National Agriculture and Forestry Research Institute

ໃນລະຫວ່າງວັນທີ 12-13 ກັນຍາ 2024 ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳລັດຜົນການທົດລອງການປູກພືດໝູນວຽນຫຼຸດຜ່ອນຄວາມຮຸນແຮງຂອງພະຍາດຕາຍພາຍກ້ວຍທີ່ເກີດຈາກເຊື້ອຣາ FOC TR4, ເຕັກນິກການປ້ອງກັນພະຍາດແມງໄມ້ ແລະ ຕັກນິກການປູກຂະຫຍາຍແນວພັນພືດຜັກ ແລະ ໄມ້ໄຫ້ໝາກ, (ໂຄງການຄວບຄູມການລະບາດພະຍາດຕາຍພາຍຂອງໝາກກ້ວຍແບບປະສົມປະສານໃນອາຊີຕາເວັນ ອອກສ່ຽງໄຕ້ . An integrated management response to the spread of Fusarium wilt of Banana in South-East Asia. HORT/2018/192). ໂດຍການເປັນປະທານຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຫົວໜ້າສູນ, ຮອງສູນ ແລະ ວິຊາການສູນ ຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ຕາງໜ້າຈາກ ສູນປ້ອງກັນພືດ, ສູນເສດຖະກິດພັດທະນາຊົນນະບົດຕໍ່ການປ່ຽນແປງດິນຟ້າອາກາດ, ສູນກະສິກຳສະອາດ, ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ອຸດົມໄຊ, ຫຼວງນໍ້າທາ ນອກນັ້ນກໍຍັງມີຜູ້ຊ່ວຍຈັດການ ພາກພື້ນຂອງໂຄງການ ACIAR ປະຈຳສະຖານທູດລາວ Australia ເຂົ້າຮ່ວມລວມທັງໝົດຈຳນວນ 32 ທ່ານ ຍິງ 6 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້

1. ເພື່ອຈັດກອງປະຊຸມເຜີຍແຜ່ຜົນສຳລັດຜົນການທົດລອງການປູກພືດໝູນວຽນຫຼຸດຜ່ອນຄວາມຮຸນແຮງຂອງພະຍາດຕາຍພາຍກ້ວຍທີ່ເກີດຈາກ Fusarium Oxysporium. F sp.Cubense Tropical Race 4

2. ເພື່ອລົງຢ້ຽມຍາມພາກສະໜາມ(Field day) ບ່ອນທີ່ເຮັດການທົດລອງປູກພືດໝູນວຽນ ແລະ ສະຫຼັບໃນການຫຼຸດຜ່ອນຄວາມຮຸນແຮງຂອງພະຍາດຕາຍພາຍກ້ວຍ ທີ່ບ້ານຫ້ວຍນໍ້າຍຸນ ເມືອງປາກງືມ ນະຄອນຫຼວງວຽງຈັນ

3. ເພື່ອແນະນຳ ແລະ ແລກປ່ຽນບົດຮຽນເຕັກນິກການປ້ອງກັນພະຍາດແມງໄມ້ ແລະ ເຕັກນິກການປູກຂະຫຍາຍແນວພັນພືດຜັກ ແລະ ໄມ້ໄຫ້ໝາກ

ລັດຖະບານກໍ່ຄືກະຊວງກະສິກຳ ແລະ ປ່າໄມ້ເປັນຕົ້ນແມ່ນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກໍໄດ້ພະຍາຍາມຊອກຫາແຫຼ່ງທຶນໃນການສະໜັບສະໜູນຈາກພາຍໃນ ແລະ ຕ່າງປະເທດ.  ໃນນັ້ນ ໂຄງການຄວບຄູມການລະບາດພະຍາດຕາຍພາຍ ຂອງໝາກກ້ວຍແບບປະສົມປະສານໃນອາຊີຕາເວັນອອກສ່ຽງໃຕ້ (An integrated management response to the spread of Fusarium wilt of Banana in South-East Asia. HORT/2018/192).  ACIAR ພາຍໃຕ້ທຶນສະໜັບສະໜູນຈາກລັດທະບານ Australia ເຊິ່ງໜ້າວຽກຫຼັກໃນການຄົ້ນຄວ້າທົດລອງ ເພື່ອໄດ້ຜົນການທົດລອງໄປແກ້ໄຂຂອງບັນຫາດັ່ງກ່າວໃຫ້ກັບຊາວກະສິກອນ ການຄົ້ນຄ້ວາທົດລອງດັ່ງກ່າວກໍໄດ້ຮ່ວມກັບບັນດາປະເທດທີ່ມີຜົນກະທົບເຊັ່ນ: ອິນໂດເນເຊຍ, ຟີລິບປິນ, ອົດສະເຕເລຍ ແລະ ສ ປ ປ ລາວ.

