

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນວັນທີ 8 ກໍລະກົດ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມ ປຶກສາຫາລື ແລະ ວາງແຜນ ຈັດຕັ້ງປະຕິບັດກິດຈະກຳປະຈຳປີ ຮ່ວມກັບຄູ່ຮ່ວມງານ ທ້ອງຖິ່ນ ໂຄງການຟື້ນຟູປ່າໄມ້ເພື່ອຜົນຕອບແທນດ້ານເສດຖະກິດ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ໂພນໄຊ ແຂວງ ຫຼວງພະບາງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສົມຈິດ ລັດຕະນະ ຮອງເຈົ້າເມືອງ ເມືອງໂພນໄຊ, ແຂວງຫຼວງພະບາງ, ເຂົ້າຮ່ວມມີ ທ່ານ ຢີຢ່າງ ຮອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ, ມີຫົວໜ້າ, ຮອງພະແນກແຜນການ ແລະ ການຮ່ວມມື (NAFRI), ທ່ານ ແພັກທິກ ແບັກເກີ (Prof. Patrick Baker) ພ້ອມດ້ວຍ ຄະນະຊ່ຽວຊານໂຄງການ ຈາກມະຫາວິທະຍາໄລເມວເບີນ ແລະ ສູນຄົ້ນຄວ້າກະສິກໍາສາກົນ ແຫ່ງປະເທດ ອົສຕາລີ (ACIAR), ກົມປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ນັກຄົ້ນຄວ້າຈາກສູນຄົ້ນຄວ້າປ່າໄມ້, ຫົວໜ້າ, ຮອງຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ອ້ອມຂ້າງເມືອງ ໂພນໄຊ, ນາຍບ້ານ, ຮອງນາຍບ້ານຈາກ 7 ບ້ານເປົ້າໝາຍໂຄງການເຂົ້າຮ່ວມຈຳນວນ 51 ທ່ານ ຍິງ 7 ທ່ານ.
ໃນພິທີ ທ່ານ ສົມຈິດ ລັດຕະນະໄດ້ກ່າວໃນທີ່ປະຊຸມວ່າ: ສປປ ລາວ ມີຄວາມອຸດົມຮັ່ງມີທາງດ້ານປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ເຊິ່ງມັນມີບົດບາດສຳຄັນຢ່າງຍິ່ງໃນການພັດທະນາເສດຖະກິດ-ສັງຄົມຊົນນະບົດ ກໍຄືແຫ່ງຊາດໃນແຕ່ລະໄລຍະ, ປຽບສະເໝືອນ “ແຫຼ່ງສະໜອງສະບຽງອາຫານ – ໂພສະນາການ ແລະ ແຫຼ່ງສະໜອງວັດດຸດີບ ຕິດພັນກັບການສ້າງລາຍຮັບ ທີ່ບໍ່ບົກແຫ້ງ ອັນປະກອບສ່ວນສຳຄັນໃນການສ້າງພື້ນຖານ ເສດຖະກິດຊົນນະບົດ ແລະ ແຫ່ງຊາດ” ຢ່າງໝັ້ນຄົງ. ດັ່ງນັ້ນ, ພັກ ແລະ ລັດຖະບານ ກໍ່ຄືກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ຄວາມສຳຄັນ ແລະ ມີຄວາມເອົາໃຈໃສ່ເປັນພິເສດຕໍ່ກັບວຽກງານປ່າໄມ້ ເຊິ່ງໄດ້ວາງຄາດໝາຍກໍານົດເອົາເນື້ອທີ່ດິນປ່າໄມ້ (ປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າປູກ) ຈໍານວນ 16 ລ້ານ ເຮັກຕາ, ໄປຄຽງຄູ່ກັບການຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ ໃນປີ 2035 ໂດຍຖືເອົາການສ້າງ ແລະ ປັບປຸງກົດໝາຍ, ດໍາລັດ, ຄໍາສັ່ງ, ລະບຽບການ, ຍຸດທະສາດ ແລະ ແຜນງານຕ່າງໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຸ້ມຄອງ ແລະ ພັດທະນາປ່າໄມ້ໃນແຕ່ລະໄລຍະໃຫ້ມີຄວາມຍືນຍົງ.
ໃນປີ 2020, ສປປ ລາວ ມີເນື້ອທີ່ຄວາມປົກຫຸ້ມປ່າໄມ້ ປະມານ 62% ຂອງເນື້ອທີ່ທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ໃນຊຸມປີຜ່ານມາ, ພວກເຮົາ ເຫັນວ່າ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໄດ້ປະເຊີນໜ້າກັບບັນຫາ ແລະ ສິ່ງທ້າທາຍຫຼາຍປະການ ໂດຍສະເພາະແມ່ນການຂະຫຍາຍພື້ນທີ່ທໍາການຜະລິດກະສິກໍາ ແລະ ເຂດລ້ຽງສັດ, ການຂຸດຄົ້ນ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດແບບບໍ່ຍືນຍົງ ແລະ ອື່ນໆ ຖືເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດມີການຕັດໄມ້ທຳລາຍປ່າ ແລະ ປ່າໄມ້ເຊື່ອມໂຊມ, ເຊິ່ງພົບເຫັນວ່າມີເນື້ອທີ່ປ່າໄມ້ເຊື່ຶອມໂຊມ ປະມານ 1.3 ລ້ານ ເຮັກຕາ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ມີໃນປ່າສະຫງວນ 3 ແສນ ເຮັກຕາ, ມີໃນປ່າປ້ອງກັນ 6 ແສນ ເຮັກຕາ ແລະ ມີໃນປ່າຜະລິດ 4 ແສນ ເຮັກຕາ.
ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ເຊື່ຶອມໂຊມດັ່ງກ່າວ ໄດ້ຮັບການຟື້ນຟູໃຫ້ກັບຄືນສູ່ສະພາບຄວາມອຸດົມສົມບູນທາງດ້ານຊີວະນາໆພັນ ແລະ ລະບົບນິເວດດັ່ງເດີມ. ສະນັ້ນ, ລັດຖະບານ ຈິ່ງຖືເອົາການຟື້ນຟູປ່າໄມ້ ເປັນວຽກງານບູລິມະສິດໜຶ່ງ, ເຊິ່ງໄລຍະຜ່ານມາ, ລັດຖະບານ, ປະຊາຊົນ ແລະ ຄູ່ຮ່ວມພັດທະນາທັງພາຍໃນ ແລະ ສາກົນ ໄດ້ມີຄວາມພະຍາຍາມໃນການຈັດຕັ້ງປະຕິບັດບັນດາໂຄງການຟື້ນຟູປ່າໄມ້ ແຕ່ເຫັນວ່າ ຜົນສຳເລັດຍັງບໍ່ທັນມີຫຼາຍເທົ່າທີ່ຄວນ. ສະນັ້ນ, ຈິ່ງເຫັນວ່າ ມີຄວາມຈໍາເປັນ ແລະ ຮຽກຮ້ອງໃຫ້ມີການປັບປຸງແກ້ໄຂຮູບແບບ, ວິທີການ ແລະ ມາດຕະການແບບເກົ່າໄປສູ່ການພັດທະນາ ແລະ ນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ທີ່ເໝາະສົມເຂົ້າໃນການຟື້ນຟູປ່າໄມ້ໃນໄລຍະໃໝ່ ເພື່ອເພີ່ມທະວີ ແລະ ຍູ້ແຮງການຟື້ນຟູປ່າໄມ້ ໃຫ້ຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງ ແລະ ເປັນຮູບປະທໍາ.
ໂຄງການຟື້ນຟູປ່າໄມ້ເພື່ອຜົນຕອບແທນດ້ານເສດຖະກິດ ຫຼື ເອີ້ນວ່າ (FREO) ແມ່ນໂຄງການຊ່ວຍເຫຼືອລ້າດ້ານງົບປະມານຈາກລັດຖະບານອົດສະຕາລີ ໂດຍຜ່ານສູນຄົ້ນຄວ້າກະສິກໍາສາກົນ ແຫ່ງປະເທດອົດສະຕາລີ ໃຫ້ແກ່ ລັດຖະບານແຫ່ງ ສປປ ລາວ, ເຊິ່ງຕາງໜ້າໂດຍກະຊວງກະສິກໍາ ແລະ ປ່າໄມ້, ເປັນໂຄງການຮ່ວມມືກັນຈັດຕັ້ງປະຕິບັດລະຫວ່າງ ມະຫາວິທະຍາໄລເມລເບີ້ນ ແຫ່ງປະເທດອົດສະລີ ຮ່ວມກັບ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກົມປ່າໄມ້ ແລະ ມະຫາວິທະຍາໄລແຫ່ງຊາດ ຂອງ ສປປ ລາວ. ໂຄງການນີ້ ຈະໄດ້ຈັດຕັ້ງປະຕິບັດຢູ່ໃນບັນດາ ບ້ານ 7 ບ້ານ (ບ້ານນໍ້າບໍ່, ບ້ານຜາຕູບໃຕ້, ບ້ານພັກບົງ, ບ້ານພັກຫົກ, ບ້ານຫ້ວຍຂີງ, ບ້ານນາງອຍ ແລະ ບ້ານໂພນທອງ) ທີ່ນອນໃນເມືອງໂພນໄຊ, ໂຄງການນີ້ ເປັນໂຄງການຄົ້ນຄວ້າວິທະຍາສາດໂດຍມີເປົ້າໝາຍເລັ່ງໃສ່ສ້າງ ແລະ ພັດທະນາຮູບແບບ, ເຕັກນິກ, ເຕັກໂນໂລຊີ່ ແລະ ນະວັດຕະກຳໃໝ່ທີ່ເໝາະສົມດ້ານການຟື້ນຟູປ່າໄມ້ ຕິດພັນກັບການຄົ້ນຄວ້າດ້ານນະໂຍບາຍ ແລະ ເສດຖະກິດ-ສັງຄົມ, ເຊິ່ງຈະປະກອບສ່ວນສຳຄັນໃຫ້ແກ່ ສປປ ລາວ ໃນການບັນລຸເປົ້າໝາຍແຫ່ງຊາດ ໃນການຟື້ນຟູປ່າໄມ້ ກໍ່ຄືການຍົກລະດັບຄວາມປົກຫຸ້ມຂອງປ່າໄມ້ໃຫ້ 70% ໃຫ້ປະກົດຜົນເປັນຈິງ ໃນອະນາຄົດ.



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786