National Agriculture and Forestry Research Institute

ໃນຕອນເຊົ້າ ວັນທີ 25 ກຸມພາ 2025 ທີ່ຜ່ານມາ ໂຄງການ ພັດທະນາລະບົບກະເສດສຸມປະສົມປະສານແບບຍືນຍົງ (“Sustainable Intensification of Mixed Farming System” ລະຫັດ LOA L24ROM150) ໄດ້ຈັດ ກອງປະຊຸມສະຫຼຸບລາຍງານ ແລະ ມອບອຸປະກອນລາງວັນໃຫ້ແກ່ຄອບຄົວຊາວກະສິກອນທີ່ເຂົ້າຮ່ວມໂຄງການ ພັດທະນາລະບົບກະເສດສຸມປະສົມປະສານແບບຍືນຍົງ ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ ໜອງແຮດ, ແຂວງ ຊຽງຂວາງ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວັນໄຊ ກືວັງເນັ່ງ ຮອງເຈົ້າເມືອງ ໜອງແຮດ ແລະ ທ່ານ ປອ. ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າພະແນກ, ຄະນະສູນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ພະນັກງານວິຊາການ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນ ລວມໄປເຖິງ ຊາວກະສິກອນ ເຂົ້າຮ່ວມທັງໝົດ 78 ທ່ານ,​ ຍິງ 28 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ມີ 3 ຈຸດປະສົງຫຼັກ ຄື: 1) ເພື່ອລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດກິດຈະກໍາການທົດລອງ ລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານ ທີ່ຍືນຍົງ; 2) ເພື່ອຊົມເຊີຍຜົນສໍາເລັດ ແລະ ມອບວັດຖຸລາງວັນ ໃຫ້ແກ່ຊາວກະສິກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງ; 3) ເພື່ອເສີມຂະຫຍາຍ ແລະ ເຜີຍແຜ່ຜົນສໍາເລັດເບຶື້ອງຕົ້ນຂອງການທົດລອງ ເພີ່ມຄວາມປົກຫຸ້ມປ່າໄມ້ ໃນພື້ນທີ່ທົ່ງຫຍ້າລ້ຽງສັດ ໂດຍຜ່ານລະບົບປ່າໄມ້-ລ້ຽງສັດ ແບບປະສົມປະສານ ທີ່ຍືນຍົງ.

ໂຄງການພັດທະນາລະບົບການຜະລິດກະເສດສຸມປະສົມປະສານແບບຍືນຍົງ (Sustainable intensification of Mixed Farming Systems) ແມ່ນຖືກຈັດຕັ້ງປະຕິບັດພາຍໃຕ້ຂໍ້ຕົກລົງຮ່ວມມືທາງວິຊາການ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ອົງການພັນທະມິດສາກົນດ້ານຊີວະນາພັນ ແລະ ສູນກະສິກໍາເຂດຮ້ອນ (Alliance of Bioversity International and CIAT) ໂຄງການນີ້ແມ່ນມີເປົ້າໝາຍໃນການຊ່ວຍໃຫ້ຊາວກະສິກອນ ກໍ່ຄືສັງຄົມ ມີເຄື່ອງມືຊ່ວຍຕັດສິນໃຈການຄັດເລືອກຊະນິດພັນໄມ້ ແລະ ເຕັກນິກທີ່ເໝາະສົມ ນໍາໄປປູກໃນລະບົບການຜະລິດປ່າໄມ້-ລ້ຽງສັດແບບ ປະສົມປະສາທີ່ຍືນຍົງ, ເຊິ່ງໂຄງການດັ່ງກ່າວນີ້ ໄດ້ຖືກຈັດຕັ້ງປະຕິບັດຢູ່ ແຂວງເປົ້າໝາຍທາງພາກເໜືອຂອງ ສປປ ລາວ ໂດຍສະເພາະແມ່ນ ເມືອງ ໜອງແຮດ ແຂວງ ຊຽງຂວາງ.

