

ໃນວັນທີ 27 ມີນາ 2025 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ້າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ບໍລິສັດ ເສສວນຈີວຢວນຢູຍເຟີງ ກະສິກໍາ ຈໍາກັດ ໄດ້ເປີດຝຶກອົບຮົມໃນຫົວຂໍ້ “ເຕັກນິກການຜະລິດໝາກເຜັດໃຫ້ເປັນສິນຄ້າ ລາວ-ຈີນ” ໃຫ້ກຽດເປັນປະທານຂອງ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ເຂົ້າຮ່ວມ ມີທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ນາງ ຈາວຢາລິນ ຫົວໜ້າບໍລິສັດ ເສສວນຈີວຢວນຢູຍເຟີງ ກະສິກໍາ ຈໍາກັດ ມີນັກສຳມະນາກອນທີ່ມາຈາກຫຼາຍພາກສ່ວນເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ແລະ ກຸ່ມຜະລິດພຶດຜັກເມືອງຫາດຊາຍຟອງ ແລະ ເມືອງທ່າພະບາດ ລວມທັງໝົດ ຈໍານວນ 36 ທ່ານ.
ຈຸດປະສົ່ງ ແມ່ນ ເພື່ອແລກປ່ຽນຄວາມຄິດເຫັນ ທາງດ້ານການຄັດເລືອກແນວພັນໝາກເຜັດແຫ້ງ ແລະ ການຜະລິດໝາກເຜັດແຫ້ງເປັນສິນຄ້າເພື່ອສົ່ງອອກໄປ ສປ ຈີນ.
ໃນພິທີ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວເປີດກອງປະຊຸມວ່າ: ພືດຜັກ ແລະ ໄມ້ໃຫ້ໝາກ ໂດຍສະເພາະໝາກເຜັດເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນແມ່ນວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ, ນອກຈາກນັ້ນ, ການປູກພືດຜັກ ຍັງເປັນການໃຊ້ປະໂຫຍດທີ່ດິນ ທີ່ໃຫ້ຜົນຕອບແທນສູງເຊີ່ງວ່າປະຈຸບັນການຄົ້ນຄວ້າ ແລະ ພັດທະນາພືດຜັກ, ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄື ລັດຖະບານໄດ້ໃຫ້ຄວາມສຳຄັນກ່ຽວກັບວຽກງານດັ່ງກ່າວເປັນພິເສດໃນແຜນການພັດທະນາກະສິກໍາ-ປ່າໄມ້ ໃນຕໍ່ໜ້າໂດຍສະເພາະແຜນງານການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ. ເຊີ່ງຄາດໝາຍຂອງໂຄງການ ຈະສະໜັບສະໜູນ ແຜນງານການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ປະກົດຜົນເປັນຈິງ. ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ນໍາສະເໜີການຈັດຕັ້ງໂຄງການ ແລະ ແຜນໃນອະນາຄົດວ່າ: ໂຄງການຮ່ວມມືລະຫວ່າງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ກັບ ບໍລິສັດເສສວນຈີວຢວນຢູຍເຟີງກະສິກໍາ ຈໍາກັດ ໄດ້ນຳເອົາແນວພັນໝາກເຜັດຈີນ ຈໍານວນ 3 ແນວພັນ ຄື: ແນວພັນ TH, ແນວພັນ HL ແລະ ແນວພັນ CJ, ຈາກ ສປ. ຈິນມາປູກທົດສອບຢູ່ພື້ນທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດ ໃນເດືອນ ຕຸລາ 2024 ເຊິ່ງປະຈຸບັນຄົ້ນຄວ້າທົດລອງຍັງຢູ່ໃນຂັ້ນຕອນການເກັບຂໍ້ມນທາງດ້ານຜົນຜະລິດ. ແຕ່ຈາກການປະເມີນໃນພື້ນທີໂຕຈິງແລ້ວສາມາດເຫັນໄດ້ວ່າ ມີຈໍານວນ 1 ແນວພັນ ທີ່ສາມາດຈະເລີນເຕີບໂຕໄດ້ດີ ແລະ ມີທ່າແຮງໃນການໃຫ້ຜົນຜະລິດສູງ ຄື: ແນວພັນ TH ແລະ ໄດ້ລົງໄປສໍາຫຼວດ ແລະ ເກັບກໍາຂໍ້ມູນພື້ນທີເປົ້າໝາຍການສ້າງຕົວແບບການຜະລິດໝາກເຜັດຈີນ ຢູ່ ບ້ານ ຜາໂປ່ງ ແລະ ບ້ານ ຫົງທອງ ແລະ ກຸ່ມຊາວກະສິກອນທີ່ຜະລິດຜັກ ໃນເມືອງທາພະບາດ ແຂວງບໍລິຄໍາໄຊ. ກອງປະຊຸມດໍາເນີນເປັນເວລາເຄິ່ງວັນ ແລະ ໄດ້ປິດລົງໃນເວລາ12:00 ໂມງຂອງວັນດຽວກັນ.
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້












Users Today : 313
Users Yesterday : 54
This Month : 367
This Year : 79793
Total Users : 787783