National Agriculture and Forestry Research Institute

ແຜນງານຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້​ຮັບ​ທືນ​ຊ່ວຍ​ເຫຼືອ ຈາກອົງກອນຮ່ວມມືດ້ານກະສິກໍາຮູບແບບໃໝ່ ຂອງ ສ. ເກົາຫຼີ ປະຈຳ ສປປ ລາວ Korea Partnership for Innovation of Agriculture (KOPIA) ​ຈຳ​ນວນ 2 ໂຄງ​ການ​ຄື: ໂຄງການສ້າງພື້ນຖານໂຄງຮ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ ແລະ ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ທີ່ປັບໂຕຕໍການປ່ຽນແປງດິນຟ້າ​ອາກາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ບ້ານເປົ້າໝາຍ ຢູ່ສປປລາວ.

ໂຄງການສ້າງພື້ນຖານໂຄງລ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ​ແມ່ນ​​​​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕັ້ງແຕ່​ປີ 2023 ຈົນ​ຮອດ​ປີ 2027 ​ຢູ່ 3 ບ້ານ​ເປົ້າ​ໝາຍ​ຄື: ບ້ານ​ນາ​ຊາ, ບ້ານ​ໝາກ​ນາວ​ເໜືອ ແລະ ບ້ານ​ໝາກ​ຮຽວ ເມືອງ​ປາກ​ງື່ມ ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ມີ​ຈຸດ​ປະ​ສົງ​ ເພື່ອສ້າງ​ພື້ນຖານໂຄງລາງທັນສະໄໝ ເພື່ອຮອງຮັບການຜະລິດເຂົ້າໃຫ້ເຂັ້ມ​ແຂງ ແລະ ​ໃຫ້​ລະ​ບົບ ເລີ່ມຈາກ​ການ​ນຳ​ໃຊ້​ເຕັກ​ນິກການ​ປູກ​ຕ່າງໆ​ເພື່ອ​ຍົກ​ສະ​ມັດ​ຕະ​ພາບ​, ການນຳ​ໃຊ້ເມັດ​ພັນ​ທີ່​ມີ​ຄຸນ​ນະ​ພາບ​ ແລະ ສ້າ​ງ​ພື້ນ​ຖານໂຄງ​ລ່າງ​ ​ດ້ານ​ວິ​ທະ​ຍາ​ການ​ຫຼັງ​ເກັບ​ກ່ຽວ.  ພື້ນ​ທີ່​ເປົ້າ​ໝາຍ​ລວມ​ທັງ​ໝົດ​ແມ່ນ 723 ຮ​ຕ ແລະ ຈະ​ຍົກ​ສະ​ມັດ​ຕະ​ພາບ​ໃຫ້​ໄດ້​ເຖີງ 4.5 ໂຕນ/ຮ​ຕ ​ເຊີ່ງ​ໝາຍ​ຄວາມ​ວ່າ​ເພື່ອ​ຈົບ​ໂຄງ​ການ​ຈະ​ສາ​ມາດ​ຜະ​ລິດ​ເຂົ້າ​ໄດ້​ຈຳ​ນວນ 3,253 ໂຕນ. ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທິ່​ຜ່ານ​ມາ ທາງໂຄງການໄດ້​ປັບ​ນາ​ໃຮ່​ນ້ອຍ​ໃຫ້​ເປັນ​ໃຮ່​ໃຫຍ່​ລວມ​ເນື້​ອທີ່​ໄດ້ 371 ຮ​ຕ ສະໜອງເມັດ​ພັນ​ລວມ​ໄດ້ 25,994 ກ​ລ ເຊີ່ງ​ສາ​ມາດ​ປູກ​ໃນ​ພື້ນ​ທີ່​ນາ​​ຈຳ​ນວນ 433 ຮ​ຕ ແລະ ​ໃຫ້​ຜົນ​ຜະ​ລິດ​ໄດ້ 1,329 ໂຕນ, ສະ​ໜອງຝຸ່ນ​ຄອກ​ເພື່ອ​ປັບ​ປຸງ​ດີນ​ນາ​ຫລັງ​ການ​ປັບ​ໄດ້ 1,319 ໂຕ່ນ, ສະ​ໜອງຝຸ່ນເຄມີໃຫ້ທາງຊາວນາລວມທັງໝົດ 55,2 ໂຕນ, ຈັດ​ຝຶກ​ອົບ​ຮົມ​ເຕັກ​ຕິກ​ຕ່າງໆ​ໃຫ້​ຊາວ​ນາ​ໄດ້ 525 ຄົນ​, ສາ​ມາດ​ຍົກ​ສະ​ມັດ​ຕະ​ພາບ​ຈາກ 2,837 ກ​ລ​/ຮ​ຕ (2023) ເປັນ 3,434 ກ​ລ/ຮ​ຕ (2024) ເພີ່ມ​ຂື້ນ 21 % ນອກ​ຈາກ​ນີ້​ຍັງ​​ໄດ້ຕິ​​ດຕັ້ງ​ໂຮງ​ອົບ​ເມັ​ດ​ເຂົ້າ​ທີ່​ສາ​ມາດ​ບັນ​ຈຸ​ໄດ້ 45 ໂຕ່ນ, ໂຮງ​ຄັດ​ເມັ​ດ​ພັນ​ເຂົ້າ, ໂຮງ​ສີ​ເຂົ້າ​​ທັນ​ສະ​ໄໝ ແລະ ສາງ​ເກັບ​ມ້ຽນ​ເຂົ້າ ເພື່ອຮັບໃຊ້ການຜະລິດຂອງກຸ່ມເປົ້າໝາຍທີ່ເຂົ້າຮ່ວມໂຄງການ ແລະ ​ຮັບໃຫ້​ບໍ​ລິ​ການພາຍນອກກຸ່ມເປົ້າໝາຍໂຄງການ ເພື່ອ​ສ້າງ​ລາຍ​ຮັບ​ໃຫ້​ຊາວ​ນາ​ເພີ່ມ​ຕື່ມ​ໄດ້.

ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ ທີ່ປັບໂຕຕໍ່ການປ່ຽນແປງດິນຟ້າກາດ ໂດຍການນໍາໃຊ້ແນວພັນເຂົ້າທົນນ້ຳຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ສປປ ລາວ​ແມ່ນ​​​​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ເລີ່ມ​ປີ 2024 ຈົນ​ຮອດ​ປີ 2026 ​ຢູ່ 4 ແຂວງ​ເປົ້າ​ໝາຍ​ຄື: ແຂວງຫຼວງນ້ຳທາ, ນະຄອນຫລວງວຽງຈັນ, ແຂວງ​ສະ​ຫວັນ​ນະ​ເຂດ ແລະ ​ແຂວງ​ຈຳ​ປາ​ສັກ. ໃນປີ 2023 ໂຄງການ ໄດ້ປ່ອຍແນວພັນທີ່ພັດທະນາຂື້ນມາໃໝ່ ຈໍານວນ 4 ແນວພັນ ອອກສູ່ການຜະລິດ ຄື: ຫອມຫລວງນ້ຳທາ2 (HLNT2), ຫອມ​ທ່າ​ດອກ​ຄຳ17 (HTDK17), ຫອ​ມ​ທ່າ​ສະ​ໂນ13 (HTSN13) ແລະ ຫອມໂພນງາມ7 HPNG7) ເຊິ່ງເປັນແນວພັນເຂົ້າຫອມ, ທົນທານຕໍ່ກັບນໍ້າຖ້ວມ ແລະ ທົນທານຕໍ່ກັບພະຍາດເຂົ້າທີ່ສໍາຄັນໃນ ສປປລາວ. ເພື່ອເຮັດໃຫ້ຊາວນາ ໄດ້ເຂົ້າເຖິງການນໍາໃຊ້ແນວພັນໃໝ່ ເພືື່ອທໍາການຜະລິດ ສໍາລັບຄໍ້າປະກັນດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້ານັ້ນ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຜະລິດ ເມັດພັນລຸ້ນ2 ເພື່ອມອບແນວພັນດັ່ງ​ກ່າວ ໃຫ້ທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງ , ວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ສູນຄົ້ນຄວ້າກະສິກຳພາກຕ່າງໆ ລວມ​ທັງ​ໝົດ​ຈຳ​ນວນ  45,800 ກ​ລ ເພື່ອນໍາໄປແຈກຍາຍໃຫ້ ພະນັກງານ ແລະ ຊາວນາ ນໍາໄປທົດລອງນໍາໃຊ້ ປູກໃນພື້ນທີ່ ທີ່ມີຄວາມສຽງກັບໄພນໍ້າຖ້ວມ ເຊິ່ງສາ​ມາດ​ປູກ​ໄດ້​ໃນ​ເນື້ອ​ທີ່​ທັງ​ໝົດ 763 ຮ​ຕ ຊື່ງ​ຈະ​ໃຫ້​ຜົນ​ຜະ​ລິດ​ໄດ້​ເຖີ​ງ 2,290 ໂຕ່ນ.

ເຊີ່ງຜ່ານມາທາງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ່ມອບແນວພັນເຂົ້າດັ່ງກ່າວໃຫ້ ພະແນກ ກະສິກໍາປ່າໄມ້ 4 ແຂວງ ເປົ້າໝາຍໂຄງການຄື: ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ, ສະຫວັນນະເຂດ, ຫຼວງນ້ຳທາ. ໃນຕອນບ່າຍຂອງວັນທີ 6 ມິຖຸນາ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຈັດພິທີມອບ-ຮັບ ແນວພັນເຂົ້າຫອມທ່າດອກຄຳ 15 ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄວັນ ໂດຮ່າ ຫົວໜ້າສູນ KOPIA ປະຈຳ ສປປ ລາວ ແລະ ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງ, ມີຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ ເມືອງໄຊທານີ, ນັກຄົ້ນຄວ້າ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ພະແນກບໍລິຫານ ແລະ ແຜນການ, ທ່ານ ນາຍບ້ານ ບ້ານໂພນຕ້ອງ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວເຂົ້າຮ່ວມຢ່າງພ້ອມພຽງ.