National Agriculture and Forestry Research Institute

ໃນວັນທີ 17 ກັນຍາ 2024 ຢູ່ທີ ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດ ສຳມະນາວິທະຍາສາດ ຊາວໜຸ່ມຄັ້ງທີ III ລະຫວ່າງ ຄຊປປລ ຮາກຖານ ສກປພ, ຄຊປປລ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຄຊປປລ ກົມປູກຝັງ ແລະ ຄຊປປລ ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ຫົວຂໍ້ “ ການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ສິນຄ້າກະສິກຳ ” ໂດຍການເປັນປະທານຂອງ ສຫ ມະໂນລັກ ບຸນສີຫາລາດ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້, ເລຂາຄະນະຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ບົວຈັນ ສີຫາວົງ ຮອງເລຂາ ຊປປລ ກະຊວງກະສິກຳ ແລະ ປ່າໄມ້, ມີທ່ານ ສຸລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ນັກສຳມະນາກອນຈາກ ຄຊປປລ ຮາກຖານ ສກປພ, ຄຊປປລ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຄຊປປລ ກົມປູກຝັງ ແລະ ຄຊປປລ ກົມລ້ຽງສັດ ແລະ ການປະມົງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມທັງໝົດຈຳນວນ 76 ສະຫາຍ ຍິງ 30 ສະຫາຍ.

ໃນພິທີ ສະຫາຍ ມະໂນລັກ ບຸນສີຫາລາດ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້, ເລຂາຄະນະຊາວໜຸ່ມຮາກຖານ ສກປພ ໄດ້ກ່າວເປີດກອງປະຊຸມ ແລະ ກ່າວວ່າ: ຊາວໜຸ່ມ ແມ່ນແຂນຂວາພັກ, ກຳລັງຊາວໜຸ່ມແມ່ນເຫຼັກກ້າແຫ່ງຍົກສະໄໝ ເປັນນົກອິນຊີ ທີ່ບໍ່ຢ້ານກົວຕໍ່ພະຍຸລົມແດງ, ຊາວໜຸ່ມພວກເຮົາ ແມ່ນຜູ້ທີ່ມີຄວາມຮັບຜິດຊອບສູງ ຕໍ່ພາລະກິດປະຕິວັດ ກໍ່ຄື ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມັ້ງຄັ້ງເຂັ້ມແຂງ,ຈະເລີນຮຸ່ງເຮືອງ ແລະ ສີວິໄລ. ຊາວໜຸ່ມ ແມ່ນອະນາຄົດຂອງຊາດ ຊາວໜຸ່ມເຂັ້ມແຂງ ປະເທດຊາດເຂັ້ມແຂງ !!.

ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ຊາວໜຸ່ມ ກະຊວງກະສິກໍາ ແລະ ກະສິກໍາ ແລະ ປ່າໄມ້ ຄັ້ງທີ VI ໄດ້ກຳນົດເອົາ ຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ເປັນມາດຕະຖານທີ່ສຳຄັນ ໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ແລະ ສ້າງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້ຄວາມສາມາດ ແລະ ມີຄຸນສົມບັດສິນທຳປະວັດຢ່າງແທ້ຈິງ. ຂະແໜງການກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແມ່ນອົງປະກອບທີ່ສຳຄັນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ການຄົ້ນຄວ້າວິທະຍາສາດ ແມ່ນວຽກງານນຳໜ້າ ແລະ ມີຄວາມຈຳເປັນທີ່ສຸດ ເພື່ອຊອກໃຫ້ໄດ້ບັນດາເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ໃຫ້ແກ່ຂະແໜງການ ກໍຄືປະກອບສ່ວນເຂົ້າໃນ 4 ແຜນງານຂອງກະຊວງກະສິກໍາ ແລະ ປ່າໄມ້ ວາງອອກ.

ກອງປະຊຸມສຳມະນາວິຊາການໃນຄັ້ງນີ້ແມ່ນໄດ້ນຳສະເໜີຫົວຂໍ້ທັງໝົດ 7 ຫົວຂໍ້ດັ່ງນີ້:

ກອງປະຊຸມດຳເນີນໄປຢ່າງເປັນຂະບວນຟົດຟື້ນ ມີການສົນທະນາລຽກປ່ຽນຄຳຄິດເຫັນຂອງແຕ່ລະຄະນະຮາກຖານ ຢ່າງກົງໄປກົງມາ ແລະ ໄດປິດລົງໃນເວລາ 17:00 ຂອງວັນດຽວກັນ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້