

ໃນລະຫວ່າງວັນທີ 21-25 ເມສາ 2025 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມ ໃນຫົວຂໍ້: “ຝຶກອົບຮົມທາງດ້ານເຕັກນິກການປຸງແຕ່ງອາຫານ ຂອງຜະລິດຕະພັນຈາກເຂົ້າ ແລະ ໄມ້ໃຫ້ໝາກ ໃຫ້ເປັນສິນຄ້າ ໃຫ້ແກ່ສະຫະພັນແມ່ຍິງໃນຊຸມຊົນ ແລະ ຜູ້ປະກອບການ”, ທີ່ຄະນະກະເສດສາດ ແລະ ສິ່ງແວດລອມ, ມະຫາວິທະຍາໄລສະຫວັນນະເຂດ, ແຂວງສະຫວັນນະເຂດ ພາຍໃຕ້ທຶນຊ່ວຍເຫຼືອຂອງໂຄງການ JMIF-IRRI. ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມຂອງ ທ່ານ ນາງ ຕຸ່ງລຽນ ວິໄລພອນ ຮອງຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ປອ. ອິນຕາ ຈັນທະວົງ ຮັກສາການຮອງຄະນະບໍດີ, ຄະນະກະເສດສາດ, ມະຫາວິທະຍາໄລສະຫວັນນະເຂດ ແລະ ທ່ານ Dr. JOEL P. RIVADENEIRA, University Researcher, Institute of Food Science Technology, UP Los Baños ນັກຄົ້ນຄວ້າຈາກສະຖາບັນວິທະຍາສາດອາຫານ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລ UP Los Baños, ມີບັນດານັກສໍາມະນາກອນມາຈາກ ຄະນະກະເສດສາດ, ຄະນະວິທະຍາສາດອາຫານ, ຫ້ອງການອຸດສາຫະກຳການຄ້ານະຄອນໄກສອນ, ໜ່ວຍງານອຸດສາຫະກຳ, ຫັດຖະກຳ ການຄ້າຕ່າງປະເທດ, ສິ່ງສົ່ງເສີມວິສະຫະກິດ ແລະ ການຄ້າ, ຕົວແທນທີ່ມາຈາກ ຫົວໜ່ວຍທຸລະກິດ ຜະລິດເປັນໜຶ່ງເມືອງໜຶ່ງຜະລິດຕະພັນ ຂອງນະຄອນໄກສອນພົມວິຫານ, ກຸ່ມສະຫະພັນຍິງທີ່ມາຈາກບ້ານໜອງຜື ນະຄອນໄກສອນ, ພ້ອມດ້ວຍທີມງານວິຊາການ ທີ່ມາຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດຈຳນວນທັງໝົດ 40 ທ່ານ. ໂດຍການເປັນຄູຝຶກ ຂອງອາຈານທີ່ມາຈາກ ມະຫາວິທະຍາໄລລອດບາໂນສ, ໃນສະຖາບັນວິທະຍາສາດການອາຫານ ປະເທດ ຟີລິບປິ່ນ.
ເຊິ່ງຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງຄວາມອາດສາມາດ ໂດຍສະເພາະແມ່ນກຸ່ມແມ່ຍິງໃນການແປຮູບຜະລິດຕະພັນ ເພື່ອຍົກ ລະດັບເຕັກນິກວິທີການ ແລະ ມາດຕະຖານຂອງຜະລິດຕະພັນສິນຄ້າໃຫ້ສູງຂຶ້ນ, ເພື່ອເຂົ້າໃຈຫຼັກການພື້ນຖານ ແລະ ເຕັກນິກ ຂອງການປຸງແຕ່ງໝາກໄມ້, ພືດຜັກ ແລະ ເຂົ້າ, ໃນການເພີ່ມມູນຄ່າ ຂອງຜະລິດຕະພັນ ແລະ ຫຼັກເກນພື້ນຖານ ອາຫານທີ່ປອດໄພ ແລະ ອື່ນໆ.
