
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນວັນທີ 19 ມິຖຸນາ 2025 ທີ່ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບໃບທະບຽນ ແນວພັນເຂົ້າຫອມກະເສດນາບົງ-50 (HK-Nabong 50) ລະຫວ່າງກົມປູກຝັງ, ຕາໜ້າກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ຄະນະ ກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາທິການ ແລະ ກິລາ. ເພື່ອຕ້ອນຮັບວັນສ້າງຕັ້ງຄະນະກະເສດສາດຄົບຮອບ 50 ປີ ແລະ ເພື່ອນຳໃຊ້ສົ່ງເສີມການຜະລິດຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ໂດຍຜ່ານການນຳໃຊ້ແນວພັນເຂົ້າໃໝ່ນີ້ ໃນພື້ນທີ່ເຂດທີ່ມີຄວາມສ່ຽງຕໍ່ໄພທຳມະຊາດ. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຮສ.ປອ ສິນທະວອນ ດາລາວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ປອ ຄຳມະນີ ນໍລີນ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນ, ອາດີດຫົວໜ້າສະຖາບັນ ( ພະນັກງານບຳນານ), ຄະນະບໍດີ, ຮອງຄະນະບໍດີ ຄະນະກະເສດສາດ, ນັກຄົ້ນຄວ້າຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ ແລະ ພັດທະນາຊົນນະບົດ ພ້ອມດ້ວຍນັກສຶກສາຈາກ ຄະນະກະເສດສາດ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດນີ້ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວກ່ຽວກັບປະຫວັດເຂົ້າຫອມກະເສດນາບົງ 50 ວ່າ: ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຄະນະກະເສດ, ມະຫາວິທະຍາໄລແຫ່ງຊາດ, ກະຊວງສຶກສາ ແລະ ກິລາ ໄດ້ມີການຮ່ວມມືໃນການຄົ້ນຄວ້າ ແລະ ທົດລອງແນວພັນເຂົ້າ ໃນປີ 2004, ເຊິ່ງໄນໄລຍະນັ້ນ ແມ່ນ ທ່ານ ພູມີ ອີນທະປັນຍາ, ເປັນຫົວຫນ້າສູນ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ປະຈຸບັນເພີນໄດ້ເຂົ້າຮັບບໍານານ) ແລະ ທ່ານ ອາຈານ ທອງລີ ໄຊຍະຈັກ ເປັນຄະນະບໍດີ (ປະຈຸບັນເພີນໄດ້ເຂົ້າຮັບບໍານານ), ນັບຈາກມື້ນັ້ນ ມາຮອດມື້ນີ ກໍ່ເປັນເວລາ 21 ປີພໍດີ ເຊິ່ງທາງສອງ ອົງການຈັດຕັ້ງ ໄດ້ມີການຮ່ວມມືດ້ານການຄົ້ນຄ່ວາ ແນວພັນເຂົ້າ. ໃນໄລຍະທີ່ມີການຮ່ວມນັ້ນ ທ່າງຄະນະກະເສດ ໄດ້ສົ່ງຄະນະອາຈານ ໄປຮວມສືກສາຮຽນຮູ້ວິທີການຄັດເລືອກສາຍພັນ ພ້ອມໄດ້ຄັດເອົາສາຍພັນເຂົ້າ ຈາກສູນ ມາປູກທົດລອງຢູ່ແປງທົດຂອງຂອງຄະນະກະເສດ. ເນື່ອງຈາກວ່າ ມີການປ່ຽນແປງຄະນະນໍາທັງສອງອົງກອ່ນ ຈຶ່ງເຮັດໃຫ້ການຮ່ວມມືມີການຢຸດສະງັກ ໃນບາງຄັ້ງ.
