National Agriculture and Forestry Research Institute

ໃນວັນທີ 14 ມັງກອນ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ ປຶກສາຫາລື ປະກອບຄໍາຄິດເຫັນໃສ່ (ຮ່າງ-2) ຍຸດທະສາດການຄົ້ນຄວ້າວິທະຍາສາດ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ຂຶ້ນທີ່ ໂຮງແຮມ ຄຣາວ ພາຊາ, ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທ່ານໂດຍ ທ່ານ ປອ. ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ນ. ຄະຢອງມີຄິມ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ, ມີບັນດາແຂກທີ່ມາຈາກບັນດາກົມກອງ, ສະຖາບັນ ອ້ອມຂ້າງກະຊວງກະສິກໍາ ແລະ ປ່າໄມ້, ບັນດາກະຊວງຕ່າງໆ, ມະຫາວິທະຍາໄລແຫ່ງຊາດ, ບັນດາອົງການຈັດຕັ້ງສາກົນ, ຄະນະທີ່ປຶກສາກິດຕິມະສັກ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນມື້ນີ້ແມ່ນມີ 2 ຈຸດປະສົງຫຼັກ ຄື  1. ເພື່ອຜ່ານຮ່າງຍຸດທະສາດ ການຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮອດປີ 2035 ແລະ ວິໄສທັດ 2050 ສະບັບທີ 2 ພາຍຫຼັງທີ່ໄດ້ປັບປຸງຕາມຄຳເຫັນກອງປະຊຸມຄັ້ງທີ 1; ແລະຈຸດປະສົງທີ 2. ⁠ເພື່ອປຶກສາຫາລື ຕໍ່ຮ່າງຍຸດທະສາດ ສະບັບທິ 2 ແລະ ປັບປຸງບັນດາແຜນຍຸດທະສາດໃຫ້ແທດເໝາະ ແລະ ເຊື່ອມຈອດກັບບັນດາພາກສ່ວນຕ່າງໆ.

ລັດຖະບານ ສປປລາວ ກໍ່ຄື ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ຄວາມສໍາຄັນ ແລະ ໃຫ້ການສະໜັບສະໜູນວຽກຄົ້ນຄວ້າທາງດ້ານວິທະຍາສາດ ແລະ ການນຳໃຊ້ຜົນສຳເລັດຂອງການຄົ້ນຄວ້າທາງດ້ານວິທະຍາສາດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ ຕາມທິດຍືນຍົງ ແລະ ສີຂຽວຂອງລັດຖະບານ. ລັດຖະບານ ໄດ້ອອກນະໂຍບາຍ ແລະ ມາດຕະການຕ່າງໆ ເພື່ອສົ່ງເສີມ, ຄຸ້ມຄອງ ແລະ ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ວຽກງານຄົ້ນຄວ້າທາງດ້ານວິທະຍາສາດ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າວິທະຍາສາດ ສາມາດເຊື່ອມໂຍງກັບວຽກວິທະຍາສາດ ແລະ ເຕັກໂນໂລຊີຂອງສາກົນ ແລະ ສາມາດປະດິດສ້າງເຕັກໂນໂລຊີພາຍໃນປະເທດໄດ້.

ການຜະລິດກະສິກໍາ ແລະ ປ່າໄມ້ ແມ່ນມີບົດບາດສຳຄັນຫຼາຍໃນການພັດທະນາ ທາງດ້ານເສດຖະກິດ-ສັງຄົມຂອງຊາດ ໃນແຕ່ລະໄລຍະ ປຽບສະເໝືອນກະດູກສັນຫຼັງຂອງປະເທດຊາດ. ລັດຖະບານ ກໍ່ຄືກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກຳນົດ ແລະ ວາງແນວທາງໃນການພັດທະນາຂະແໜງການກະສິກໍາ ແລະ ປ່າໄມ້ ໃຫ້ສອດຄ່ອງກັບສະພາບຄວາມຕ້ອງການໃນການພັດທະນາໃນໄລຍະໃໝ່ ໂດຍວາງທິດທາງແຜນພັດທະນາກະສິກໍາ ແລະ ປ່າໄມ້ ອອກເປັນ 4 ແຜນງານ ໂດຍເລັງໃສ່ “ຮັບປະກັບຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຜະລິດເປັນສິນຄ້າກະສິກໍາທີ່ມີທ່າແຮງ ຕາມທິດພັດທະນາກະສິກໍາສະອາດ ປອດໄພ ແລະ ຍືນຍົງ ບົນພື້ນຖານການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ຕິດພັນກັບການພັດທະນາຊົນນະບົດ ແລະ ພັດທະນາປ່າໄມ້ ເພື່ອເປັນແຫຼ່ງສະໜອງວັດຖຸດິບ ທີ່ບໍ່ບົກແຫ້ງ ແລະ ປະກອບສ່ວນສ້າງພື້ນຖານ ເສດຖະກິດແຫ່ງຊາດ” ຢ່າງໝັ້ນຄົງ.