ໃນນັ້ນ ການປູກກ້ວຍໃນປະເທດລາວເຮົາໃນໄລຍະ ປີ 2017-2019 ມີທ່າອ່ຽງເນື້ອທີ່ການປູກເພີ່ມຂື້ນ 22,605 – 26,828 ຮຕ ແຕ່ໄລຍະ 2020 – 2022 ມີທ່າອ່ຽງຫຼຸດລົງ 26,261 – 19,675 ຮຕ ຜົນຜະລິດແຕ່ປີ 2017 – 2022 ແມ່ນມີປະມານ 946,820 – 908,777 ໂຕນ. ຍ້ອນບັນຫາພະຍາດໃບເຫຼືອງ ຫຼື ພະຍາດຕາຍພາຍກ້ວຍ ແລະ ບັນຫາພືດທົດແທນ(ມັນຕົ້ນ),  ບັນຫາເລືອງພະຍາດ ທີ່ເກີດຈາກເຊື້ອລາ Fusarium oxysporum f. sp. cubense Tropical Race 4 (FOC TR4) ທີ່ເປັນສາຍພັນທີ່ຮ້າຍແຮງ ແລະ ສາມາດແພ່ກະຈາຍໄວ. ເຊີ່ງປັດຈຸບັນແມ່ນຄຸກຄາມເນື້ອທີ່ການປູກກ້ວຍຂອງແນວພັນ Cavendish ປະມານ 50% ຂອງເນື້ອທີ່.

ເຊີ່ງໂຄງການດັ່ງກ່າວແມ່ນໄດ້ລິເລີມມາຕັ້ງແຕ່ປີ 2020 ແລະ ສິ້ນສຸດເດືອນ 12/2024. ເຊີ່ງອົງການຈັດຕັ້ງທີຮັບຜິດຊອບຝ່າຍລາວກໍ່ມີ ສກປພ ເປັນຕົ້ນແມ່ນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກເປັນຜູ້ຈັດຕັ້ງປະຕິບັດ ແລະ ທາງກົມປູກຝັງ ເປັນຕົ້ນແມ່ນສູນປ້ອງກັນພືດ ເປັນຜູ້ຈັດຕັ້ງປະຕິບັດ ນອກນັ້ນກໍ່ໄດ້ເລືອກເອົາແຂວງ ແລະ ເມືອງເປົ້າໝາຍເປັນບ່ອນສາທິດທົດລອງ ມີນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ. ການຈັດຕັ້ງປະຕິບັດມາເປັນໄລຍະເວລາເກືອບ 5 ປີ ຜົນໄດ້ຮັບເຫັນໄດ້ວ່າການປູກພືດໝູນວຽນພືດຕະກຸນຖົ່ວແມ່ນສາມາດເພີມການຫາຍໃຈຂອງຈຸລິນຊີໃນດິນສູງໄດ້ເຖີ່ງ 128.845 mg CO2/kg ຂອງດິນ(ພືດສົດ)ສາມາດຫຼຸດຜ່ອນຄວາມຮຸນແຮງຂອງພະຍາດກ້ວຍໄດ້ ນອກນັ້ນຍັງສ້າງລາຍໄດ້ໃຫ້ຊາວກະສິກອນຕື່ມອີກ. ສະນັ້ນການລົງຢ້ຽມຢາມພາກສະໜາມພື້ນທີ່ປູກກ້ວຍຫອມຈີນທີ່ມີການລະບາດຂອງພະຍາດຕາຍພາຍກ້ວຍທີ່ເກີດຈາກເຊື້ອ (FOC TR4) ຈິ່ງເນັ້ນການປູກພືດຕະກຸນຖົ່ວເພື່ອຫຼຸດຜ່ອນຄວາມຮຸນແຮງຂອງພະຍາດດັ່ງກ່າວລົງ.

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້