

ໃນຕອນເຊົ້າ ວັນທີ 28 ກຸມພາ 2025 ທີ່ຜ່ານມາ ໂຄງການ ພັດທະນາລະບົບກະເສດສຸມປະສົມປະສານແບບຍືນຍົງ (“Sustainable Intensification of Mixed Farming System” ລະຫັດ LOA L24ROM150) ໄດ້ຈັດ ກອງປະຊຸມສະຫຼຸບລາຍງານ ແລະ ມອບອຸປະກອນລາງວັນໃຫ້ແກ່ຄອບຄົວຊາວກະສິກອນທີ່ເຂົ້າຮ່ວມໂຄງການ ພັດທະນາລະບົບກະເສດສຸມປະສົມປະສານແບບຍືນຍົງ ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນ ເມືອງ ໂພນໄຊ ແຂວງ ຫຼວງພະບາງ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ແກ່ນຈັນ ພິລາວັນ ຮັກສາການເຈົ້າເມືອງ ໂພນໄຊ, ທ່ານ ຢີ່ ຢາງ ຮອງຫົວໜ້າພະແນກພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼວງພະບາງ ແລະ ທ່ານ ປອ. ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ມີບັນດາຫົວໜ້າພະແນກ, ຄະນະສູນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ພະນັກງານວິຊາການ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ລວມໄປເຖິງ ຊາວກະສິກອນ ເຂົ້າຮ່ວມທັງໝົດ 77 ທ່ານ, ຍິງ 12 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ມີ 3 ຈຸດປະສົງຫຼັກ ຄື: 1) ເພື່ອລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດກິດຈະກໍາການທົດລອງ ລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານ ທີ່ຍືນຍົງ; 2) ເພື່ອຊົມເຊີຍຜົນສໍາເລັດ ແລະ ມອບວັດຖຸລາງວັນ ໃຫ້ແກ່ຊາວກະສິກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງ; 3) ເພື່ອເສີມຂະຫຍາຍ ແລະ ເຜີຍແຜ່ຜົນສໍາເລັດເບຶື້ອງຕົ້ນຂອງການທົດລອງ ເພີ່ມຄວາມປົກຫຸ້ມປ່າໄມ້ ໃນພື້ນທີ່ທົ່ງຫຍ້າລ້ຽງສັດ ໂດຍຜ່ານລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານ ທີ່ຍືນຍົງ.
ໂຄງການພັດທະນາລະບົບການຜະລິດກະເສດສຸມປະສົມປະສານແບບຍືນຍົງ (Sustainable intensification of Mixed Farming Systems) ແມ່ນຖືກຈັດຕັ້ງປະຕິບັດພາຍໃຕ້ຂໍ້ຕົກລົງຮ່ວມມືທາງວິຊາການ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ອົງການພັນທະມິດສາກົນດ້ານຊີວະນາພັນ ແລະ ສູນກະສິກໍາເຂດຮ້ອນ (Alliance of Bioversity International and CIAT) ໂຄງການນີ້ແມ່ນມີເປົ້າໝາຍໃນການຊ່ວຍໃຫ້ຊາວກະສິກອນ ກໍ່ຄືສັງຄົມ ມີເຄື່ອງມືຊ່ວຍຕັດສິນໃຈການຄັດເລືອກຊະນິດພັນໄມ້ ແລະ ເຕັກນິກທີ່ເໝາະສົມ ນໍາໄປປູກໃນລະບົບການຜະລິດປ່າໄມ້-ລ້ຽງສັດແບບ ປະສົມປະສາທີ່ຍືນຍົງ, ເຊິ່ງໂຄງການດັ່ງກ່າວນີ້ ໄດ້ຖືກຈັດຕັ້ງປະຕິບັດຢູ່ ແຂວງເປົ້າໝາຍທາງພາກເໜືອຂອງ ສປປ ລາວ ໂດຍສະເພາະແມ່ນ ເມືອງ ໂພນໄຊ ແຂວງ ຫຼວງພະບາງ.