ປະຈຸບັນ ປະເທດພວກເຮົາກຳລັງສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ປະກົດຜົນເປັນຈິງ ກ່ຽວກັບການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ ໄດ້ຮຽກຮ້ອງ ແລະ ເລັ່ງທວງໃຫ້ມີການປັບປຸງແກ້ໄຂວິທີການ ແລະ ມາດຕະການແບບເກົ່າໄປສູ່ການນໍາໃຊ້ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ເຂົ້າໃນການພັດທະນາຂະແໜງການກະສິກໍາ ແລະ ປ່າໄມ້ໃນໄລຍະໃໜ່ ເພື່ອເພີ້ມທະວີ ແລະ ຍູ້ແຮງການຜະລິດກະສິກໍາ ແລະ ປ່າໄມ້ ເພື່ອຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພສະນາການ, ການຜະລິດເປັນສິນຄ້າ ຮັບປະກັນຮູບແບບການຜະລິດທີ່ເປັນມິດກັບສິ່ງແວດລ້ອມ ກໍ່ຄືຫລຸດຜ່ອນການເອື້ອຍອີງ-ການນໍາເຂົ້າຜະລິດຕະພັນກະສິກໍາ ແລະ ປ່າໄມ້ຈາກຕ່າງປະເທດ ຢ່າງເປັນຮູບປະທໍາ.

ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແມ່ນອົງການຈັດຕັ້ງທີ່ຂຶ້ນກັບ ກະຊວງກະສິກໍາ ແລະ ປ່າໄມ້ ທີ່ມີໜ້າທີ່ບົດບາດສຳຄັນໃນການເພີ້ມທະວີການຄົ້ນຄວ້າວິທະຍາສາດ ເພື່ອພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄປຕາມທິດສີຂຽວ ແລະ ຍືນຍົງ ກໍ່ຄືການປະກອບສ່ວນໃຫ້ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາກົມມະຫາພາກ ໃນກະຊວງ ໃຫ້ສາມາດບັນລຸໄດ້ເປົ້າໝາຍຂອງຂະແໜງການຢ່າງມີປະສິດທິຜົນສູງ.

ນັບແຕ່ມື້ສ້າງຕັ້ງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຕົ້ນມາ, ໄດ້ມີຍຸດທະຍາສາດການຄົ້ນຄວ້າ ຈໍານວນ 1 ສະບັບ, ເຊິ່ງຈະສີ້ນສຸດໄລຍະປະຕິບັດ ຮອດປີ 2025. ການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ ໂດຍໄດ້ຮັບການຊີ້ນໍາ ແລະ ນໍາພາ ຢ່າງໃກ້ຊິດຈາກ ຄະນະນໍາກະຊວງ, ຄະນະນໍາສະຖາບັນ ໃນແຕ່ລະຍຸກແຕ່ລະສະໄໝ່ ໄດ້ປະຕິບັດແຜນຢຸດທະສາດ ໃຫ້ໄປຄ່ຽງຄູ່ກັບການຮ່ວມມື ສະໜັບສະໜູນຊ່ວຍເຫຼືອ ຈາກຄູ່ຮ່ວມພັດທະນາທັງພາຍໃນ, ພາກພື້ນ ແລະ ສາກົນ. ສາມາດສ້າງໄດ້ຜົນງານການຄົ້ນຄວ້າທີ່ສຳຄັນ ເຊັ່ນ: ແນວພັນພືດ, ແນວພັນສັດ, ແນວພັນປາ-ສັດນໍ້າ, ແນວພັນໄມ້ ແລະ ເຄື່ອງປ່າຂອງດົງ ລວມທັງເຕັກນິກ-ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ ເພື່ອຍົກສະມັດຕະພາບການຜະລິດ.

ເພື່ອເຮັດໃຫ້ວຽກງານການຄົ້ນຄວ້າວິທະຍາສາດ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ສອດຄ່ອງກັບເປົ້າໝາຍການພັດທະນາຂອງຂະແໜງການ ໂດຍສະເພາະ ເຮັດໃຫ້ຜົນການຄົ້ນສາມາດຮັບໃຊ້ ວຽກການຂອງບັນດາກົມມະຫາພາກ ຂອງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຢ່າງລົງໂຕ, ຕິດພັນ ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ ເຊິ່ງເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ປັບປຸງຍຸດທະສາດຄົ້ນຄວ້າວິທະຍາສາດ ດັ່ງກ່າວ ເປັນສະບັບທີ 2 ຮອດປີ 2035 ແລະ ວິໃສທັດ ຮອດປີ 2050, ເຊິ່ງກະຊວງກະສິກໍາ ແລະ ປ່າໄມ້ ໄດ້ອອກຂໍ້ຕົກລົງອະນຸມັດປັບປຸງ ພ້ອມທັງອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບປັບປຸງຢຸດທະສາດສະບັບໃໝ່.

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້