National Agriculture and Forestry Research Institute

ໃນຕອນເຊົ້າຂອງຄັ້ງວັນທີ 20 ທັນວາ 2024 ທີ່ຫ້ອງປະຊຸມ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີກອງປະຊຸມ ປຶກສາຫາລື ການເກັບກຳຂໍ້ມູນກ່ຽວກັບ ການສຶກສາຄວາມເປັນໄປໄດ້ ໃນການສ້າງສູນຄົ້ນຄວ້າ ແລະ ການສຶກສາຊີວະນາໆພັນ ( Lao Biodiversity Research and Education Center )  ຮ່ວມກັບ ກົມປ່າໄມ້ ແລະ ທີມງານຈາກພະແນກການຮ່ວມມື ແລະ ການຄົ້ນຄວ້າຊີວະນາໆພັນ, ສະຖາບັນ ຊັບພະຍາກອນຊີວະພາບແຫ່ງຊາດ, ກະຊວງສິ່ງແວດລ້ອມ  (​ Biodiversity Research and Cooperation Division​, National Institute of Biological Resources (NIBR), Ministry of Environment ) ຈາກ ສ. ເກົາຫຼີ ເຊິ່ງໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໂດຍມີແຂກເຂົ້າຮ່ວມທັງໝົດ 8 ທ່ານ,​ ຍິງ 1 ທ່ານ.

ໃນກອງປະຊຸມ ທ່ານ  ຫົວໜ້າກົມປ່າໄມ້ ໄດ້ນໍາສະເໜີ ຈຸດປະສົງຂອງ ການເຂົ້າຮວ່ມກອງປະຊຸມ ແມ່ນເພື່ອນໍາພາທີມງານຈາກພະແນກການຮ່ວມມື ແລະ ການຄົ້ນຄວ້າຊີວະນາໆພັນ, ສະຖາບັນຊັບພະຍາກອນຊີວະພາບແຫ່ງຊາດ, ກະ ຊວງສິ່ງແວດລ້ອມ  (​ Biodiversity Research and Cooperation Division​, National Institute of Biological Resources (NIBR), Ministry of Environment ) ຈາກ ສ. ເກົາຫຼີ ມາຮ່ວມກອງປະຊຸມ ນໍາສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ເພື່ອປຶກສາຫາລື ການເກັບກຳຂໍ້ມູນກ່ຽວກັບ ການສຶກສາຄວາມເປັນໄປໄດ້ ໃນການສ້າງສູນຄົ້ນຄວ້າ ແລະ ການສຶກສາຊີວະນາໆພັນ.

ທ່ານ Jaeho Lee ຫົວໜ້າພະແນກການຮ່ວມມື ແລະ ການຄົ້ນຄວ້າຊີວະນາໆພັນ ສະຖາບັນ ຊັບພະຍາກອນຊີວະພາບແຫ່ງຊາດ, ກະຊວງສິ່ງແວດລ້ອມ  (​ Biodiversity Research and Cooperation Division​, National Institute of Biological Resources (NIBR), Ministry of Environment ) ຈາກ ສ. ເກົາຫຼີ ກໍ່ໄດ້ຂຶ້ນກ່າວຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມ ແມ່ນເພື່ອປຶກສາຫາລື ການເກັບກຳຂໍ້ມູນກ່ຽວກັບ ການສຶກສາຄວາມເປັນໄປໄດ້ ໃນການສ້າງສູນຄົ້ນຄວ້າ ແລະ ການສຶກສາຊີວະນາໆພັນ ເຊິ່ງລວມມີ 03 ຈຸດປະສົງຫຼັກຄື : ຮັບປະກັນລະບົບການຄຸ້ມຄອງ ແລະ ອະນຸລັກທີ່ມີປະສິດທິພາບຂອງຊັບພະຍາກອນຊີວະພາບແຫ່ງຊາດ, ສ້າງພື້ນຖານໂຄງລ່າງ ເພື່ອສະໜັບສະໜູນ ແລະ ສົ່ງເສີມເທັກໂນໂລຊີດ້ານຊີວະພາບແຫ່ງຊາດ.​ ຫຼັງຈາກນັ້ນ, ບັນດາທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມ ກໍ່ໄດ້ມີການປຶກສາຫາລືກັນກ່ຽວກັບ ການກໍ່ສ້າງສໍານັກງານ ແລະ ຫ້ອງທົດລອງ. ນອກຈາກນີ້, ທີມງານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຍັງໄດ້ນໍາພາທີມງານດັ່ງກ່າວ ເລາະຢ້ຽມຊົມພື້ນທີ່ ແລະ ຫ້ອງທົດລອງຂອງສະຖາບັນ.

ໃນຕອນບ່າຍຂອງວັນດຽວກັນ ທີມສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ນໍາພາ ທີມງານກົມປ່າໄມ້ ແລະ ທີມງານຈາກພະແນກການຮ່ວມມື ແລະ ການຄົ້ນຄວ້າຊີວະນາໆພັນ,       ສະຖາບັນຊັບພະຍາກອນຊີ ວະພາບແຫ່ງຊາດ, ກະຊວງສິ່ງແວດລ້ອມ  (​ Biodiversity Research and Cooperation Division​, National Institute of Biological Resources (NIBR), Ministry of Environment ) ຈາກ ສ. ເກົາຫຼີ ເດີນທາງໄປຢ້ຽມຢາມສູນຄົ້ນຄວ້າປ່າໄມ້ນໍ້າຊວງ ໂດຍແມ່ນ ທ່ານ ຈາລຸນ ບຸນອິທິພົນ ຮອງຫົວໜ້າພະແນກແຜນການ – ການຮ່ວມມື ຂອງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ເປັນຜູ້ນໍາພາ ພ້ອມທັງຂຶ້ນນໍາສະເໜີ ກ່ຽວກັບປະຫວັດຄວາມເປັນມາຂອງ ສູນຄົ້ນຄວ້າປ່າໄມ້ນໍໍ້າຊວງ ແລະ ໄດ້ກ່າວເຖິງຈຸດປະສົງຂອງການລົງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້.  ຫຼັງຈາກນັ້ນ, ທີມງານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ / ສູນຄົ້ນຄວ້າປ່າໄມ້່ ກໍ່ໄດ້ນໍາພາແຂກເຂົ້າຊົມ ສະຖານທີ່ຕ່າງໆ ພາຍໃນສູນຄົ້ນຄວ້າປ່າໄມ້ນໍ້າຊວງ ເປັນຕົ້ນແມ່ນ ຕຶກຊາກແຫ້ງ ທີ່ກຳລັງກໍ່ສ້າງ, ສວນກ້າເບ້ຍໄມ້, ຫ້ອງທົດລອງ ແລະ ຕືກຊາກແຫ້ງຫຼັງເກົ່າ ພ້ອມທັງໄດ້ອະທິບາຍເຖິງຄວາມໝາຍ – ຄວາມສໍາຄັນ ແລະ ຈຸດປະສົງຂອງການສ້າງສະຖານທີ່ດັ່ງກ່າວ ໃຫ້ແກ່ບັນດາແຂກທີ່ເຂົ້າຢ້ຽມຊົມໄດ້ຮັບຊາບ ແລະ ເພື່ອວາງແຜນໃນການພັດທະນາຮ່ວມກັນໃນຕໍ່ໜ້າ.