

ໃນຕອນເຊົ້າຂອງວັນທີ 4/12/2024 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ໄດ້ຮັບກຽດຕ້ອນຮັບອາຈານ ແລະ ນັກຮຽນ ຈາກໂຮງຮຽນ ຮາກແກ້ວ ຈໍານວນ 36 ຄົນ ເປັນຍິງ 20 ຄົນ ທີ່ລົງມາທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມດ້ວຍນັກວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຈໍານວນໜຶ່ງເຂົ້າຮ່ວມ. ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນ ທາງດ້ານຜົນສໍາເລັດຂອງການຈັດຕັ້ງປະຕິບັດການຄົ້ນຄວ້າທົດລອງ ໂດຍສະເພາະການຄົ້ນຄວ້າທາງດ້ານການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດຂອງການຜະລິດພືດຜັກ ແລະ ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ ພ້ອມທັງການແປຮູບຜະລິດຕະພັນກະສິກໍາ.
ການທັດສະນະສຶກສາ ແລະ ແລກປ່ຽນບົດຮຽນພາກສະໜາມ ຂອງນັກຮຽນຈາກໂຮງຮຽນ ຮາກແກ້ວ ໃນຄັ້ງນີ້ ທ່ານຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເລີ່ມລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດ ຂອງສູນເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກ ແລະ ໄມ້ໃຫ້ໝາກ ພັນພື້ນເມືອງຂອງລາວ ແລະ ບັນດາກິດຈະກໍາການຄົ້ນຄວ້າທົດລອງຂອງສູນ ໂດຍສະເພາະການຄົ້ນຄວ້າທາງດ້ານເຕັກນິກການປູກ, ການຄົ້ນຄວ້າທາງດ້ານແນວພັນ ແລະ ການຂະຫຍາຍພັນພືດຜັກ ແລະ ໄມ້ໃຫ້ໝາກ ພ້ອມທັງເຕັກນິກການປ້ອງກັນພືດ ແລະ ເຕັກນິກຫຼັງການເກັບກ່ຽວ; ເຊິ່ງໄດ້ເນັ້ນໃສ່ວຽກງານການຄົ້ນຄວ້າທີ່ກ່ຽວຂ້ອງຕໍ່ກັບສະພາບການປ່ຽນແປງຫິນຟ້າອາກາດ ຈາກນັ້ນ, ກໍ່ລົງຢ້ຽມຢາມເບິ່ງພື້ນທີ່ການຜະລິດເມັດພັນ ແລະ ເຕັກນິກຕ່າງໆ ທີ່ໃຊ້ເຂົ້າໃນການຜະລິດ ໂດຍສະເພາະກິດຈະກໍາທີ່ສາມາດປັບຕົວເຂົ້າກັບສະພາບການປ່ຽນແປງຂອງດິນຟ້າອາກາດ ເຊັ່ນ: ເຕັກນິກການກ້າເບ້ຍ, ການຈັດການການໃຫ້ນໍ້າແກ່ພືດຜັກ, ການປູກຜັກໃນລະບົບເຮືອນຮົ່ມທີ່ເໝາະສົມໃນສະພາບເງື່ອນໄຂຂອງລາວ, ການຂະຫຍາຍພັນໄມ້ໃຫ້ໝາກ ແລະ ການເກັບຮັກສາເມັດພັນພືດຜັກ. ໃນການຢ້ຽມຢາມ ແລະ ແລກປ່ຽນບົດຮຽນພາກສະໜາມໃນຄັ້ງນີ້ ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມສາມາດຖອດຖອນ ແລະ ແລກປ່ຽນບົດຮຽນທາງດ້ານການຜະລິດພືດຜັກ ແລະ ໄມ້ໃຫ້ໝາກ ເຊັ່ນ: ການສໍາຫຼວດ ແລະ ເຕົ້າໂຮມແນວພັນພືດຜັກພື້ນເມືອງຂອງລາວ, ການອະນຸລັກແຫຼ່ງເຊື້ອພັນພືດຜັກ, ການທົດສອບ ແລະ ຄັດເລືອກສາຍພັນພືດຜັກທີ່ເໝາະສົມໃນສະພາບແວດລ້ອມຂອງລາວ, ການຜະລິດເມັດພັນພືດຜັກຮ່ວມກັບຊາວກະສິກອນ, ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຂະຫຍາຍພັນໄມ້ໃຫ້ໝາກ, ເຕັກນິກການປ້ອງກັນພືດ ແລະ ການຈັດການຫຼັງການເກັບກ່ຽວ ເຊິ່ງຜູ້ເຂົ້າຮ່ວມຕ່າງກໍ່ໃຫ້ຄວາມສົນໃຈ ແລະ ໃຫ້ຄວາມສໍາຄັນ ໂດຍການສັກຖາມແລກປ່ຽນກັນ ຢ່າງເປັນຂະບວນຟົດຟື້ນ.










ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786