ໃນປີທີ່ຜ່ານມາ, ຊາວກະສິກອນໄດ້ດໍາເນີນຂັ້ນຕອນ ເພື່ອຈັດຕັ້ງປະຕິບັດກິດຈະກໍາການຜະລິດປ່າໄມ້-ລ້ຽງສັດ ແບບຍືນຍົງ ດ້ວຍຄວາມເອົາໃຈໃສ່ສູງ ເຊິ່ງມັນບໍ່ພຽງແຕ່ສ້າງປະໂຫຍດຕໍ່ການຜະລິດ ກໍ່ຄືການລ້ຽງສັດ, ແຕ່ຍັງສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ແລະ ປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ຄົນລຸ້ນຕໍ່ໄປ. ຊາວກະສິກອນໄດ້​ປູກໄມ້ ເພື່ອສ້າງ​ຮົ້ວຂຽວ, ປົກ​ປັກ​ຮັກສາ​ຕົ້ນໄມ້​ຢູ່​ຕາມ​ທົ່ງ​ຫຍ້າ, ແລະ ​ໄດ້​ສ້າງ​ສວນ​ກ້າ​ເພື່ອ​ຜະລິດ​ເບ້ຍ. ຊາວກະສິກອນ​ໄດ້​ປູກ​ຕົ້ນ​ໄມ້​ທັງ​ໝົດ​ເກືອບ 61,000 ຕົ້ນ, ​ແລະ ​ຕົ້ນ​ໄມ້​ເຫຼົ່າ​ນີ້​ ຈະ​ສະໜອງ​ໄມ້, ອາຫານ, ​ໃຫ້​ອາຫານ​ ແລະ ​ຢາ, ​ພ້ອມທັງ​ໃຫ້​ຮົ່ມ​ແລະ​ ທີ່​ພັກ​ອາ​ໄສ. ຕົ້ນໄມ້ເຫຼົ່ານັ້ນ​ຈະ​ຊ່ວຍ​ຄວບ​ຄຸມ​ການ​ເຊາະ​ເຈື່ອນ​, ປັບ​ປຸງ​ຄຸນນະພາບ​ຂອງ​ດິນ​, ອະ​ນຸ​ລັກ​ຊັບ​ພະ​ຍາ​ກອນ​ນ​ໍ້າ ​ແລະ ​ເຮັດ​ໃຫ້​ຄວາມ​ທົນ​ທານ​ຕໍ່​ໄພ​ແຫ້ງ​ແລ້ງ​. ຫຼາຍ​ຄອບຄົວ​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ, ​ແລະ ປະສານສົມທົບ​ກັນຢ່າງຕັ້ງໜ້າ, ເຊິ່ງການ​ປະຕິບັດດັ່ງກ່າວ ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ພື້ນຖານ​ການ​ຄຸ້ມ​ຄອງ​ທີ່​ດິນ​ແບບ​ຍືນ​ຍົງ​ຢູ່​ເມືອງ​ເປົ້າໝາຍ ໃນ​ປະຈຸ​ບັນ.

