

ໃນຕອນບ່າຍວັນທີ 15 ພະຈິກ 2024 ທີ່ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີມອບຮັບໃບຢັ້ງຢືນແນວພັນສາລີແຂງ ຈໍານວນ 4 ແນວພັນໃໝ່ ຄື: NWS25, NM5019, Yunrui588, Yunrui206. ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານມອບໂດຍ ທ່ານ ສົມຮັກ ວົງວິໄຊ ຮອງຫົວໜ້າ ກົມປູກຝັງ ແລະ ຮັບໂດຍທ່ານ ປອ ໂກສົນ ໄຊພະກັດສາ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ສິຣິພົນ ພິທັກສູນ ຮອງຫົວໜ້າ ສກປພ, ທ່ານ ສຸລິວົງ ໄຊຍະວົງ ຮອງຫົວໜ້າ ສກປພ, ຮອງຫົວໜ້າພະແນກ ບໍລິຫານ ແລະ ແຜນການ ສກປພ, ຮອງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ພ້ອມດ້ວຍນັກຄົ້ນຄວ້າ, ວິຊາການ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ແລະ ກົມປູກຝັງ ທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນ 17 ທ່ານ ຍິງ 3 ທ່ານ.
ໃນບັນດາ 4 ແນວພັນສາລີໃໝ່ນີ້ ແມ່ນໄດ້ນໍາລົງໄປທົດສອບຢູ່ໃນຫຼາຍແຂວງເປົ້າໝາຍຜະລິດສາລີເປັນສີນຄ້າ ເຊັ່ນ ຫຼວງພະບາງ, ຊຽງຂວາງ, ອຸດົມໄຊ, ຫົວພັນ, ໄຊຍະບູລີ, ແຂວງວຽງຈັນ ແມ່ນເຫັນວ່າໃນເງື່ອນໄຂຂອງຊາວກະສິກອນ ບັນດາແນວພັນດັ່ງກ່າວແມ່ນມີຄວາມແທດເໝາະກັບສະພາບແວດລ້ອມ, ທົນທານຕໍ່ພະຍາດແມງໄມ້, ຈະເລີນເຕີບໂຕໄດ້ດີ ແລະ ສາມາດໃຫ້ຜົນຜະລິດສູງເຖີງ 6,5 – 7,2 ໂຕນ/ຮຕ ໃນເງື່ອນໄຂການລົງທືນຕໍ່າ(ບໍ່ໃສ່ຝຸ່ນ) ແລະ ອາຍຸການເກັບກ່ຽວກໍ່ປານກາງ ພິເສດແນວພັນ Yunrui588 ແມ່ນມີອາຍຸສັ້ນ 85 – 90 ວັນ ຊຶ່ງມີຄວາມເໝາະສົມປູກໃນພື້ນທີ່ ທີ່ມີນໍ້າໜ້ອຍ(ປູກຕ່າວລະດູທີ 2 ໄດ້).
ປະຈຸບັນເນື້ອທີ່ການຜະລິດສາລີແຂງທົ່ວປະເທດປະມານ 93 ພັນ ຮຕ (2022-2023) ມີຄວາມຕ້ອງການເມັດພັນປະມານ 2.000 ໂຕນ, ສະນັ້ນ 4 ແນວພັນໃໝ່ນີ້ແມ່ນຈະໄດ້ປະກອບສ່ວນຫຼັກເຂົ້້າໃນໂຄງປະກອບການນໍາໃຊ້ປູກຢູ່ລາວເຮົາ ເພື່ອເປັນການຄ້າຕອບສະໜອງໃຫ້ກັບບັນດາໂຮງງານຫົວອາຫານທັງ 7 ແຫ່ງທົ່ວປະເທດ, ບັນດາຟາມລ້ຽງສັດຕ່າງໆ ແລະ ສົ່ງອອກໃຫ້ກັບບັນດາປະເທດໃກ້ຄຽງ. ເພື່ອເຮັດໃຫ້ແນວພັນສາລີໃໝ່ 4 ແນວພັນນີ້ ໄດ້ຈໍລະຈອນໃນຕະຫຼາດແນວພັນ ທາງສະຖາບັນພວກເຮົາກໍໄດ້ມີແຜນການຜະລິດພໍ່ແມ່ພັນ ແລະ ເລີ່ມຜະລິດແນວພັນຢູ່ສູນຄົ້ນຄວ້າເຂົ້າ, ສູນກະສິກໍາທ່າສະໂນ, ຮ່ວມມືກັບຊາວກະສິກອນຢູ່ເມືອງໝອກ ແຂວງຊຽງຂວາງ ລວມເນື້ອທີ່ປະມານ 4 ເຮັກຕາ ເພື່ອຕອບສະໜອງໃນຕົ້ນລະດູຝົນ ປີ 2025 ພ້ອມທັງວາງແຜນຮ່ວມມືກັບສູນກະສິກໍາເຊບັ້ງໄຟ ເພື່ອຜະລິດແນວພັນຕອບສະໜອງສັງຄົມ ແລະ ອີກໃນມໍ່ໆນີ້ ສະຖາບັນຂອງພວກເຮົາແມ່ນຈະໄດ້ເຊັນສັນຍາຮ່ວມມືກັບບໍລິສັດ ເພື່ອຮ່ວມມືກັນຜະລິດແນວພັນອີກ.
ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້












Users Today : 345
Users Yesterday : 54
This Month : 399
This Year : 79825
Total Users : 787815