮົ່ມ ຢູ່ພື້ນທີ່ຊາວກະສິກອນ ເຊິ່ງຈັດຕັ້ງຢູ່ທີ່ບ້ານດອນປາແດກ, ເມືອງໜອງບົກ, ແຂວງຄໍາມ່ວນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 10 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກພືດຜັກ ໃນຊ່ວງລະດູຝົນ ເພື່ອເພິ່ມລາຍຮັບໃຫ້ແກ່ຊາວກະສິກອນ.
ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າ ແບບຕ່າງລະດັບ (Offset module) ຂະໜາດ 7×21 ແມັດ ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆ ຄື: ອຸນຫະພູມສູງສຸດໂດຍສະເລ່ຍຢູ່ໃນເຮືອນຮົ່ມຈະສູງກວ່າຢູ່ພື້ນທີ່ເປີດ ພຽງແຕ່ 1 ອົງສາເຊ ເມື່ອທຽບໃສ່ເຮືອນຮົ່ມແບບອຶ່ນໆ ແມ່ນສູງກວ່າ 8 ອົງສາເຊ, ມີການລະບາຍອາກາດໄດ້ດີ, ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດຜັກ ເຊິ່ງທີມງານແມ່ນໄດ້ນໍາພາ ແລະ ແນະນໍາຊາວກະສິກອນກ່ຽວກັບຂັ້ນຕອນ ແລະ ວິທີການໃນການປຸກສ້າງເຮືອນຮົ່ມແບບຕ່າງລະດັບ ເພື່ອໃຫ້ຊາວກະສິກອນສາມາດນໍາເອົາເຕັກນິກດັ່ງກ່າວໄປຜັນຂະຫຍາຍໃນອະນາຄົດ. ຜົນຈາກການຈັດຕັ້ງປະຕິບັດໃນການສາທິດການປຸກສ້າງເຮືອນຮົ່ມໃນຄັ້ງນີ້ ເຫັນວ່າຊາວກະສິກອນຜູ້ທີ່ເຂົ້າຮ່ວມແມ່ນມີຄວາມສົນໃຈ, ເຂົ້າໃຈກ່ຽວກັບຂັ້ນຕອນ ແລະ ວິທີການກໍ່ສ້າງເຮືອນຮົ່ມແບບຕ່າງລະດັບ ເຊິ່ງເຫັນໄດ້ຈາກການໄດ້ລົງມືຈັດຕັ້ງ ແລະ ການແລກປ່ຽນບົດຮຽນກັນໂດຍການຊັກຖາມກັນຢ່າງເປັນຂະບວນຟົດຟື້ນ.













Users Today : 321
Users Yesterday : 54
This Month : 375
This Year : 79801
Total Users : 787791