
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນລະຫວ່າງ ວັນທີ 10-12 ມິຖຸນາ 2025 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມສຳມະນາໃນຫົວຂໍ້ “ການຄຸ້ມຄອງການຈັດການຫຍ້າໃນນາເຂົ້າ” ທີ່ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະນາໄລ ສະຫວັນນະເຂດ ແລະ ຄະນະກະເສດສາດ, ມະະຫາວິທະຍາໄລແຫ່ງຊາດ ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຮສ ປອ ຄຸນ ສັກບົວວົງ ອະທິການບໍດີ ມະຫາວິທະນາໄລ ສະຫວັນນະເຂດ ເຂົ້າຮ່ວມມີ ທ່ານ ຮສ ປອ ນາງ ດາວວີ ກອງມະນີລາ ຮອງຄະນະບໍດີ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ ຂະແໜງປູກຝັງ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຂະແໜງປູກຝັງ, ຫ້ອງການກະສິກໍາ ແລະ ປ່າໄມ້ ນະຄອນໄກສອນ, ແຂວງສະຫວັນນະເຂດ, ຄູອາຈານພ້ອມດ້ວຍ ນັກສຶກສາ ຈາກ ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ຄະນະກະເສດສາດ ແລະ ສິ່ງແວດລ້ອມ, ມະຫາວິທະຍາໄລ ສະຫວັນນະເຂດເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ໂດຍການເປັນຄູຝຶກຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄວ້າເສດຖະກິດ, ພັດທະນາຊົນນະບົດກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ. ຈຸດປະສົງເພື່ອແລກປຽ່ນຄວາມຮູ້ທາງດ້ານການຄຸ້ມຄອງການຈັດການຫຍ້າໃນນາເຂົ້າ ແລະ ເພື່ອເຜີຍແຜ່ຜົນການຄົ້ນຄວ້າທາງດ້ານເຕັກນິກ ຕ່າງໆໃນການຈັດການຫຍ້າ.
ທ່ານ ສຸລິວົງ ໄຊຍະວົງ ໄດ້ກ່າວໃນກອງປະຊຸມວ່າ:ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດຮ່ວມກັບໂຄງການເອຊີອາ (ACIAR) ໄດ້ຮວ່ມກັນເຮັດການຄົ້ນຄວ້າໂດຍເນັ້ນໃສ່ການແກ້ໄຂສິ່ງທ້າທາຍໃນການຜະລິດເຂົ້າ ເພື່ອສຸມໃສ່ການຄ້ຳປະກັນສະບຽງອາຫານ ແລະ ເປັນສິນຄ້າ. ນອກນັ້ນ ຍັງໄດ້ມີການຄົ້ນຄວ້າແນວພັນເຂົ້າໃຫ້ສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ນຳໃຊ້ເຕັກໂນໂລຊີມາຊ່ວຍໃນລະບົບການຜະລິດເຂົ້າ. ໃນປະຈຸບັນຕົ້ນທຶນການຜະລິດແມ່ນມີທ່າອຽ່ງເພີ່ມຂື້ນໃນແຕ່ລະປີ, ບັນຫາການຂາດແຄນແຮງງານ ເຊິ່ງເປັນໜຶ່ງໃນຂໍ້ຈໍາກັດໃຫ້ແກ່ການຜະລິດເຂົ້າ ຊາວນາສ່ວນໃຫຍ່ຈຶ່ງໄດ້ຫັນມານໍາໃຊ້ລະບົບກົນຈັກ ແລະ ເຕັກນິກຕ່າງໆ ເຊັ່ນ: ເຕັກນິກການເຮັດນາຢອດ-ນາຫວ່ານ ມານໍາໃຊ້ແທນວິທີການເຮັດນາແບບດັ່ງເດີມ, ເນື່ອງຈາກເປັນວິທີທີ່ຊ່ວຍໃຫ້ປະຢັດເວລາ, ປະຢັດແຮງງານ ແລະ ຊ່ວຍຫຼຸດຜ່ອນຕົ້ນທຶນການຜະລິດ.
ແຕ່ເຖິງຢ່າງໃດກໍ່ຕາມ ເຕັກນິກດັ່ງກ່າວກໍຍັງມີຂໍ້ຈໍາກັດທີ່ສໍາຄັນກໍຄື ບັນຫາຫຍ້າທີ່ເປັນບັນຫາຫຼັກທີ່ສໍາຄັນ ເຮັດໃຫ້ຜົນຜະລິດຫຼຸດລົງບໍ່ໄດ້ຕາມຄາດໝາຍ ນອກນັ້ນ ຫຍ້າ ບໍ່ພຽງແຕ່ເຮັດຜົນຜະລິດຫຼຸດລົງເທົ່ານັ້ນ ການປົນເປື້ອນຂອງແກ່ນຫຍ້າຍັງເຮັດໃຫ້ຄຸນນະພາບເມັດພັນຫຼຸດລົງ ແລະ ອາດເປັນສາເຫດທີ່ຈະເຮັດໃຫ້ບໍ່ຜ່ານການກວດສອບຄຸນນະພາບທາງດ້ານການຄ້າອີກດ້ວຍ.
ສະນັ້ນ ທາງສະຖາບັນ ກໍ່ຄືສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ເລັງເຫັນເຖິງຄວາມສໍາຄັນຂອງບັນຫາດັ່ງກ່າວ ຈຶ່ງໄດ້ມີການຮ່ວມມືກັບໂຄງການເອຊີອາ ໃນການສ້າງຕັ້ງໂຄງການສຶກສາເຕັກນິກໃນການຈັດການຫຍ້າ ໃນພື້ນທີ່ການນໍາໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ ແລະ ໃນພື້ນທີ່ເຮັດນາຢອດ-ນາຫວ່ານຢູ່ ສປປ ລາວ (Crop/2019/145 ACIAR) ແມ່ນເປັນໂຄງການທີ່ໄດ້ຈັດຕັ້ງປະຕິບັດ ເລີ່ມແຕ່ປີ 2021 ຫາ 2025. ເຊິ່ງມີເປົ້າໝາຍເນັ້ນໃສ່ “ປະຢັດຕົ້ນທຶນ ໃນລະບົບການຜະລິດເຂົ້າ, ການຜະລິດທີ່ມີຄວາມຢືນຍົງ, ເຂົ້າທີ່ມີຄຸນນະພາບ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຕະຫຼາດທັງພາຍໃນ ແລະ ການສົ່ງອອກ” ເຊິ່ງແມ່ນໜຶ່ງໃນ 6 ເປົ້າໝາຍບຸລິມະສິດຂອງ ສປປ ລາວເຮົາ.













Users Today : 293
Users Yesterday : 54
This Month : 347
This Year : 79773
Total Users : 787763