

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ໃນລະຫວ່າງວັນທີ 2-3 ພຶດສະພາ 2025 ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊະນະຄາມ, ແຂວງວຽງຈັນ ໄດ້ເປີດການຝຶກອົບຮົມທາງດ້ານເຕັກນິກການປຸງແຕ່ງອາຫານ ຂອງຜະລິດຕະພັນເຂົ້າ ແລະ ໄມ້ໃຫ້ໝາກໃຫ້ເປັນສິນຄ້າ, ໂດຍການເປັນກຽດເຂົ້າຮ່ວມເປັນປະທານໃນການເປີດຝຶກອົບຮົມ ຂອງທ່ານ ນາງ ຕຸງລຽນ ວິໄລພອນ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະໄມ້ໃຫ້ໝາກ, ທ່ານ ພອນໄຊ ສີດາວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງ, ທ່ານ Dr.JOEL P.RIVADENEIRA, University Researcher, Institute of food Science Technology, UP los Banos ນັກຄົ້ນຄວ້າຈາກສະຖາບັນວິທະຍາສາດອາຫານ ແລະ ເຕັກໂນໂລຊີ, ມະຫາ ວິທະຍາໄລ UP los Banos, ມີ Mr. Alvin TALLADA ຜູ້ຕາງໜ້າປະສານງານໂຄງການຮ່ວມມື ພັດທະນາຄວາມສາມາດກອງທຶນ ຍີ່ປຸ່ນ-ອາຊຽນ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ (ຈາອີບ-ອີຣີ) ແລະ ທ່ານ ນາງ CLAIRE S. ZUBIA ນັກຄົ້ນຄວ້າສະຖາບັນວິທະຍາສາດອາຫານ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລ UP los Banos, ມີບັນດານັກສໍາມະນາກອນຈາກຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທີມງານກຸ່ມແປຮູບຜະລິດຕະພັນພືດ, ສະຫະພັນແມ່ຍິງກຸ່ມປູກໝາກຂາມຫວານ, ພ້ອມດ້ວຍທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ເພື່ອເປັນການປະຕິບັດຕາມຍຸດທະສາດ ແລະ ນະໂຍບາຍໃນການພັດທະນາສົ່ງເສີມທາງດ້ານການຜະລິດກະສິກໍາ, ເພື່ອເປັນການຄໍ້າປະກັນທາງດ້ານສະບຽບອາຫານຢູ່ພາຍໃນປະເທດໃຫ້ພຽງພໍ ທັງເປັນການສົ່ງເສີມໃນການຜະລິດເປັນສິນຄ້າ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ, ເຊິ່ງຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນທຶນຈາກໂຄງການ: ຮ່ວມມືພັດທະນາຄວາມສາມາດ ກອງທຶນເຊື່ອມໂຍງ ຍີ່ປຸ່ນ- ອາຊຽນ ແລະ ສະຖາບັນຄົ້ນຄວ້າເຂົ້າສາກົນ ( ຈາອີບ ( JAIF) -ອີຣີ (IRRI)), ໂດຍຈຸດ ປະສົງຂອງໂຄງການ ກໍ່ເພື່ອສ້າງແນວຄວາມຄິດ ແລະ ແນວທາງໃນການຈັດຕັ້ງປະຕິບັດເພື່ອຄວາມປອດໄພ, ສຸຂະອານາໄມທາງດ້ານອາຫານ, ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບຫຼັກການພຶ້ນຖານຂອງການປຸງແຕ່ງ, ການນໍາໃຊ້ເຕັກນິກອຸປະກອນ ແລະ ເຕັກໂນໂລຊີເຂົ້າໃນການແປຮູບ, ການບັນຈຸ ແລະ ການເກັບຮັກສາ, ການຄວບຄຸມ ແລະ ການປະເມີນຄຸນນະພາບ, ລວມໄປເຖິງຫຼັກການໃນດ້ານການບໍລິຫານ ແລະ ການດໍາເນີນງານແຜນການຕະຫຼາດໃນອະນາຄົດ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນຈະໄດ້ແລກປ່ຽນ ແລະ ຮຽນຮູ້ທາງດ້ານທິດສະດີ ກ່ຽວກັບຫຼັກການພື້ນຖານ ເພື່ອຄວາມປອດໄພລວມເຖິງການປົນເປື້ອນ, ສຸຂະອານາໄມທາງດ້ານອາຫານ, ອຸປະກອນ ແລະສືບຕໍ່ຈັດຕັ້ງປະຕິບັດຕົວຈິງ ຕໍ່ກັບວິທີການປຸງແຕ່ງວາຍຈາກເຂົ້າ, ໝາກໄມ້, ການປຸງແຕ່ງແຍມຈາກໝາກໄມ້; ເຊິ່ງຄາດໝາຍຂອງການຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມຮັບຮູ້ ແລະ ສາມາດໃຫ້ບັນດານັກສໍາມະນາກອນ ໃຫ້ສາມາດນໍາໄປຈັດຕັ້ງຕົວຈິງຕໍ່ກັບວຽກງານ ກໍ່ຄືການດໍາເນີນທຸລະກິດ, ເພື່ອການຍົກສູງທາງດ້ານເຕັກນິກ ແລະ ກໍາມະວິທີໃນການແປຮູບຜະລິດຕະພັນທີ່ມີໃນທ້ອງຖິ່ນ ໃຫ້ມີຄວາມຫຼາກຫຼາຍ, ມີຄຸນນະພາບ ແລະ ເປັນທີ່ໜ້າສົນໃຈຂອງຜູ້ບໍລິໂພກ ກໍ່ຄືທ້ອງຕະຫຼາດ, ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ຊຸມຊົນໃນຂົງເຂດການຜະລິດ ໃຫ້ຕິດພັນການແປຮູບເປັນຜະລິດຕະພັນສິນຄ້າ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.












Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786