ການແປຮູບຜະລິດຕະພັນ ຫຼື ການປຸງແຕ່ງອາຫານໃຫ້ເປັນຜະລິດຕະພັນເພື່ອສ້າງມູນຄ່າເພີ່ມໃຫ້ປະເພດພືດ ກະສິກຳ, ໃຫ້ມີຄວາມຫຼາກຫຼາຍໃນຮູບແບບເປັນຜະລິດຕະພັນແຫ່ງ, ການໝັກດອງ, ເປັນຜັງ, ການກວນ, ເປັນນໍ້າແລະ ອື່ນໆ ໃນຮູບແບບທີ່ເປັນເຄື່ອງບໍລິໂພກ ແລະ ອຸປະໂພກ, ຊຶ່ງມີລົດຊາດ ແຕກຕ່າງກັນຕາມແຕ່ລະຊະນິດຂອງຜະລິດຕະ ພັນ, ເພື່ອໃຫ້ຜູ້ບໍລິໂພກສາມາດເລືອກໃຊ້ບໍລິການໄດ້ຫຼາຍຮູບແບບ, ການນໍາຜະລິດຕະພັນຈາກພືດກະສິກຳມາແປຮູບ ຫຼື ປຸງແຕ່ງ ກໍ່ແມ່ນການຍົກລະດັບ ແລະ ຮັບປະກັນເລື່ອງສະບຽງອາຫານໃນເວລາຂາດແຄນອາຫານ ຫຼື ຜົນຜະລິດນອກ ລະດູທີ່ຫາຍາກ. ທັງນີ້ຍັງສາມາດເກັບຮັກສາໄວ້ກິນໄດ້ດົນນານ ຫຼື ເປັນການຖະໜອມອາຫານໄດ້ເປັນຢ່າງດີ. ທີ່ສໍາຄັນ ຊ່ວຍເພີ່ມມູນຄ່າ ຈາກຜະລິດຕະພັນສິດ ມາເປັນສິນຄ້າທີ່ມີລາຄາສູງຂື້ນ ແລະ ຍັງເປັນການຫຼຸດບັນຫາຜົນຜະລິດໃນ ລະດູການລົ້ນຕະຫຼາດ ທີ່ເຮັດໃຫ້ລາຄາຕົກຕໍ່າ ແລະ ເສຍຫາຍຈາກການບໍລິໂພກບໍ່ຫວງທັນ, ພ້ອມນີ້ ຍັງ ເປັນການເພີ່ມ ລາຍຮັບ ແລະ ສ້າງອາຊີບ ວຽກເຮັດງານທຳໃຫ້ຄອບຄົວ ຫຼື ຊຸມຊົນ. ທັງນີ້ການທີ່ຈະຮຽນຮູ້ເຕັກນິກວິທີການແປຮູບ ຫຼື ປຸງແຕ່ງໃຫ້ຖືກຕ້ອງ ໃຫ້ຜົນໄດ້ຮັບທີ່ດີ ແລະ ມີຄຸນນະພາບ, ຕ້ອງໄດ້ຮຽນຮູ້ຈາກວິຊາການທີ່ມີຄວາມຊຳນິຊຳນານ, ມີ ຄວາມຮູ້ ແລະ ມີປະສົບປະການໃນການປຸງແຕ່ງ ແລະ ຍັງຕັ້ງຮູ້ຫຼັກການກ່ຽວກັບມາດຕະຖານອາຫານທີ່ປອດໄພເປັນ ພື້ນຖານຫຼັກ ເພື່ອເພີ້ມຄວາມສາມາດໃຫ້ ວຽກງານປຸ່ງແຕ່ງ ໄດ້ຕາມມາດຖານ ແລະ ຮັບຜົນທີ່ດີທີ່ສຸດ.










ພາບ-ຂ່າວ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 312
Users Yesterday : 54
This Month : 366
This Year : 79792
Total Users : 787782