National Agriculture and Forestry Research Institute

ໃນວັນທີ 5 ຕຸລາ 2024 ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມກິດຈະກຳ ສູນຄົ້ນຄວ້າກະສິກຳເຂດເນີນສູງ ( ຫຼວງພະບາງ ), ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ, ທ່ານ ສົມຫວັງ ພິມມະສອນ ຫົວໜ້າ ກົມກວດກາປ່າໄມ້, ທ່ານ ປອ ເພັດແກ້ວ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ຄວັນ ໂດຮາ ຫົວໜ້າສູນ KOPIA ປະຈຳ ສປປລາວ, ມີຮອງຫົວໜ້າ ສກປພ, ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າສູນ, ຮອງຫົວໜ້າສູນ ທີ່ຂຶ້ນກັບສະຖາບັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕິດຕາມ.

ໂອກາດນີ້ ທ່ານ ປະດິດ ຈັນທະນຸວົງ ຫົວໜ້າສູນສູນຄົ້ນຄວ້າກະສິກໍາ (ຫຼວງນໍ້າທາ) ໄດ້ລາຍງານ ຜົນເສຍຫາຍຈາກພາຍຸ ແລະ ນ້ຳຖ້ວມວ່າ: ເຄື່ອງຜົນເສຍຫາຍຈາກພາຍຸ ແລະ ນ້ຳຖ້ວມ (ແປງບໍ່ໄດ້): ມີເມັດພັນເຂົ້າລຸ້ນ2 ຈໍານວນ 6ໂຕນມູນຄ່າ 108,000,000 ກີບ, ນາຂະຫຍາຍພັນບໍລິສຸດລຸ້ນ 1 ເນື້ອທີ່ 1,5 ເຮັກຕາ ມູນຄ່າ 72,000,000 ກັບ, ແປງທົດລອງເຕັກນິກປູກຜັກ ເນື້ອທີ່ 864 ຕາແມັດ, ມູນຄ່າ 78,000,000  ກີບ, ດິນເຈື່ອນສວນຢາງ ເນື້ອທີ່ 0,8 ເຮັກຕາ, ຕົ້ນຢາງ 308 ຕົ້ນ, ມູນຄ່າ 640,000,000 ກີບ, ເຄື່ອງມືວິຊາການ 3 ລາຍການ, ມູນຄ່າ3,900,000 ກີບ, ຄອມພີວເຕີ, ປິ່ນເຕີ, ເຄື່ອງກອບປີ  15ລາຍການ ມູນຄ່າ 59,650,000 ກີບ, ເຄື່ອງໃຊ້ໄຟຟ້າ9 ລາຍການ, ມູນຄ່າ11,000,000 ກີບ, ໂທລະສັບ 2 ລາຍການ, ມູນຄ່າ 2,300,000 ກີບ.

ເຄື່ອງຖືກຜົນກະທົບເປເພ(ແປງໄດ້): ເຄື່ອງຈັກ, ພາຫະນະ 15 ລາຍການ ມູນຄ່າ 984,392,000 ກີບ, ຄອມພີວເຕີ 3 ລາຍການ, ມູນຄ່າ13,900,000 ກີບ, ຕູ້ເຢັນເກັບຮັກສາເມັດພັນ 2ລາຍການ, ມູນຄ່າ 9,300,000 ກີບເຮືອນຮົ່ມ 6 ຫຼັງ, ມູນຄ່າ 106,500,000 ກີບ, ເຄື່ອງມືໂຄງການຮ່ວມມື ມູນຄ່າ1,800,000,000 ກີບ ມູນຄ່າລວມທັງໝົດ: 3,888,942,000 ກີບ.

ສຳລັບແຜນຟື້ນຟູສຸກເສີນແມ່ນ ສ້ອມແປງເຄື່ອງກົນຈັກ, ຄອມພີວເຕີ, ຕູ້ເຢັນເກັບຕົວຢ່າງຮັບໃຊ້ການຜະລິດ 20 ລາຍການ, ຈັດຊື້ໃໝ່ ເຄື່ອງມືຮັບໃຊ້ວິຊາການ ແລະ ບໍລິຫານ ທົດແທນທີ່ເສຍຫາຍ 12 ລາຍການ, ສ້ອມແປງເຮືອນຮົ່ມ 6 ຫຼັງ, ຜະລິດແນວພັນບັນບໍລິສູດ, ເຂົ້າລຸ້ນ1 ແລະ ລຸ້ນ2 ເນື້ອທີ່ 7 ເຮັກຕາ ທົດແທນການເສຍຫາຍ, ແປງທົດລອງເຕັກນິກການປູກຜັກໃນເຮືອນຮົ່ມ 7ຫລັງ ເນື້ອທີ່ 2,000ຕາແມັດ, ນອກຈາກນີ້ຍັງໄດ້ສະເໜີແຜນຟື້ຟູໄລຍະຫຼັງ 6 ເດືອນ ແລະ ແຜນຟື້ນຟູໄລຍະຍາວ.

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ຊີ້ນຳໃຫ້ອ້າຍນ້ອງພະນັກງານທຸກຂະແໜງການໃຫ້ຊ່ວຍເຫຼືອທາງດ້ານເຫື່ອແຮງ ສະຕິປັນຍາ ໃນກການປັບປຸງພື້ນຖານໂຄງລ່າງ ໂດຍສະເພາະແມ່ນສູນທີ່ຂຶ້ນກັບສະຖາບັນ ໃຫ້ຊ່ວຍກັນເລັ່ງຟື້ນຟູ ໃນການຜະລິດກະສິກຳ, ສ້ອມແປງເຄື່ອງຈັກທຳການຜະລິດທີ່ຕິດພັນກັບການຜະລິດເປັນຕົ້ນແມ່ນ ຊົນລະປະທານ ທີ່ມີຄວາມຈຳເປັນໃນການຜະລິດ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້