National Agriculture and Forestry Research Institute

ພິທີປະກາດການຈັດຕັ້ງ ມອບ-ຮັບ ໜ້າທີ່ ລະຫວ່າງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຜູ້ເກົ່າ ແລະ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຜູ້ໃໝ່, ເຊິ່ງຈັດຂຶ້ນໃນຕອນບ່າຍຂອງວັນທີ 18 ກັນຍາ 2024 ທີ່ ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານທອງພັດ ວົງມະນີ, ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ມີບັນດາຫົວໜ້າ​ກົມ​, ຫົວໜ້າ​ສູນ​ຂັ້ນ​ສອງ ທີ່​ຂຶ້ນ​ກັບ​ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້, ຮອງ​ຫົວໜ້າ​ສະ​ຖາ​ບັນ, ຫົວໜ້າ​ພະ​ແນ​ກ ຮອງ​ພະ​ແນ​ກ, ຫົວໜ້າ​ສູນ, ຮອງ​ສູນ, ພະນັກງານ-​ລັດຖະກອນ ອ້ອມ​ຂ້າງ​ສະ​ຖາ​ບັນເຂົ້າຮ່ວມ.

           ໃນພິທີ ທ່ານ ປອ ນາງ ​ຈັນທະ​ຄອນ ບົວລະ​ພັນ, ຫົວໜ້າສະ​ຖາ​ບັນ​ຄົ້ນຄວ້າ​ກະສິກໍາ,ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ຜູ້ເກົ່າ ໄດ້ລາຍງານໃຫ້ຮູ້ວ່າ: ຜ່ານມາ​ໄດ້​ຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່ ວຽກ​ຄົ້ນຄວ້າ​ວິທະຍາສາດ ​ເຕັກນິກ​ກະສິກໍາ, ປ່າ​ໄມ້ ​ແລະ ພັດທະນາ​ຊົນນະບົດ ຕາມ​ຍຸດ​ທະ​ສາດ​ການ​ຄົ້ນຄວ້າ​ຂອງ​ຕົນ​ໃນ​ແຕ່ລະ​ໄລຍະ​ໃຫ້​ສອດຄ່ອງ​ກັບ​ສະພາບ​ຄວາມ​ເປັນ​ຈິງ. ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ແຕ່​ເດືອນ 01-09 ​  ປີ 2024 ສກປພ ​ໄດ້​ພັດທະນາ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ, ສ້າງ​ຕົວຢ່າງ​ຮູບ​ແບບ​ການ​ຜະລິດ, ຄົ້ນຄວ້າ​ວາງ​ກອບ​ໃນ​ການ​ຄຸ້ມ​ຄອງ ​ແລະ ການ​ຊຸກຍູ້​ ຂະ​ບວນການ​ຜະລິດ​ຂອງ​ຂະ​ແໜງ​ການ, ​ໃຫ້ການ​ແນະ​ນໍາ​ເຕັກນິກ​ວິຊາ​ການ​ແກ່​ສັງ​ຄົມ ​ໃນ​ຂົງ​ເຂດ​ພັດທະນາ ກະສິກໍາ ​ແລະ ປ່າ​ໄມ້ ​ໄດ້​ເປັນ​ຢ່າງ​ດີ, ຄຽງ​ຄູ່​ກັບ ໝາກຜົນ​ສໍາ​ເລັດ​ດັ່ງກ່າວ ສກປພ ຍັງ​ໄດ້​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ເຕີບ​ໂຕ ທາງ​ດ້ານ​ການ​ພັດທະນາ​ເສດຖະກິດ-​ສັງຄົມ ຂອງ​ປະ​ເທດ ຊຶ່ງ​ມັນ​ໄດ້​ເຮັດ​ໃຫ້ ສກປພ ສາມາດ​ຖອດ​ຖອນ​ໄດ້​ບົດຮຽນ ​ແລະ ມີ​ຜົນ​ສໍາ​ເລັດ​ໃນ​ແຜນ​ງານ​ການ​ຄົ້ນຄວ້າ​ຂອງ​ຕົນ.

