
ໃນຕອນບ່າຍ ວັນທີ 23 ຕຸລາ 2024, ທີ່ສູນການຄ້າ ພາກຊັນ ຊັ້ນ 4 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຈັດພິທີ ເປີດນໍາໃຊ້ຖານຂໍ້ມູນໃໝ່ “ລະບົບຖານຂໍ້ມູນຄວາມຮູ້ທາງດ້ານຊີວະນາໆພັນ ກະສິກຳລາວ ຫຼື ພາເຂົ້າລາວ”ໃຫ້ກຽດເປັນປະທານໂດຍທ່ານ ປອ. ນ. ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕິ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ Andreas Gerrits, ຮອງອໍານວຍການອົງການເພືື່ອການພັດທະນາ ແລະ ການຮ່ວມມື, ແຫ່ງປະເທດສະຫວິດເຊີແລນ ປະຈໍາພາກພື້ນແມ່ນໍ້າຂອງ (SDC) ແລະ ທ່ານ ນາງ ຄະຢອງ ມີ ຄິມ, ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ, ມີບັນດາຫົວໜ້າສູນ, ຮອງຫົວໜ້າສູນ, ອາຈານ ແລະ ນັກສຶກສາ ຈາກ ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ ໃນໄລຍະຫຼາຍສິບປີຜ່ານມາ, ກະຊວງກະສິກໍາ ແລະ ປ່າໄມ້ ກໍ່ຄືສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ເປັນອົງການຈັດຕັ້ງທີ່ສໍາຄັນໜຶ່ງຕາງໜ້າລັດຖະບານ ໃນການຮ່ວມມືກັບພາກສ່ວນກ່ຽວຂ້ອງ ກໍ່ຄຶບັນດາໂຄງການຕ່າງໆ ທີໄດ້ຈັດຕັ້ງປະຕິບັດຜ່ານມາກ່ຽວກັບວຽກງານ ຊີວະນາໆພັນກະສິກຳ. ແຕ່ພາຍຫຼັງທີໂຄງການໄດ້ສິ້ນສຸດ, ບັນດາຂໍ້ມູນ ແລະ ຄວາມຮູ້ເຫຼົ່ານັ້ນແມ່ນບໍ່ໄດ້ຖືກນຳໃຊ້ຫຼືເກັບຮັກສາໄວ້ຢ່າງເປັນລະບົບ ແລະ ບັນດາຂໍ້ມູນເຫຼົ່ານັ້ນກໍ່ແມ່ນ ເກັບຮັກສາໄວ້ຢ່າງກະແຈກກະຈາຍ ເຮັດໃຫ້ ການເຂົ້າເຖິ່ງຂໍ້ມູນ ຍັງຈຳກັດ ໝາກຜົນຂອງການຈັດຕັ້ງປະຕິບັດໂຄງການຍັງບໍ່ໄດ້ຖືກນຳໃຊ້ເທົ່າທີຄວນ. ດັ່ງນັ້ນ, ພວກເຮົາໄດ້ມີຄວາມພະຍາຍາມສູງໃນການສັງລວມປະສົບການມາເປັນບົດຮຽນ ແລະ ຄວາມຮູ້ໃຫ້ໄວ້ນຳໃຊ້ ແລະ ຖ່າຍທອດເພື່ອແລກປ່ຽນກັບບັນດາວຽກງານອື່ນໆຕາມຍຸກສະໄໝເສດຖະກິດ-ສັງຄົມ ແລະ ຄວາມກ້າວໜ້າຂອງວິທະຍາສາດ-ເທັກໂນໂລຊີ. ເຊິ່ງລະບົບຖານຂໍ້ມູນຄວາມຮູ້ທາງດ້ານ ຊີວະນາໆພັນກະສິກຳລາວ ທີ່ພວກເຮົາເອີ້ນຊື່ວ່າ: ລະບົບຖານຂໍ້ມູນພາເຂົ້າລາວ ( Pha khao Lao) ແມ່ນຖືກພັດທະນາມາແຕ່ປີ 2018 ໂດຍການລິ່ເລີມຂອງທີມງານໂຄງການຊີວະນາໆພັນ (ຫຼືວ່າ ໂຄງການ TABI) ທີໄດ້ຮັບການສະໜັບສະໜູນຈາກ ອົງການ SDC ແລະ ຖືກຈັດຕັ້ງປະຕິບັດເປັນໄລຍະເວລາ 10 ປີ, ໃນຊ່ວງປີ 2009 -2019. ໂຄງການດັ່ງກ່າວມີຂໍ້ມູນຫຼາກຫຼາຍທີ່ສາມາດເປັນຄວາມຮູ້ເອົາໄປເຜີຍແຜ່ ແລະ ແລກປ່ຽນກັບຂະແໜງການອື່ນໄດ້ ເພື່ອໃຊ້ເປັນຂໍ້ມູນອ້າງອີງສາມາດນໍາໃຊ້ໄດ້ຢ່າງກວ້າງຂວາງໂດຍຜ່ານລະບົບແບບອອນລາຍ ແລະ ສາມາດເຂົ້າໄດ້ທາງມືຖືໄດ້. ຊີວະນາໆພັນກະສິກຳມີຄວາມສຳຄັນຫຼາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ທັງເປັນທ່າແຮງທາງດ້ານເສດຖະກິດທີ່ສໍາຄັນ, ທາງລັດຖະບານ ກໍ່ຄື ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຮຽກຮ້ອງໃຫ້ສັງຄົມລາວ ກໍ່ຄືທຸກຂະແໜງການໄດ້ເອົາໃຈໃສ່ໃນການນໍາໃຊ້ ແລະ ຄຸ້ມຄອງຊັບພະຍາກອນທໍາມະຊາດ ກໍ່ຄືຊີວະນານາພັນກະສິກໍາຂອງພວກເຮົາໃຫ້ໄດ້ຖືກນໍາໃຊ້ຢ່າງເປັນປະໂຫຍດສູງສຸດ ແລະ ຮັບປະກັນຄວາມຍືນຍົງ. ຍ້ອນແນວນັ້ນ, ວຽກງານການການສ້າງແຫຼ່ງຂໍ້ມູນທີ່ສາມດໃຫ້ຄວາມຮູ້ແກ່ສັງຄົມຢ່າງທົ່ວເຖິງແມ່ນສໍາຄັນທີ່ສຸດເພື່ອເປັນພື້ນຖານໃນການກຳນົດວາງແຜນໃຫ້ແກ່ວຽກງານຕ່າງໆຕາມຈຸດປະສົງຂອງຜູ້ຊົມໃຊ້ຂໍ້ມູນ. ລະບົບຖານຂໍ້ມູນຊີວະນາໆພັນກະສິກຳລາວ ຫຼື ພາເຂົ້າລາວຂອງພວກເຮົານີ້ ຈະເປັນເຄື່ອງມືໜຶ່ງໃນການຕອບສະໜອງຂໍ້ມູນ ທາງດ້ານການນຳໃຊ້ ແລະ ຄຸ້ມຄອງບັນດາແຫຼ່ງອາຫານຈາກທຳມະຊາດ ແລະ ເປັນຂໍ້ມູນທາງດ້ານການບໍລິໂພກອາຫານຈາກທຳມະຊາດໃຫ້ຖືກຕາມຫລັກໂພສະນາການ ໃຫ້ແກ່ທ້ອງຖິ່ນກໍ່ຄືສັງຄົມໃນຕໍ່ໜ້າ.







ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້



Users Today : 377
Users Yesterday : 54
This Month : 431
This Year : 79857
Total Users : 787847