ມາຮອດປີ 2022 ຂ້າພະເຈົ້າ ເຊິ່ງເປັນຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຂຽນສະເໜີໂຄງການຄົ້ນຄວ່າ ແລະ ພັດທະນາແນວພັນເຂົ້າ ເພື່ອຂໍທືນຈາກກອງທືນວິທະຍາສາດ ແລະ ໄດ້ຮັບທືນໃນປີ 2023 ຈາກນັນ ໄດ້ມີການທົດລອງຮ່ວມກັນອີກ ໂດຍໄດ້ນໍາເອົາສາຍພັນ BPH1 ທີ່ໄດ້ເຮັດການປະສົມພັນໃນປີ 2017 ໂດຍນໍາໃຊ້ ແນວພັນຫອມເຊບັ້ງໄຟ4 ເປັນແມ່ພັນ (ເປັນເຂົ້າໜຽວຫອມ, ເມັດສີເຟືອງ,ໃຫ້ຜົນຜະລິດສູງ, ປັບໂຕໄດ້ກວ້າງ, ທົນນ້ຳຖ້ວມ ແລະ ມີເຊື້ອກໍາມະພັນທີ່ຕ້ານທານຕໍ່ພະຍາດໄໝ້, ເປັນສາຍພັນຮູ້ສຶກຕໍ່ຊ່ວງແສງ ແລະ ອອກດອກຕົ້ນເດືອນຕຸລາ) ປະສົມກັບ ພໍ່ພັນ RGD13117-115-52-B (RGD13117) ທີ່ມີຄວາມຫອມ ແລະ ມີເຊື້ອກໍາມະພັນທີ່ຕ້ານທານເພັ້ຍຈັກຈັ່ນສີນ້ຳຕານ ເປັນພັນເຂົ້າໜຽວເມັດສີເຟືອງ, ລໍາຕົ້ນສູງປານກາງ, ແຕກກໍດີ ແລະ ບໍ່ຮູ້ສຶກຕໍ່ຊ່ວງແສງ ປູກໄດ້ທັງນາປີ ແລະ ນາແຊງອາຍຸ 130-135 ວັນ, ປະເພດລໍາຕົ້ນແຂງແຮງ ສູງປານກາງທົນກັບການລົ້ມໄດ້ດີ, ຕ້ານທານຕໍ່ພະຍາດໃບໄໝ້. ນໍາໃຊ້ ວິທີການຄັດເລືອກລູກປະສົມ ໃນຫ້ອງວິໄຈໂດຍເຕັກນິກຄັດພັນດ້ວຍໂມເລກູນເຄື່ອງໝາຍ (Marker Assisted Selection ຫລື MAS). ໃນປີ 2023-2024 ໄດ້ເຮັດການທົດສອບຜົນຜະລິດໃນຫຼາຍພື້ນທີ່ ແລະ ຄຸນນະພາບການກີນໃນປີ 2025.
ແນວພັນເຂົ້າ ຫອມກະເສດນາບົງ50 ເປັນແນວພັນເຂົ້າໜຽວທີ່ມີລັກສະນະດີເດັ່ນຈາກພໍ່ແມ່ເຊັ່ນວ່າ: ຜົນຜະລິດດີ 4-5 ໂຕນ, ຕົ້ນເຕ້ຍປານກາງ, ລໍາຕົ້ນແຂງແຮງບໍ່ລົ້ມ, ອາຍຸເກັບກ່ຽວປານກາງ 135 ມື້, ປັບໂຕໄດ້ດີ, ເປັນແນວພັນເຂົ້າບໍ່ຮູ້ສຶກຕໍ່ຊ່ວງແສງສາມາດປູກໄດ້ທັງນາແຊງ ແລະ ນາປີ, ເໝາະສົມໃນທຸກເຂດທີ່ແນວພັນເຂົ້າຫອມເຊບັ້ງໄຟ4 ປູກໄດ້ເຊັ່ນ: ພາກກາງ, ພາກໃຕ້ ແລະ ບາງເຂດໃນພາກເໜືອ. ແນວພັນນີ້ມີຢີນຄວາມຫອມ (badh2), ມີຢີນທົນທານນໍ້າຖ້ວມ (Sub1), ມີຍີນທົນເພັ້ຍຈັກຈັ່ນສີນ້ຳຕານ 3 ຕຳ ແໜ່ງຄື: Bph3, TSPB, ph32 ແລະ ມີຢີນຕ້ານຕໍ່ທານພະຍາດໃບໄໝ້ຢູ່ເທີງໂຄຼໂມໂຊມ 1 qBL1 (Pi37) ແລະ ໂຄຼໂມໂຊມ 11 (Pikm-2), ເມັດຍາວ, ເຂົ້າເປືອກສີເຟືອງ, ມີເປີເຊັນເຂົ້າສານລວມ ແລະ ເຂົ້າສານປະເພດ 1 ໃນລະດັບທີ່ດີ ເມືອປຽບທຽບກັບແນວພັນນິຍົມໃນທ້ອງຖີ່ນ, ມີຄຸນນະພາບການກີນທີ່ອ່ອນນຸ້ມ ແລະ ເຂົ້າທີ່ໜື້ງສຸກແລ້ວຈະມີກີ່ນຫອມເປັນເອກະລັກ.
ຈຸດປະສົງການຮ່ວມມືໃນການຄົ້ນຄວ້າຄັ້ງນີ ແມ່ນເພື່ອອອກແນວພັນເຂົ້າໄໝ່ ໃຫ້ຄະນະກະເສດ ເພື່ອກະກຽມຕ້ອນຮັບໃນວັນສ້າງຕັ້ງໂຮງຮຽນກະເສດ ຄົບຮອດ 50 ປີ ແລະ ຈະຍັງມີການສືບຕໍ່ຮວມມືໃນການຄົ້ນຄວ້າ ແລະ ພັດທະນາແນວພັນພືດອື່ນອີກ ເຊັນ: ແນວພັນສາລີ, ແນວພັນພືດຕະກຸນຖົວ (ຖົວເຫຼືອງ ແລະ ຖົວຂຽວ), ແນວພັນມັນຕົ້ນ ເປັນຕົ້ນ.












Users Today : 319
Users Yesterday : 54
This Month : 373
This Year : 79799
Total Users : 787789