

ໃນວັນທີ 28 ພະຈິກ 2024 ທີ່ຜ່ານມານີ້ ທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບສູນໂກເປຍ ປະຈໍາ ສປປລາວ (KOPIA), ໄດ້ເປີດກອງປະຊຸມຝືກອົບຮົມຫົວຂໍ້: ເຕັກນິກການຜະລິດເມັດພັນຜັກໃຫ້ມີຄຸນນະພາບ. ທີ່ຫ້ອງປະຊຸມຫ້ອງການບ້ານ ບ້ານ ຂັນໝາກ ເມືອງວັງວຽງ ແຂວງວຽງຈັນ. ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ບຸນທັນ ເຮີຈູ່ຕູ້ ຫົວໜ້າຫ້ອງການກະສິກຳ, ປ່າໄມ້ ແລະ ທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ມີຜູ້ເຂົ້າຮ່ວມກອງປະຊຸມທັງໝົດ 25 ທ່ານ, ຍິງ 17 ທ່ານ, ຈາກພາກສ່ວນເຊັ່ນ: ພະນັກງານວິຊາການເມືອງ, ພະນັກງານວິຊາການພະແນກ, ທີມງານວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ນັກສໍາມະນາກອນ ບ້ານຂັນໝາກ. ການຝືກອົບຮົມໄດ້ດຳເນີນເປັນເວລາເຄິ່ງວັນ ໂດຍການເປັນຄູ່ຝືກຂອງວິຊານການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຈຸດປະສົ່ງໃນການຝືກຄັ້ງນີ້: ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດເມັດພັນຜັກເຜີຍແຜ່ໃຫ້ແກ່ຊາວກະສິກອນໂດຍສະເພາະເຕັກນິກການຜະລິດເມັດພັນພືດຜັກ, ການຂະຫຍາຍແນວຜັກຜັກບົ່ວແບ່ງ, ການຜະລິດນໍ້າຊີວະພາບຈາກໄຂ່ແດງເພື່ອປ້ອງກັນພະຍາດ ແລະ ແມງໄມ້, ສັດຕູພືດ, ການຜະລິດຈຸລິນສີສັງເຄາະແສງເພື່ອໃຊ້ໃນການປັບປຸງດິນ ນອກຈາກນັ້ນທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ມອບເມັດພັນພືດຜັກຈຳນວນ 84 ກິໂລ ມີ 4 ຊະນິດພືດຄື: ຜັກບົ່ວແບ່ງ 50 ກິໂລ, ຜັກຊີ 15 ກິໂລ, ຜັກກາດຊອມ 15 ກິໂລ ແລະ ຜັກຫົ່ມ 4 ກິໂລ. ການຝືກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ວ່າການແລກປ່ຽນທາງດ້ານປະສົບການໃນການປະຕິບັດຕົວຈິງ ເຊິ່ງນັກສຳມະນາກອນສ່ວນໃຫ່ຍໄດ້ໃຫ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນໃນການຜະລິດເມັດພັນຜັກຂອງຊາວກະສິກອນແຕ່ລະທ້ອງຖິ່ນ ເຊິ່ງການຝືກອົບຮົມໃນຄັ້ງນີ້ຈະເປັນບາດກ່າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່, ປັບໃຊ້ເຂົ້າໃນການຜະລິດ ແລະ ເຮັດໃຫ້ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ.
ຂຽນໂດຍ: ແສງທຽນ ສີສະເກດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ











Users Today : 312
Users Yesterday : 54
This Month : 366
This Year : 79792
Total Users : 787782