          ເພື່ອເປັນການຊົມເຊີຍຜົນສໍາເລັດ ແລະ ມອບວັດຖຸລາງວັນ ໃຫ້ແກ່ຊາວກະສິກອນ ກຸ່ມເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງໃນຄັ້ງນີ້, ທາງໂຄງການພັດທະນາລະບົບການຜະລິດກະເສດສຸມປະສົມປະສານແບບຍືນຍົງ (Sustainable intensification of Mixed Farming Systems) ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍທີ່ເຂົ້າຮ່ວມກິດຈະກໍາການທົດລອງຜະລິດເບ້ຍໄມ້ ແລະ ປູກໄມ້ເຮັດຮົ້ວຂຽວໃນພື້ນທີ່ທົ່ງຫຍ້າລ້ຽງສັດ, ໃຫ້ກຽດມອບໂດຍ ທ່ານ ວັນໄຊ ກືວັງເນັ່ງ ຮອງເຈົ້າເມືອງ ໜອງແຮດ ແລະ ທ່ານ ປອ. ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍມີຊາວກະສິກອນ ຈໍານວນ 53​ ຄອບຄົວ ປະກອບມີ 08 ບ້ານຄື: ບ້ານ ຜາຫວາຍ, ຜາຫຼວງ, ຍອດຄໍ, ຍອດຄາ, ໜອງອໍ້, ໜອງແຫຼ້, ປ່າຂົມ ແລະ ບ້ານ ໜອງແຮດໃຕ້ ເຂົ້າຮ່ວມຮັບວັດຖຸລາງວັນ ເຫຼັກໜາມ ຈໍານວນ 524 ກໍ້ ລວມມູນຄ່າທັງໝົດ  120,520,000ກີບ. ນອກຈາກນັ້ນ, ໄດ້ມອບວັດຖຸລາງວັນໃຫ້ແກ່ຊາວກະສິກອນເປົ້າໝາຍ ທີ່ເຂົ້າຮ່ວມກິດຈະກໍາການທົດລອງຮັກສາຕົ້ນໄມ້ໃນທົ່ງຫຍ້າລ້ຽງສັດ ໂດຍໃຫ້ກຽດມອບ ທ່ານ ຄໍາຈັນ ພັນທະວົງ  ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ໜອງແຮດ ແລະ ທ່ານ ວົງວິໄລ ວົງຄໍາຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ, ສກປພ ໂດຍມີຊາວກະສິກອນ ຈໍານວນ 23 ຄອບຄົວ ປະກອບມີ 05 ບ້ານຄື: ບ້ານ ຜາຫວາຍ, ຜາຫຼວງ, ຍອດຄາ, ຍອດຄໍ ແລະ ບ້ານໜອງອໍ້ ເຂົ້າຮ່ວມຮັບວັດຖຸລາງວັນ ເຫຼັກໜາມ ຈໍານວນ 315 ກໍ້  ລວມມູນຄ່າທັງໝົດ 72,450,000 ກີບ. ການມອບວັດຖຸອຸປະກອນລາງວັນ ໃນ 2 ກິດຈະກໍາ ມີເຫຼັກໜາມ ທັງໝົດ 839 ກໍ້ ລວມມູນຄ່າທັງໝົດ 192,970,000 ກີບ. ເຊິ່ງວັດຖຸລາງວັນທີ່ຊາວກະສິກອນໄດ້ຮັບໃນຄັ້ງນີ້ ແມ່ນເພື່ອນໍາໃຊ້ເຂົ້າໃນກິດຈະກໍາການທົດລອງ ລະບົບການຜະລິດປ່າໄມ້-ລ້ຽງສັດ ແລະ ເປັນທາງເລືອກໜຶ່ງທີ່ມີຄວາມສໍາຄັນ ເຊິ່ງຊາວກະສິກອນ ຈະໄດ້ຮັບຜົນປະໂຫຍດ ສາມຢ່າງ ຄື: ຜົນປະໂຫຍດທາງດ້ານສະພາບແວດລ້ອມ ແມ່ນມີປ່າໄມ້ ສະພາບແວດລ້ອມດີຂຶ້ນ, ດິນຊຸ່ມຊື່ມ ມີແຫຼ່ງນໍ້າພຽງພໍແກ່ການລ້ຽງ, ສັດລ້ຽງມີຮົ່ມເງົາ. ຜົນປະໂຫຍດທາງດ້ານສັງຄົມ ຊາວກະສິກອນ ແມ່ນມີແຫຼ່ງອາຫານ ແລະ ໂອກາດສ້າງວຽກເຮັດງານທໍາ ແລະ ສຸດທ້າຍ ແມ່ນຜົນປະໂຫຍດທາງດ້ານເສດຖະກິດ ຊາວກະສິກອນມີລາຍຮັບຫຼາຍຂຶ້ນ ຈາກຂາຍລ້ຽງສັດ ແລະ ຜົນຜະລິດຈາກຕົ້ນໄມ້.