

ຮຽບຮຽງໂດຍ: ແສງທຽນ ສີສະເກດ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ໃນວັນທີ 21/5/2025 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນຄົ້ນຄ້ວາເສດຖະກິດຊົນນະບົດ ແລະ ຕໍ່ການປັບຕົວປ່ຽນແປງດິນຟ້າອາກາດ ໄດ້ເປີດການຝຶກອົບຮົມໃນຫົວຂໍ້ ເຕັກນິກການປູກພືດທີ່ມີຄວາມທົນທານຕໍ່ໄພແຫ້ແລ້ງ ໃຫ້ແກ່ພະນັກງານວິຊາການຂັ້ນແຂວງ, ຂັ້ນເມືອງ ແລະ ຊາວກະສິກອນທີ່ມາຈາກແຂວງ ຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ສຸລິວົງ ໄຊຍະວົງ ຄະນະສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 19 ທ່ານ ແລະ ທີມຄູຝຶກແມ່ນວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະເຕັກນິກການປູກພືດຜັກໃນເຮືອນຮົ່ມແບບ(CSA)ພາຍໄຕ້ການປ່ຽນແປງດິນຟ້າອາກາດ, ເຕັກນິກການປູກ, ບົວລະບັດຮັກສາ, ການຂະຫຍາຍພັນລໍາໃຍ ແລະ ກະທັນ.
ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ແມ່ນປະກອບມີ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງໃນພາກທິດສະດີ ທ່ານ ຖາວອນ ອິນທະວົງ ຜູ້ປະສານງານຂອງໂຄງການ (CARE) ໄດ້ນໍາສະເໜີກ່ຽວກັບປະຫວັດຄວາມເປັນມາຂອງໂຄງການ ແລະ ສະພາບລວມຕ່າງໆຂອງກະສິກໍາແບບຢືນຢົງເຊັ່ນ: ການປູກພືດປະສົມປະສານ
ຫຼັງຈາກນັ້ນ, ທີມງານວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ນໍສະເໜີສະພາບລວມກ່ຽວກັບປະຫວັດຄວາມເປັນມາ ແລະ ພາລະບົດບາດ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງຂອງສູນ ເຊັ່ນ: ການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ຈາກນັ້ນ, ກໍ່ໄດ້ສາທິດບັນດາເຕັກນິກການປູກພືດຜັກໃນເຮືອນຮົ່ມແບບ(CSA)ພາຍໄຕ້ການປ່ຽນແປງດິນຟ້າອາກາດ, ເຕັກນິກການປູກ, ບົວລະບັດຮັກສາ, ຂະຫຍາຍພັນລໍາໃຍ ແລະ ກະທັນ ນອກຈາກນັ້ນຍັງໄດ້ລົງຢ້ຽມຢາມເບິ່ງພື້ນທີ່ກຸ່ມຕົວແບບ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ.
ໃນການຝຶກອົບຮົມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານພືດຜັກ ແລະ ຂະຫຍາຍພັນໄມ້ໃຫ້ໝາກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ. ຜົນຈາກການຈັດຕັ້ງປະຕິບັດໃນການຝຶກອົບຮົມເຫັນວ່າ ນັກສໍາມະນາກອນໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈເຖິງບັນຫາ, ຄວາມສໍາຄັນ ແລະ ສະພາບຄວາມຈໍາເປັນຂອງການຜະລິດພືດຜັກ ເຊິ່ງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັ່ນ: ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ສາມາດຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ບໍ່ມີການວາງແຜນການຜະລະລິດທີ່ດີ, ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນ່ນອນ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາທີ່ສໍາຄັນອີກອັນໜຶ່ງກໍ່ແມ່ນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ທີ່ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນການຜະລິດພືດຜັກໃນຊ່ວງລະດູຝົນ.












Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786