ໃນປີທີ່ຜ່ານມາ, ຊາວກະສິກອນໄດ້ດໍາເນີນຂັ້ນຕອນ ເພື່ອຈັດຕັ້ງປະຕິບັດກິດຈະກໍາການຜະລິດປ່າໄມ້-ລ້ຽງສັດ ແບບຍືນຍົງ ດ້ວຍຄວາມເອົາໃຈໃສ່ສູງ ເຊິ່ງມັນບໍ່ພຽງແຕ່ສ້າງປະໂຫຍດຕໍ່ການຜະລິດ ກໍ່ຄືການລ້ຽງສັດ, ແຕ່ຍັງສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ຄົນລຸ້ນຕໍ່ໄປ. ຊາວກະສິກອນໄດ້ປູກໄມ້ ເພື່ອສ້າງຮົ້ວຂຽວ, ປົກປັກຮັກສາຕົ້ນໄມ້ຢູ່ຕາມທົ່ງຫຍ້າ, ແລະ ໄດ້ສ້າງສວນກ້າເພື່ອຜະລິດເບ້ຍ. ຊາວກະສິກອນໄດ້ປູກຕົ້ນໄມ້ທັງໝົດເກືອບ 61,000 ຕົ້ນ, ແລະ ຕົ້ນໄມ້ເຫຼົ່ານີ້ ຈະສະໜອງໄມ້, ອາຫານ, ໃຫ້ອາຫານ ແລະ ຢາ, ພ້ອມທັງໃຫ້ຮົ່ມແລະ ທີ່ພັກອາໄສ. ຕົ້ນໄມ້ເຫຼົ່ານັ້ນຈະຊ່ວຍຄວບຄຸມການເຊາະເຈື່ອນ, ປັບປຸງຄຸນນະພາບຂອງດິນ, ອະນຸລັກຊັບພະຍາກອນນ້ໍາ ແລະ ເຮັດໃຫ້ຄວາມທົນທານຕໍ່ໄພແຫ້ງແລ້ງ. ຫຼາຍຄອບຄົວໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວດັ່ງກ່າວ, ແລະ ປະສານສົມທົບກັນຢ່າງຕັ້ງໜ້າ, ເຊິ່ງການປະຕິບັດດັ່ງກ່າວ ແມ່ນສ່ວນໜຶ່ງຂອງພື້ນຖານການຄຸ້ມຄອງທີ່ດິນແບບຍືນຍົງຢູ່ເມືອງເປົ້າໝາຍ ໃນປະຈຸບັນ.
ເພື່ອເປັນການຊົມເຊີຍຜົນສໍາເລັດ ແລະ ມອບວັດຖຸລາງວັນ ໃຫ້ແກ່ຊາວກະສິກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງໃນຄັ້ງນີ້, ທາງໂຄງການພັດທະນາລະບົບການຜະລິດກະເສດສຸມປະສົມປະສານແບບຍືນຍົງ (Sustainable intensification of Mixed Farming Systems) ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາການທົດລອງຜະລິດເບ້ຍໄມ້ ແລະ ປູກໄມ້ເຮັດຮົ້ວຂຽວໃນພື້ນທີ່ທົ່ງຫຍ້າລ້ຽງສັດ, ໃຫ້ກຽດມອບໂດຍ ທ່ານ ແກ່ນຈັນ ພິລາວັນ ຮັກສາການເຈົ້າເມືອງ ໂພນໄຊ, ທ່ານ ຢີ່ ຢາງ ຮອງຫົວໜ້າພະແນກພະແນກກະສິກໍາ ແລະ ປ່າໄມ້ແຂວງ ຫຼວງພະບາງ ແລະ ທ່ານ ປອ. ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍມີຊາວກະສິກອນ ຈໍານວນ 65 ຄອບຄົວ ປະກອບມີ 06 ບ້ານຄື: ບ້ານ ຫ້ວຍມັນ, ນໍ້າບໍ່, ຫ້ວຍສີຍົວ, ພັນຫົກ, ສົບເຈັ້ຍ ແລະ ບ້ານ ຫ້ວຍໂນະ ເຂົ້າຮ່ວມຮັບວັດຖຸລາງວັນ ເຫຼັກໜາມ ຈໍານວນ 739 ກໍ້ ລວມມູນຄ່າທັງໝົດ 169,970,000ກີບ. ນອກຈາກນີ້, ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາການທົດລອງຮັກສາຕົ້ນໄມ້ໃນທົ່ງຫຍ້າລ້ຽງສັດ ໃຫ້ກຽດມອບໂດຍ ທ່ານ ວົງວິໄລ ວົງຄໍາຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ສກປພ ໂດຍມີຊາວກະສິກອນ ຈໍານວນ 39 ຄອບຄົວ ປະກອບມີ 06 ບ້ານຄື: ບ້ານ ຫ້ວຍມັນ, ນໍ້າບໍ່, ດອນໄຊ, ຫ້ວຍສີຍົວ, ພັນຫົກ ແລະ ບ້ານ ສົບເຈັ້ຍ ເຂົ້າຮ່ວມຮັບວັດຖຸລາງວັນ ເຫຼັກໜາມ ຈໍານວນ 315 ກໍ້ ລວມມູນຄ່າທັງໝົດ 72,450,000 ກີບ. ການມອບວັດຖຸອຸປະກອນລາງວັນ ໃນ 2 ກິດຈະກໍາ ມີເຫຼັກໜາມ ທັງໝົດ 1054 ກໍ້ ລວມມູນຄ່າທັງໝົດ 242,420,000 ກີບ. ເຊິ່ງວັດຖຸລາງວັນທີ່ຊາວກະສິກອນໄດ້ຮັບໃນຄັ້ງນີ້ ແມ່ນເພື່ອນໍາໃຊ້ເຂົ້າໃນກິດຈະກໍາການທົດລອງ ລະບົບການຜະລິດປ່າໄມ້-ລ້ຽງສັດ ແລະ ເປັນທາງເລືອກໜຶ່ງທີ່ມີຄວາມສໍາຄັນ ເຊິ່ງຊາວກະສິກອນ ຈະໄດ້ຮັບຜົນປະໂຫຍດ ສາມຢ່າງ ຄື: ຜົນປະໂຫຍດທາງດ້ານສະພາບແວດລ້ອມ ແມ່ນມີປ່າໄມ້ ສະພາບແວດລ້ອມດີຂຶ້ນ, ດິນຊຸ່ມຊື່ມ ມີແຫຼ່ງນໍ້າພຽງພໍແກ່ການລ້ຽງ, ສັດລ້ຽງມີຮົ່ມເງົາ. ຜົນປະໂຫຍດທາງດ້ານສັງຄົມ ຊາວກະສິກອນ ແມ່ນມີແຫຼ່ງອາຫານ ແລະ ໂອກາດສ້າງວຽກເຮັດງານທໍາ ແລະ ສຸດທ້າຍ ແມ່ນຜົນປະໂຫຍດທາງດ້ານເສດຖະກິດ ຊາວກະສິກອນມີລາຍຮັບຫຼາຍຂຶ້ນ ຈາກຂາຍລ້ຽງສັດ ແລະ ຜົນຜະລິດຈາກຕົ້ນໄມ້.






ພາບ-ຂ່າວ: ປອ. ສີມອນ ວົງຄໍາຮໍ່



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786