          ໂອກາດນີ້ ທ່ານທອງພັດ ວົງມະນີ, ຮອງເລຂາຄະນະພັກກະຊວງ, ຮອງ ລັດຖະມົນຕີ ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ສາມາດຈັດຕັ້ງປະຕິບັດຜ່ານມາ ພ້ອມນີ້ຍັງໄດ້ສະເໜີໃຫ້ຮັກສາການຜູ້ໃໝ່ ສືບຕໍ່ປັບປຸງວຽກພັກ-ພະນັກງານ ໃຫ້ດີຂຶ້ນ ໃນນີ້ໃຫ້ເອົາໃຈໃສ່ ສືບຕໍ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີ, ເຮັດໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ ສຸມກໍາລັງແຮງຄົ້ນຄວ້າ ວິທະຍາສາດ, ເຕັກໂນໂລຊີ, ແນວພັນພືດ, ແນວພັນສັດ ແລະ ແນວພັນສັດນໍ້າ ທີ່ທົນທ່ານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍ ສໍາລັບຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ແຫ່ງຊາດ.

ສຶກສາຄົ້ນຄວ້າ ແລະ ພັດທະນາເຕັກນິກ ພ້ອມທັງຜັນຂະຫຍາຍ ອອກສູ່ໃຫ້ວົງກວ້າງ ເປັນຕົ້ນ ເຕັກນິກການຂະຫຍາຍພັນພືດດ້ວຍເນື້ອເຍື່ອມັນຕົ້ນ ເພື່ອລຸດຜ່ອນການລະບາດຂອງພະຍາດ, ເຕັກນິກການປູກເຂົ້າແບບປະຢັດນໍ້າ ເພື່ອລູດຕົ້ນທືນ, ເປັນມິດກັບສິງແວດລ້ອມ ເພື່ອກ້າວສູ່ການຂາຍສີນເຊື້ອກາກບອນໃນນາເຂົ້າ, ຜັນຂະຫຍາຍເຕັກນິກການເຮັດນາໄຮ່ໃຫຍ່ ເພື່ອຮອງຮັບການນຳໃຊ້ກົນຈັກກະສິກຳ, ເຕັກໂນໂລຊີຫຼັງການເກັບກ່ຽວ ແລະ ເຕັກນິກການປຸງແຕ່ງຜະລິດຕະພັນກະສິກຳ ເພື່ອຮັບປະກັນໃຫ້ຜົນຜະລິດກະສິກໍາມີຄູນນະພາບ.

 ເອົາໃຈໃສ່ໃນການ ໂຄສະນາ ເຜີຍແຜ່ ສະໜອງ ຄວາມຮູ້, ຂໍ້ມູນຂ່າວສານ, ເຕັກນິກ-ເຕັກໂນໂລຊີ ທີ່ໄດ້ຈາກການຄົ້ນຄວ້າ ລົງສູ່ຮາກຖານການຜະລິດ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ

ກະກຽມ ປັບປຸງຍົກລະດັບສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດໃຫ້ກາຍເປັນສະຖາບັນ ວິທະຍາສາດ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແຫ່ງຊາດແລະ ໃຫ້ກາຍເປັນສະຖາບັນທີ່ມີຄວາມພ້ອມໃນການກຸ້ມຕົນເອງ ທາງດ້ານງົບປະມານ ສໍາລັບຮັບໃຊວຽກງານຄົ້ນຄວ້າ. ອອກແຮງສ້າງລາຍຮັບ ໂດຍການເອົາການຄົ້ນຄວ້າ ຕິດພັນກັບການຜະລິດເປັນສິນຄ້າ, ຕິດພັນກັບຜູ້ປະກອບການ ໃຫ້ຫຼາຍຂຶ້ນ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້