

ໃນຕອນເຊົ້າຂອງວັນທີ 21 ມີນາ ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການ AFACI ໄດ້ເປີດບັນຝຶກອົບຮົມເພື່ອແລກປ່ຽນຄວາມຮູ້ ແລະ ແລກປ່ຽນປະສົບປະການ ໃນຫົວຂໍ້ ການຄັດເລືອກສາຍພັນພືດຜັກເວົ້າລວມເວົ້້າສະເພາະກໍ່ຄືແນວພັນໝາກເຜັດ ເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ. ໃຫ້ກຽດເຂົ້າຮ່ວມເປັນປະທ່ານ ຂອງ ທ່ານ ສິລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນຊົນນະບົດ, ມີທ່ານ ໄພທູນ ມູນເສນາ ຮອງຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ນ. ຕຸງລຽນ ວິໄລພອນ ຮອງຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີນັກສຳມານາກອນທີ່ມາຈາກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ກຸ່ມຜະລິດພຶດຜັກ ບ້ານຫາດຊາຍຟອງ, ທ່າແຂກ, ຫົວຫ້າ ແລະ ຫາດກັນຊາ ເຂົ້າຮ່ວມທັງໝົດ ຈໍານວນ 35 ທ່ານ ໂດຍການເປັນຄູຝຶກຂອງຊ່ຽວຊານດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.
ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອຄັດເລືອກແນວພັນໝາກເຜັດແບບມີສວນຮ່ວມຂອງຊາວກະສິກອນ ເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ, ຈໍາແນກພັນ ແລະ ການປະເມີນເພື່ອການນໍາໃຊ້ ແນວພັນໝາກເຜັດພັນພື້ນເມືອງລາວ ແລະ ນໍາເຂົ້າຈາກຕ່າງປະເທດ.
ໃນພິທີ ທ່ານ ສິລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນຊົນນະບົດໄດ້ກ່າວໃຫ້ຮູ້ວ່າ: ລັດຖະບານລາວ ມີຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະ, ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນ ວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ຫຼາຍກວ່າ 48 ຊະນິດພືດຜັກຖືກບໍລິໂພກໃນລາວ , ນອກຈາກນັ້ນ ການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ການປູກພືດຜັກ ສາມາດພົບເຫັນໃນຫຼາຍພື້ນທີ່ ເປັນຕົ້ນ ສວນຄົວ, ແຄມແມ່ນໍ້າ, ພື້ນທີ່ໂນນຕາມໄຮ່ ແລະ ພື້ນທີ່ເຂດທົ່ງພຽງ. ແຕ່ວ່າການຜະລິດພືດຜັກນັ້ນ ມີຫຼາຍບັນຫາ ເປັນຕົ້ນແມ່ນ ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້ຫຼາຍ, ການປ່ຽນແປງທາງດ້ານດິນຟ້າອາກາດເຮັດໃຫ້ເກີດໄພນໍ້າຖົມ ແລະ ແຫ້ງແລ້ງຖີ່ຂື້ນ, ການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດທີ່ຮຸນແຮງຂຶ້ນ, ຂາດແນວພັນທີເໝາະສົມໃນການປູກໃນຊ່ວງລະດູຝົນໂດຍສະເພາະແນວພັນສໍາຫຼັບປູກໃນເຮືອນຮົ່ມ, ເມັດພັນຜັກທີຊາວກະສິກອນນໍາໃຊ້ຍັງມີຄຸນນະພາບຕໍ່າ ແລະ 70 ເປີເຊັນ ຂອງແນວພັນທີ່ນໍາໃຊ້ແມ່ນນໍາເຂົ້າຈາກຕ່າງປະເທດ.










ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786