National Agriculture and Forestry Research Institute

ໃນລະຫວ່າງວັນທີ 22-23 ມັງກອນ 2025 ທີ່ຜ່ານມາ ສູນຄົ້້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດໄດ້ຈັດພິທີ ຝຶກອົບຮົມໃຫ້ແກ່ຊາວນາ​ກຸ່ມ​ຜະ​ລິດ​ເຂົ້າທີ່ ບ້ານໝາກ​ຮຽວ ແລະ ບ້ານ​ໝາກ​ນາວ​ເໜືອ ເມືອງປາກ​ງື່ມ ນະ​ຄອນ​ຫຼວງວຽງ​ຈັນ, ໂດຍການເຂົ້າຮ່ວມ ຂອງທ່ານ ນ. ຄຳໄຕ ວົງໄຊຍາ ຮອງຫົວໜ້າສູນຄົ້້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ, ມີຕາງໜ້າຈາກສູນໂກເປຍ (KOPIA) ປະຈຳ ສປປ ລາວ, ປະ​ສານ​ງານ​ກະ​ສິ​ກຳ​ຂັ້ນ​ເມືອງ, ປະ​ສານ​ງານ​ກະ​ສິ​ກຳ​​ທັງ​ສອງບ້ານ, ບັນ​ດາ​ຄູ​ຝຶກວິຊາການ ​ຈາກສູນຄົ້້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ ແລະ ສະ​ມາ​ສິກຊາວນາກຸ່ມຜະລິດ​ໃໝ່​ກຸ່​ມ​ທີ່ 3 ເຂົ້າຮ່ວມທັງໝົດ ຈຳນວນ 86 ຄົນ, ຍິງ 30 ທ່ານ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ (1). ​ເພື່ອຖ່າຍ​ທອດ​ບົດ​ຮຽນ, ປະ​ສົບ​ການ, ຄວາມ​ຮູ້​ເຕັກ​ນິກ​ຕ່າງໆ ຈາກ​ສູນ​ສະ​ຖາ​ນີ​ຄົ້​ນ​ຄວ້າ​ຂອ​ງ​ພາກ​ລັດ​ໃຫ້​​ກຸ່ມຊາວ​ນາ​​ເປົ້າ​ໝາ​ຍ​ໂຄງ​ການ.(2) ເພື່ອເຜີຍ​ແຜ່​ແລກ​ປ່ຽນ​ບົດ​ຮຽນ​ປະ​ສົບ​ການ​​ໃຫ້​ຊາວ​ນາ​ສາ​ມາດ​​ຫັນເປັນ​ຜູ້​ຜະ​ລິດ​ເຂົ້າ​ເພື່ອ​ເປັນ​ສີນ​ຄ້າໃນ​ຊຸມ​ຊົນ​​ເຂົາ​ເຈົ້າໄດ້. ການຝືກອົບຮົມຄັ້ງນີແມ່ນໃຊ້ເວລາ 2 ວັນ ໂດຍການເປັນຄູຝຶກຂອງນັກຄົ້ນຄວ້າຈາກສູນຄົ້້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ, ການຝຶກອົບຮົມແມ່ນ​ນຳ​ສະ​ເໜີພາກທິດສະດີ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບເຕັກ​ນິກວິ​ທີ​ການ​ປູກ​ເຂົ້າ​ແບບ​ຕ່າງໆ, ເຕັກ​ນິກ​ການ​ຈັດ​ການ​ຝຸ່ນ, ປູ໋ຍ​ແບບ​ປະ​ສົມ​ປະ​ສານ, ເຕັກ​ນິກການ​ຈັດການ​ສັດ​ຕູ​ພືດ​ແບບ​ປະ​ສົມ​ປະ​ສານ, ເຕັກ​ນິກການ​ຈັດການ​ນ້ຳ ແລະ ຈັດ​ການ​ຫຍ້າ ຕະ​ຫຼອດ​ຮອດວິ​ທະ​ຍາ​ການ​ຫລັງ​ການ​ເກັບ​ກ່ຽວ. ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດຕົວຈິງຢູ່ໃນພື້ນທີ່ຂອງຕົນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອ່ອນ, ໂອກາດ ແລະ ອຸປະສັກ ຂອງການຜະລິດ​ເຂົ້າຢູ່ພາຍໃນພື້ນ​ທີ​ນາຂອງຕົນເອງ, ເຊິ່ງນັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດ​ເຂົ້າຍັງມີບັນຫາ ແລະ ຂໍ້ຈໍາກັດຢູ່ຫຼາຍດ້ານ ເຊັ່ນ: ຕົ້ນທຶນການຜະລິດສູງ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ເຕັກນິກການຍົກ​ສະ​ມັດ​ຕະ​ພາບ ແລະ ການ​ເກັບ​ຮັກ​ສາ​ໃຫ້​ໄດ້ຄຸນນະພາບຂອງຜົນຜະລິດ.

ຂຽນໂດຍ: ​ທ. ແລະ ໂຮມ​ແສງ​ຈັນ ສູນຄົ້້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