National Agriculture and Forestry Research Institute

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC)

ໃນລະຫວ່າງວັນທີ 7-9 ກຸມພາ 2025 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ລົງຕິດຕາມການຜະລິດພຶດຜັກຂອງຄອບຄົວຕົວແບບຢູ່ບ້ານ ປົ່ງ, ເມືອງຊະນະຄາມ ແຂວງວຽງຈັນ ເຊິ່ງມີຈຸດປະສົງ ລົງເກັບກໍາຂໍ້ມູນເພື່ອໃຫ້ຮູ້ເຖິ່ງສະພາບການຜະລິດພຶດຜັກ, ການຈັດການທາງດ້ານເຕັກນິກການປູກ, ການກຽມດິນ, ການໃຫ້ນໍ້າ, ການໃສ່ຝຸ່ນ, ບັນຫາ ແລະ ຂໍ້ຈໍາກັດໃນການຜະລິດເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການປູກໃນລະດູຝົນ ເຊິ່ງໄດ້ສັງເກດເບິ່ງສະພາບການຜະລິດຂອງແຕ່ລະຄອບຄົວ ແລະ ສຶກສາເຖີງແລ່ງລາຍຮັບຂອງແຕ່ລະຄອບຄົວໃນຊ່ວງລະດູແລ້ງ ແລະ ລະດູຝົນ.

ການລົງຕິດຕາມໃນຄັ້ງນີ້ທາງທີມງານ ແມ່ນໄດ້ມີການສໍາພາດຊາວກະສິກອນ ເຖິງສະພາບການຜະລິດພືດຜັກຊ່ວງລະດູແລ້ງ ແລະ ລະດູຝົນ ໃນໄລຍະທີ່ຜ່ານມາເພື່ອໃຫ້ຮູ້ກ່ຽວກັບບັນດາຊະນິດພືດທີ່ເປັນທ່າແຮງໃນການຜະລິດເປັນສິນຄ້າ ລວມໄປເຖິງແລ່ງລາຍຮັບຂອງຊາວກະສິກອນກຸ່ມເປົ້າໝາຍ ນອກຈາກນັ້ນຍັງໄດ້ເກັບກໍາຂໍ້ມູນສະພາບບັນຫາ ແລະ ສິ່ງທ້າທ້າຍໃນການຜະລິດພືດຜັກ ໂດຍສະເພາະໃນຊ່ວງລະດູຝົນ.

ຜົນຈາກການຈັດຕັ້ງປະຕິບັດໃນການລົງຕິດຕາມການຜະລິດພືດຜັກຂອງຊາວກະສິກອນ  ເຫັນວ່າກຸ່ມບ້ານເປົ້າໝາຍທີ່ທາງໂຄງການໄດ້ຄັດເລືອກນັ້ນແມ່ນມີຫຼາຍເງື່ອນໄຂທີ່ເໝາະສົມໃນການຜະລິດພືດຜັກເປັນສິນຄ້າເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນຍັງມີພື້ນຖານໃນການຜະລິດພືດຜັກ ແລະ ການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ ແລະ ຈາກການສໍາພາດຊາວກະສິກອນໃນກຸ່ມເປົ້າໝາຍ ຍັງພົບວ່າຊະນິດພືດຜັກທີ່ເປັນທ່າແຮງທີ່ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແມ່ນມີຈໍານວນ 10 ຊະນິດ ຄື: ຜັກຫອມບົ່ວແບ່ງ, ຜັກກະທຽມ,​ ຜັກຫອມປ້ອມ, ຜັກກາດຊອມ, ຜັກກາດຂາວຫໍ່, ຜັກສະຫຼັດ, ໝາກນອຍ, ໝາກເຂືອ, ໝາກຖົ່ວ ແລະ  ໝາກເຜັດ ຈາກທ່າແຮງທີ່ຊີ້ໃຫ້ເຫັນນັ້ນ, ຊາວກະສິກອນກໍ່ຍັງຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດ ເຊັ່ນ: ຄວາມຮູ້ຄວາມສາມາດທາງດ້ານເຕັກນິກການປູກ, ການປ້ອງກັນພະຍາດ-ແມງໄມ້, ການຈັດການນໍ້າ ໂດຍສະເພາະເຕັກນິກການປູກຜັກໃນຊ່ວງລະດູຝົນ.