National Agriculture and Forestry Research Institute

ໃນວັນທີ 6 ຕຸລາ 2024 ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມກິດຈະກຳ ສູນຄົ້ນຄວ້າກະສິກຳເຂດເນີນສູງ ( ຫຼວງພະບາງ ), ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ, ທ່ານ ສົມຫວັງ ພິມມະສອນ ຫົວໜ້າ ກົມກວດກາປ່າໄມ້, ທ່ານ ປອ ເພັດແກ້ວ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ມີຮອງຫົວໜ້າ ສກປພ, ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າສູນ, ຮອງຫົວໜ້າສູນ ທີ່ຂຶ້ນກັບສະຖາບັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕິດຕາມ.

ໂອກາດນີ້ ທ່ານ ຄຳຫຼ້າ ພັນທະບູນ ຫົວໜ້າສູນຄົ້ນຄວ້າກະສິກຳເຂດເນີນສູງ (ຫຼວງພະບາງ) ໄດ້ລາຍງານການຈັດຕັ້ງ 9 ເດືອນໃຫ້ຮູ້ວ່າ: ສູນຄົ້ນຄວ້າກະສິກຳເຂດເນີນສູງ (ຫຼວງພະບາງ) ໄດ້ສຳເລັດການບົວລະບັດຮັກສາສວນລວມພັນໄມ້ສັກ 15 ແຫຼ່ງ, ສວນຜະລິດແກ່ນພັນ 7 ແຫຼ່ງ, ສວນ Clonal Bang 7 ແຫຼ່ງ, ໄມ້ແຕ້ຄ່າ, ໄມ້ຍົມຫີນ, ໄມ້ວິກລູກປະສົມ ແລະ ໄມ້ອາຄາເຊຍລູກປະສົມ.ສໍາເລັດຂະຫຍາຍພັນ ດ້ວຍການຕິດຕາ, ສຽບຍອດ ແລະ ປູກແຫຼ່ງພັນໄມ້ສັກພະມ້າ. ຈັດສົ່ງແກ່ນພັນໄມ້ສັກຈໍານວນ 7 ແຫຼ່ງ 30 ຕົ້ນໃຫ້ແກ່ ສະຖາບັນປັບປຸງພັນໄມ້ ແລະ ຊີວະເທັກໂນໂລຊີ ແຫ່ງ ສສ ຫວຽດນາມ ຈໍານວນ 26,4 ກິໂລ. ຜະລິດເມັດພັນເຂົ້ານາລຸ້ນ 2 ຈໍານວນ 10 ໂຕນ (ຫ້ວຍໂຄດ 1 (HK1) 4ໂຕນ ແລະ ຖິ່ນແກ້ວ 17 (TK 17) 6 ໂຕນ), ການສົ່ງເສີມການປູກສະຕໍເບີລີໃນພື້ນທີ່ຊາວກະສິກອນ, ຜະລິດກົບນ້ອຍໄດ້ 18,000 ໂຕ ແລະ ຈຳໜ່າຍ 15,000 ໂຕ. ວຽກງານຮ່ວມມື ໄດ້ຮ່ວມມືກົບ JIRCAS ການພັດທະນາແນວພັນເຂົ້າໄຮ່, ເຕົ້າໂຮມ ແລະ ຄົ້ນຄ້ວາແນວພັນເຂົ້າໄຮ່ເຂດພາກເໜືອ, ສຶກສາແນວພັນເຂົ້າ F7 ຈຳນວນ 22 ສາຍພັນ, ຮວ່ມມືກັບ KOPIA ສ ເກົາຫຼີ ໃນໂຄງການສາທິດການຍົກຜະລິດຕະພາບ ແລະ ຄຸນະພາບໝາກກ້ຽງນໍ້າບາກ. ວຽກງານສ້າງຄວາມເຂັ້ມແຂງ ໄດ້ຝຶກອົບຮົມເຕັກນິກການປູກ ແລະ ການລ້ຽງໃຫ້ຊາວກະສິກອນ 10 ບ້ານ ຂອງເມືອງຊຽງເງິນ(ໂຄງການຊົນລະກະເສດ) ຈໍານວນ 196 ເທື່ອຄົນ, ຝຶກອົບຮົມເຕັກນິກການປູກກາເຟໃຫ້ຊາວກະສິກອນ 76 ເທື່ອຄົນ, ຝຶກອົບຮົມເຕັກນິກການບົວລະບັດຮັກສາສວນໝາກກ້ຽງໃຫ້ຊາວກະສິກອນ 190 ເທື່ອຄົນ. ນອກຈາກນີ້ຍັງໄດ້ລາຍງານໃຫ້ຮູ້ກ່ຽວກັບທິດທາງແຜນການການຈັດຕັ້ງປະຕິບັດວຽກງານ 3 ເດືອນທ້າຍປີ

ໃນຕອນທ້າຍ ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຜ່ານມາພ້ອມກັນນີ້ຍັງໄດ້ຊີ້ນຳໃຫ້ອ້າຍນ້ອງພະນັກງານພາຍໃນສູນສືບຕໍ່ລົງເລິກດ້ານການເມືອງແນວຄິດ ສືບຕໍ່ຊຸກຍູ້ສົ່ງເສີມ ວຽກງານກະຜະລິດກະສິກຳເປັນຕົ້ນແມ່ນການຜະລິດເຂົ້າ, ພືດ ແລະ ສັດເພື່ອຮັບປະກັນໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້