National Agriculture and Forestry Research Institute

ໃນລະຫວ່າງວັນທີ 14-15 ພະຈິກ 2024 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ລົງຕິດຕາມການຜະລິດພືດຜັກຂອງຄອບຄົວຕົວແບບຢູ່ 2 ບ້ານເປົ້າໝາຍຄື: ກຸ່ມບ້ານ ນາໄຊ ແລະ ກຸ່ມບ້ານ ຊຽງມວກ ນະຄອນຫຼວງພະບາງ ນຳໂດຍ ທ່ານ ພັດທະນາ ແສງອຸ່ນແກ້ວ ຫົວໜ້າກຸ່ມວຽກ ຄົ້ນຄວ້າພືດຜັກ, ທ່ານ ແສງດາລາ ມູນນະລາດ ແລະ ທ່ານ ຄຳຈັນ ເດັດສະໄໝ. ເຊິ່ງມີຈຸດປະສົງ ລົງເກັບກໍາຂໍ້ມູນເພື່ອໃຫ້ຮູ້ເຖິ່ງສະພາບການຜະລິດພືດຜັກ, ການຈັດການທາງດ້ານເຕັກນິກການປູກ, ການກຽມດິນ, ການໃຫ້ນໍ້າ, ການໃສ່ຝຸ່ນ, ບັນຫາ ແລະ ຂໍ້ຈໍາກັດໃນການຜະລິດເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການປູກໃນລະດູຝົນ ເຊິ່ງໄດ້ສັງເກດເບິ່ງສະພາບການຜະລິດຂອງແຕ່ລະກຸ່ມ, ການນໍາໃຊ້ເຕັກນິກໃນການຜະລິດ ແລະ ສຶກສາເຖິງປັດໄຈທີ່ໃຊ້ການຜະລິດຂອງຊາວກະສິກອນ.

ການລົງຕິດຕາມໃນຄັ້ງນີ້ທາງທີມງານ ແມ່ນໄດ້ມີການສໍາພາດຊາວກະສິກອນທັງ 2 ກຸ່ມບ້ານ ເຖິງສະພາບການຜະລິດພືດຜັກຊ່ວງລະດູແລ້ງ ແລະ ລະດູຝົນ ໃນໄລຍະທີ່ຜ່ານມາເພື່ອໃຫ້ຮູ້ກ່ຽວກັບບັນດາຊະນິດພືດທີ່ເປັນທ່າແຮງໃນການຜະລິດເປັນສິນຄ້າ ລວມໄປເຖິງແຫຼ່ງລາຍຮັບຂອງຊາວກະສິກອນກຸ່ມເປົ້າໝາຍ ນອກຈາກນັ້ນຍັງໄດ້ເກັບກໍາຂໍ້ມູນສະພາບບັນຫາ ແລະ ສິ່ງທ້າທ້າຍໃນການຜະລິດພືດຜັກ ໂດຍສະເພາະໃນຊ່ວງລະດູຝົນ.

ຜົນຈາກການຈັດຕັ້ງປະຕິບັດໃນການລົງຕິດຕາມການຜະລິດພືດຜັກຂອງຊາວກະສິກອນ  ເຫັນວ່າກຸ່ມບ້ານເປົ້າໝາຍທີ່ທາງໂຄງການໄດ້ຄັດເລືອກນັ້ນແມ່ນມີຫຼາຍເງື່ອນໄຂທີ່ເໝາະສົມໃນການຜະລິດພືດຜັກເປັນສິນຄ້າເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນຍັງມີພື້ນຖານໃນການຜະລິດພືດຜັກ ແລະ ການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ ແລະ ຕ່າງປະເທດເປັນຈໍານວນຫຼາຍໃນແຕ່ລະປີ ແລະ ຈາກການສໍາພາດຊາວກະສິກອນໃນກຸ່ມເປົ້າໝາຍ ຍັງພົບວ່າຊະນິດພືດຜັກທີ່ເປັນທ່າແຮງທີ່ສາມາດສ້າງລາຍຮັບໃຫ້ຊາວກະສິກອນ ແມ່ນມີຈໍານວນ 8 ຊະນິດ ຄື: ຜັກບົ່ວແບ່ງ,​ ຜັກຫອມປ້ອມ, ຜັກກາດຊອມ, ຜັກກາດຂາວຫໍ່, ຜັກສະຫຼັດ,​ ຜັກຫອມແປ້ນ, ຜັກຊີ ແລະ  ໝາກເຜັດ ຈາກທ່າແຮງທີ່ຊີ້ໃຫ້ເຫັນນັ້ນ, ຊາວກະສິກອນກໍຍັງຊີ້ໃຫ້ເຫັນເຖິງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດ ເຊັ່ນ: ຄວາມຮູ້ຄວາມສາມາດທາງດ້ານເຕັກນິກການປູກ, ການປ້ອງກັນພະຍາດ-ແມງໄມ້, ການຈັດການນໍ້າ ໂດຍສະເພາະເຕັກນິກການປູກຜັກໃນຊ່ວງລະດູຝົນ.

                                                 ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