
ໃນຕອນບ່າຍວັນທີ 21 ກຸມພາ 2025 ທີ່ຜ່ານມາ ສູນຄົ້ນຄວ້າກະສິກຳສາກົນ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ (KOPIA) ໄດ້ມອບປຸຍເຄມີໃຫ້ກຸ່ມຊາວນາບ້ານໝາກຮຽວ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ, ເຊິ່ງຈັດຂຶ້ນທີ່ ຫ້ອງການບ້ານໝາກຮຽວ ໂດຍການເຂົ້າຮ່ວມ ມອບໂດຍ ທ່ານ ຄວານ ໂດຮາ ຫົວໜ້າ ສູນຄົ້ນຄວ້າກະສິກຳສາກົນ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ (KOPIA), ມີທ່ານຄຳແສນ ສີສົມພອນ ຮອງຫົວໜ້າຫ້ອງການກະສິກຳເມືອງ ປາກງຶ່ມ, ປະສານງານຫ້ອງການກະສິກຳເມືອງປາກງື່ມ , ປະສານງານບ້ານ ພ້ອມດ້ວຍ ກຸ່ມຊາວນາເຂົ້າຮ່ວມຢ່າງພ້ອມພຽງ.
ການມອບປຸ໋ຍເຄມີໃຫ້ແກ່ຊາວນາທີ່ນອນຢູ່ໃນໂຄງການເທື່ອນີ້ແມ່ນອີງຕາມພື້ນຖານເຕັກນິກການປູກເຂົ້າທີ່ໄດ້ຝຶກອົບຮົມໃຫ້ຊາວນາທີ່ຜ່ານມາ ບໍ່ວ່າຈະເປັນ ການປັບໄຮ່ນານ້ອຍເປັນໄຮ່ໃຫຍ່ຂື້ນ, ການໃສ່ປຸ໋ຍຕາມອາຍຸຂອງເຂົ້າ ແລະ ຄວາມເຂົ້າໃຈກ່ຽວກັບອາຫານຂອງເຂົ້າ, ເພື່ອສົ່ງເສີມໃຫ້ຊາວນາໄດ້ຮັບຜົນຜະລິດ ແລະ ລາຍຮັບເພີ່ມຂື້ນຕາມເຕັກນິກທີ່ຮຽນຮູ້ມາ ແລະ ຕາມເປົ້າໝາຍທີ່ວາງໄວ້. ການເຮັດນາໃນລະດູແລ້ງປີ 2025 ນີ້ທາງໂຄງການໄດ້ສະໜອງປຸ໋ຍເຄມີໃຫ້ທາງຊາວນາ 2 ບ້ານເປົ້າໝາຍຄື ບ້ານໝາກຮຽວ ແລະ ບ້ານໝາກນາວ ລວມທັງໝົດ 61,2 ໂຕນ.
ໂຄງການຜະລິດເຂົ້າເປັນສິນຄ້າ ເມືອງປາກງື່ມ ເປັນໂຄງການທີ່ສະໜັບສະໜູນໃຫ້ຊາວນາຫັນການຜະລິດເຂົ້າໄດ້ຜົນຜະລິດເພີ່ມຫລາຍຍີ່ງຂື້ນ. ໂດຍການນຳໃຊ້ວິທີປະສົມປະສານກັບເຕັກນິກໃຫມ່ໆຕາມທີ່ສູນພັດທະນາກະສິກຳທ້ອງຖິ່ນເພີ່ນໄດ້ວາງອອກ ແລະ ເຜີຍແຜ່ໃຫ້ຊາວນາໄດ້ຮຽນຮູ້ເຕັກນິກໃໝ່ໆຫລາຍຂຶ້ນ.






ພາບ-ຂ່າວ:ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 312
Users Yesterday : 54
This Month : 366
This Year : 79792
Total Users : 787782